|
ບັນຍາກາດການພົບປະ
ໃນການຕ້ອນຮັບຄະນະຜູ້ແທນແຂວງຄໍາມ່ວນໂດຍມີສະຫາຍ ເລ ງອກ ຮວາ, ຮອງປະທານຄະນະກໍາມະທິການປະຊາຊົນແຂວງເຫງ້ອານພ້ອມດ້ວຍການນໍາອົງການປົກຄອງແຂວງເຫງ້ອານ, ພະແນກພົວພັນການຕ່າງປະເທດແຂວງເຫງ້ອານ, ກອງບັນຊາການທະຫານແຂວງເຫງ້ອານ, ກອງບັນຊາການທະຫານຊາຍແດນແຂວງເຫງ້ອານ.
ໃນກອງປະຊຸມ, ໃນນາມຄະນະຜູ້ແທນ, ສະຫາຍ ພົມມາ ພັນທະລັງສີ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງຄະນະການນໍາແຂວງເຫງ້ອານ ແລະ ໄດ້ກ່າວແຈ້ງໃຫ້ຄະນະການນໍາແຂວງເຫງ້ອານໄດ້ຊາບກ່ຽວກັບບາງຈຸດເດັ່ນໃນບັນດາຂົງເຂດວຽກງານຂອງແຂວງຄໍາມ່ວນ. ໃນປີ 2018, ແຂວງຄໍາມ່ວນໄດ້ບັນລຸຜົນສໍາເລັດໃນຫຼາຍຂົງເຂດ, ການຮັກສາສະຖຽນລະພາບດ້ານຄວາມຫມັ້ນຄົງແຫ່ງຊາດ, ການພັດທະນາເສດຖະກິດ - ສັງຄົມທີ່ດີ, ອັດຕາການເຕີບໂຕບັນລຸ 6,56%, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸ 38 ລ້ານດົ່ງ/ປີ.
ພາຍໃຕ້ການນໍາພາ ແລະ ການຊີ້ນໍາຂອງສອງພັກ, ສອງລັດຂອງສອງປະເທດຫວຽດນາມ ແລະ ລາວ, ແຂວງເຫງ້ອານ ແລະ ແຂວງຄໍາມ່ວນໄດ້ມີຫຼາຍກິດຈະກໍາການຮ່ວມມືປະສົບຜົນສໍາເລັດໃນຫຼາຍຂົງເຂດເຊັ່ນ: ດ້ານການສຶກສາ ແລະ ການບໍາລຸງກໍ່ສ້າງ, ການຊ່ວຍເຫຼືອດ້ານການພັດທະນາເສດຖະກິດ - ສັງຄົມ, ການຮັບປະກັນດ້ານປ້ອງກັນຊາດ ແລະ ຄວາມປອດໄພ. ເນື່ອງໃນໂອກາດປີໃໝ່ປະຈໍາຊາດຫວຽດນາມ 2019, ສະຫາຍ ພົມມາ ພັນທະລັງສີ, ຮອງເລຂາຄະນະພັກແຂວງຄໍາມ່ວນໄດ້ກ່າວຄໍາອວຍພອນມາຍັງຄະນະພັກແຂວງເຫງ້ອານ, ອົງການປົກຄອງແຂວງເຫງ້ອານ ແລະ ປະຊາຊົນແຂວງເຫງ້ອານ; ສະຫາຍ ພົມມາ ພັນທະລັງສີ ກໍ່ໄດ້ອວຍພອນຄວາມສາມັກຄີ, ມິດຕະພາບ ລະຫວ່າງ ສອງພັກ, ສອງລັດເວົ້າລວມ ແລະ ສອງແຂວງເວົ້າສະເພາະຈົ່ງມີຄວາມຍືນຍົງຕະຫລອດການ.
ຕາງໜ້າໃຫ້ຄະນະພັກແຂວງເຫງ້ອານ, ອໍານາດການປົກຄອງແຂວງເຫງ້ອານ ແລະ ປະຊາຊົນແຂວງເຫງ້ອານ , ສະຫາຍ ເລ ງອກ ຮວາ, ຮອງປະທານຄະນະກໍາມະທິການປະຊາຊົນແຂວງເຫງ້ອານໄດ້ຂອບອົບຂອບໃຈມາຍັງຄະນະຜູ້ແທນແຂວງຄໍາມ່ວນທີ່ໄດ້ມາຢ້ຽມຢາມ ແລະ ອວຍພອນປີໃໝ່ໃຫ້ຄະນະພັກແຂວງເຫງ້ອານ ແລະ ປະຊາຊົນແຂວງເຫງ້ອານໃນຄັ້ງນີ້. ສະຫາຍ ເລ ງອກ ຮວາ ກໍ່ຝາກຄໍາຖາມຂ່າວ ແລະ ສະແດງຄວາມແບ່ງປັ່ນຄວາມຫຍຸ້ງຍາກກັບປະຊາຊົນແຂວງຄໍາມ່ວນຜູ້ທີ່ຖືກຮັບຜົນກະທົບຈາກໄພພິບັດທໍາມະຊາດໃນປີຜ່ານມາ.
