ເພີ່ມພູນຄູນສ້າງສາຍພົວພັນຮ່ວມມືມິດຕະພາບ ລະຫວ່າງ ແຂວງຮ່າຕີ້ງ ແລະ ແຂວງບໍລິຄໍາໄຊ
ຍສໝ - ໃນຕອນບ່າຍວັນທີ 16 ເດືອນມັງກອນ ປີ 2019, ເນື່ອງໃນໂອກາດບຸນປີໃຫມ່ປະຈໍາຊາດຫວຽດນາມ, ທ່ານ ບຸນມາ ບຸຈະເລີນ ຮອງເຈົ້າແຂວງແຂວງບໍລິຄໍາໄຊ ໄດ້ໄປຢ້ຽມຍາມ ແລະ ອວຍພອນປີໃຫມ່ ເຈົ້າແຂວງຮ່າຕີ້ງ ຈົ່ງມີສຸຂະພາບພະລານະໄມເຂັ້ມແຂງ, ຕ້ອນຮັບປີໃໝ່ດ້ວຍບັນຍາກາດອັນອົບອຸ່ນ ແລະ ວັດທະນະຖາວອນ.