ຄໍາມ່ວນ-ກວາງບິ່ງ ແລກປ່ຽນບົດຮຽນວຽກ​ງານ​ພາຍ​ໃນ

ຄໍາມ່ວນ-ກວາງບິ່ງ ແລກປ່ຽນບົດຮຽນວຽກ​ງານ​ພາຍ​ໃນ

ພະ​ແນ​ກພາຍ​ໃນ​ ແຂວງ​ຄຳ​ມ່ວນ ນຳ​ໂດຍ ທ່ານ ນາງ ແສງມະນີ ອິນທະລັງສີ ກໍາມະການພັກແຂວງ, ຫົວໜ້າພະແນກ ພາຍໃນແຂວງ ​ໄດ້​ພົບ​ປະ ​ແລກປ່ຽນ​ ບົດຮຽນ ກັບ ທ່ານ ເຈິ່ນ ດິ່ງ ຢິງ ກໍາມະການພັກແຂວງ, ຫົວໜ້າພະແນກ ພາຍໃນ ແຂວງກວາງບິ່ງ ສສ ຫວຽດນາມ ນໍາ ພ້ອມ​ຄະນະ ​ໃນວັນທີ 13 ພຶດສະພາ 2019 ຢູ່​ແຂວງ​ຄຳ​ມ່ວນ ​ເຊິ່ງການ​ພົ​ບປະ​ຄັ້ງນີ້ ສອງ​ຝ່າຍ​ ຕ່າງ​ກໍ​ໄດ້​​ແຈ້ງ​ສະພາບ​ ການ​ເຄື່ອນ​ໄຫວ ​ວຽກ​ງານ​ວິຊາ​ສະ​ເພາະ ​ຂອງ​ຕົນ ​ໃຫ້​ກັນຊາ​ບ ພ້ອມ​ທັງ​ ໄດ້​ມີ​ການ​ປຶກສາ ​ຫາລື​ວຽກ​ງານ ​ການ​ພົວພັນ ​ຮ່ວມ​ມື​ ເຊິ່ງກັນ ​ແລະ ກັນ​ໃນ​ຕໍ່ໜ້າ, ພ້ອມ​ກັນ​ນີ້, ກໍໄດ້ມີເຊັນບົດບັນທຶກຊ່ວຍຈໍາຮ່ວມກັນ ເຊິ່ງສອງຝ່າຍເຫັນດີ ເປັນເອກະພາບກັນ ກ່ຽວກັບ ບັນດາເນື້ອໃນ ທີ່ໄດ້ຄົ້ນຄວ້າ, ແລກປ່ຽນບົດຮຽນ ວຽກງານ ຂອງຂະແໜງ ພາຍໃນ ໃຫ້ມີປະສິດທິພາບ ຕໍ່ໄປເລື້ອຍໆ ເພື່ອຮັບໃຊ້ວຽກງານພັດທະນາ ຮ່ວມກັນຂອງສອງແຂວງ.