ສະຫາຍ ເລ ງອກ ຮວາ ໄດ້ຮັບຮູ້ຄວາມພະຍາຍາມໃນການແລກປ່ຽນ ແລະ ການຮ່ວມມືຂອງສອງແຂວງໃນໄລຍະຜ່ານມາ. ແຕ່ລະປີ, ແຂວງເຫງ້ອານ ແລະ ແຂວງຄໍາມ່ວນກໍ່ໄດ້ມີການຈັດຕັ້ງປະຕິບັດບົດບັນທຶກການຮ່ວມມືຂອງກອງປະຊຸມ APOTC (ກອງປະຊຸມຂັ້ນສູງຂອງ 9 ແຂວງຂອງຫວຽດນາມ - ລາວ - ໄທໂດຍນໍາໃຊ້ຖະຫນົນ 8 ແລະຖະຫນົນ 12). ກິດຈະກໍາຈັດຕັ້ງແລກປ່ຽນຄະນະຜູ້ແທນລະຫວ່າງສອງແຂວງກໍ່ໄດ້ຮັບການປະຕິບັດຢ່າງມີປະສິດຕິຜົນ. ໂດຍສະເພາະ, ແຕ່ລະປີສອງແຂວງກໍ່ໄດ້ມີການຈັດຕັ້ງແລກປ່ຽນຄະນະຜູ້ແທນໄດ້ມີການໄປມາຫາສູ່ກັນ, ການເຮັດວຽກ ແລະ ການອວຍພອນປີໃຫມ່ປະຈໍາຊາດຂອງສອງປະເທດຫວຽດນາມ ແລະ ລາວ.
ໂດຍສະເພາະແມ່ນໃນຂົງເຂດການບໍາລຸງກໍ່ສ້າງ, ແຂວງເຫງ້ອານໄດ້ສະໜັບສະໜຸນທຶນສຶກສາໃຫ້ແກ່ແຂວງຄໍາມ່ວນໂດຍມີບັນດາສົກປີຮຽນ: ພາສາຫວຽດນາມ (1 ປີ) ແລະ ວິຊາສະເພາະລະດັບມະຫາວິທະຍາໄລ. ແຕ່ ປີ 2014 ຫາ ປີ 2018, ແຂວງເຫງ້ອານກໍ່ໄດ້ຮັບນັກສຶກສາ 75 ຄົນຂອງແຂວງຄໍາມ່ວນມາຮຽນຢູ່ມະຫາວິທະຍາໄລ ແລະ ວິທະຍາໄລຕ່າງໆຢູ່ແຂວງເຫງ້ອານ.
ໂດຍສະເພາະໃນສົກປີ 2018-2019, ແຂວງເຫງ້ອານໄດ້ຮັບນັກສຶກສາ 15 ຄົນຂອງແຂວງຄໍາມ່ວນທີ່ມາຮຽນພາສາຫວຽດນາມ ແລະ ນັກສຶກສາ 10 ຄົນທີ່ຮຽນໃນສາຍພາກວິຊາອື່ນໆ. ທ່ານຮອງປະທານຄະນະກໍາມະທິການປະຊາຊົນແຂວງເຫງ້ອານຫວັງວ່າສອງແຂວງຈະສືບຕໍ່ເພີ່ມທະວີຄວາມມິດຕະພາບອ້າຍນ້ອງອັນເປັນພິເສດ, ເຊິ່ງໄດ້ຮັບການເພີ່ມພູນຄູນສ້າງໃນຫຼາຍປີຜ່ານມາ, ການຮ່ວມມືສອງຝ່າຍນັບມື້ນັບໄດ້ເຂົ້າໃນລວງເລີກ, ເພື່ອການພັດທະນາໂດຍລວມຂອງສອງຝ່າຍ.
(ໄຊພອນ)