ຄໍາມ່ວນ-ກວາງບິ່ງ ແລກປ່ຽນບົດຮຽນວຽກງານພາຍໃນ
ພະແນກພາຍໃນ ແຂວງຄຳມ່ວນ ນຳໂດຍ ທ່ານ ນາງ ແສງມະນີ ອິນທະລັງສີ ກໍາມະການພັກແຂວງ, ຫົວໜ້າພະແນກ ພາຍໃນແຂວງ ໄດ້ພົບປະ ແລກປ່ຽນ ບົດຮຽນ ກັບ ທ່ານ ເຈິ່ນ ດິ່ງ ຢິງ ກໍາມະການພັກແຂວງ, ຫົວໜ້າພະແນກ ພາຍໃນ ແຂວງກວາງບິ່ງ ສສ ຫວຽດນາມ ນໍາ ພ້ອມຄະນະ ໃນວັນທີ 13 ພຶດສະພາ 2019 ຢູ່ແຂວງຄຳມ່ວນ ເຊິ່ງການພົບປະຄັ້ງນີ້ ສອງຝ່າຍ ຕ່າງກໍໄດ້ແຈ້ງສະພາບ ການເຄື່ອນໄຫວ ວຽກງານວິຊາສະເພາະ ຂອງຕົນ ໃຫ້ກັນຊາບ ພ້ອມທັງ ໄດ້ມີການປຶກສາ ຫາລືວຽກງານ ການພົວພັນ ຮ່ວມມື ເຊິ່ງກັນ ແລະ ກັນໃນຕໍ່ໜ້າ, ພ້ອມກັນນີ້, ກໍໄດ້ມີເຊັນບົດບັນທຶກຊ່ວຍຈໍາຮ່ວມກັນ ເຊິ່ງສອງຝ່າຍເຫັນດີ ເປັນເອກະພາບກັນ ກ່ຽວກັບ ບັນດາເນື້ອໃນ ທີ່ໄດ້ຄົ້ນຄວ້າ, ແລກປ່ຽນບົດຮຽນ ວຽກງານ ຂອງຂະແໜງ ພາຍໃນ ໃຫ້ມີປະສິດທິພາບ ຕໍ່ໄປເລື້ອຍໆ ເພື່ອຮັບໃຊ້ວຽກງານພັດທະນາ ຮ່ວມກັນຂອງສອງແຂວງ.
ການແລກປ່ຽນບົດຮຽນວຽກງານພາຍໃນ ຂອງສອງແຂວງ ຄໍາມ່ວນ-ກວາງບິ່ງ.
ຜ່ານການແລກປ່ຽນ ແລະ ຖອດຖອນບົດຮຽນຄັ້ງນີ້ ສອງແຂວງ ໄດ້ເປັນເອກະພາບກັນ ໃນການຮັກສາທຸກການ ພົວພັນຮ່ວມມື ແລະ ແລກປ່ຽນບົດຮຽນ ແຕ່ລະໜ້າວຽກຄື: ຈັດຕັ້ງຄະນະແລກປ່ຽນຖອດຖອນບົດຮຽນ ລະຫວ່າງພະແນກ ພາຍໃນຂອງສອງແຂວງ 2 ປີ/ຄັ້ງ, ພະແນກພາຍໃນ ແຂວງກວາງບິ່ງ ໄດ້ເຊີນ ພະແນກພາຍໃນ ແຂວງຄໍາມ່ວນ ໄປຢ້ຽມຢາມ ແລະ ເຮັດວຽກກັບ ພະແນກພາຍໃນ ແຂວງກວາງບິ່ງໃນເວລາ ທີ່ເໝາະສົມ, ພ້ອມນັ້ນພະແນກພາຍໃນ ແຂວງຄໍາມ່ວນ ກໍໄດ້ຂໍຄວາມ ຊ່ວຍເຫລືອຈາກພະແນກພາຍໃນ ແຂວງກວາງບິ່ງ ເພື່ອຊ່ວຍຝຶກອົບຮົມ ໃຫ້ພະນັກງານ ທາງດ້ານ ພາສາຫວຽດນາມ ຕື່ມອີກ.
(ແຫຼ່ງຂໍ້ມູນ: ແດງສະຫວັດ ແສນພານິດ/ຂປລ)