|
ກອງປະຊຸມພົບປະເຈລະຈາ ລະຫວ່າງ ໄອຍະການປະຊາຊົນແຂວງເຊີນລາ ສສ ຫວຽດນາມ ແລະ ໄອຍະການແຂວງຫຼວງພະບາງ.
ທີ່ກອງປະຊຸມພົບປະເຈລະຈາ, ໄອຍະການປະຊາຊົນທັງສອງແຂວງ ໄດ້ຜ່ານບົດລາຍງານ ໃຫ້ແກ່ກັບຮູ້ກ່ຽວກັບສະພາບເສດຖະກິດ-ສັງຄົມ; ພາລະບົດບາດ ແລະ ການເຄື່ອນໄຫວຂອງ ໄອຍະການປະຊາຊົນຂອງສອງແຂວງ; ບົດຮຽນກ່ຽວກັບວຽກງານຕໍ່ສູ້ກັບອາດສະຍາກຳ, ພິເສດແມ່ນວຽກງານການປະສານສົມທົບຕໍ່ສູ້ສະກັດກັ້ນ ແລະ ຕ້ານ ອາດສະຍາກຳ ຢູ່ເຂດຊາຍແດນ; ຈັດຕັ້ງປະຕິບັດຊ່ວຍເຫຼືອຂົງເຂດຍຸດຕິທຳ; ຖອດຖອນບົດຮຽນກ່ຽວກັບວຽກງານການປະຕິບັດສິດໃນການຟ້ອງຮ້ອງ, ກວດສອບ, ສືບສວນ, ສືບສວນທາງອາຍາ ແລະ ກວດກາບັນດາການເຄື່ອນດ້ານຍຸດຕິທຳ...
|
ການນຳໄອຍະການ ສອງແຂວງເຊັນບົດບັນຂອງກອງປະຊຸຸມ.
ບົນພື້ນຖານການຕີລາຄາໝາກຜົນທີ່ໄດ້ຮັບໃນໄລຍະຜ່ານມາ, ທັງສອງຝ່າຍໄດ້ເຫັນດີເປັນເອກກະພາບກັນ ເຊັນບົດບັນທຶກກອງປະຊຸມ, ສຸມໃສ່ບາງເນື້ອໃນຫຼັກ ເປັນຕົ້ນແມ່ນ: ເພີ່ມທະວີແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບສະພາບການທີ່ເກີດຂື້ນຢູ່ເຂດຊາຍແດນຂອງທັງສອງແຂວງ, ສອງປະເທດ ເພື່ອປະສານສົມທົບກັນແກ້ໄຂ ແລະ ຖອດຖອນບົດຮຽນ. ທັງສອງຝ່າຍສ້າງເງື່ອນໄຂ ແລະ ປະສານສົມທົບເປັນຢ່າງດີ ເມື່ອຝ່າຍໃດຝ່າຍໜຶ່ງ ສະເໜີຂໍຄວາມຊ່ວຍເຫຼືອດ້ານຍຸດຕິທຳ, ສືບສວນອາດສະຍາກຳ, ນຳຈັບເປົ້າໝາຍ, ຫຼືມອບສິດສອບສວນ, ເກັບກຳຫຼັກຖານໃນຄະດີ. ຄົ້ນຄວ້າມາດຕະການ ໃນການຕໍ່ສູ້ ແລະ ຕ້ານອາດສະຍາກຳ, ໂດຍສະເພາະແມ່ນອາດສະຍາກຳກ່ຽວກັບ ການຄ້າຂາຍເຖື່ອນ, ຄ້າມະນຸດ, ຊື້ຂາຍ-ຂົນສົ່ງ-ມີໄວ້ໃນຄອບຄອງ ຢາເສບຕິດ ຢ່າງເປັນຂະບວນການຜ່ານຊາຍແດນ. ເພີ່ມທະວີໃນການເສນາທິການໃຫ້ແຂວງ, ອຳນາດການປົກຄອງທ້ອງຖິ່ນ ໃນການແກ້ໄຂບັນຫາເປັນຢ່າງດີ ສະພາບການດ້ານຄວາມສະຫງົບຊາຍແດນ... ປະກອບສ່ວນໃນການສ້າງສາເສັ້ນຊາຍແດນລະຫວ່າງສອງປະເທດມີຄວາມສະຫງົບ, ສັນຕິ ແລະ ມິດຕະພາບ.
(ຫັດທະບູນ)