|
ການນຳສູນກາງ ຊປລ ພົບປະຄະນະ ຜູ້ແທນເຍົາວະຊົນ ສສ ຫວຽດນາມ
ການຢ້ຽມຢາມພົບປະໃນຄັ້ງນີ້ເປັນການສືບຕໍ່ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ລັດ ແລະ ຜັນຂະຫຍາຍແຜນການຮ່ວມມືການພັດທະນາວຽກງານຊາວໜຸ່ມ-ເຍົາວະຊົນ 2 ປະເທດຕາມຮອຍປະຫວັດສາດຂອງຜູ້ນຳ 2 ປະເທດ ໄດ້ມອບໃຫ້ຊາວໜຸ່ມເປັນຜູ້ສືບທອດ. ໃນການພົບປະຄັ້ງນີ້ ທ່ານ ອາລຸນໄຊ ສູນນະລາດ ໄດ້ກ່າວວ່າ: ເພື່ອເຮັດໃຫ້ແນວຄິດຂອງຜູ້ນຳທີ່ແສນເຄົາລົບຮັກຂອງ 2 ປະເທດຈະປະກົດຜົນເປັນຈິງນັ້ນແມ່ນຢູ່ກັບການສຶກສາອົບຮົມ, ການສ້າງເຍົາວະຊົນມີການພັດທະນາ ແລະ ຖືເອົາວຽກງານເຍົາວະຊົນເປັນວຽກທີ່ສຳຄັນ.
ທ່ານ ນາງ ຫງວຽນ ຟາມ ຢຸຍ ຈາງ ກ່າວວ່າ: ປັດຈຸບັນຄະນະຊາວໜຸ່ມຫວຽດນາມ ໂດຍສະເພາະວຽກງານເຍົາວະຊົນ ໄດ້ສຸມໃສ່ສ້າງວັງເຍົາວະຊົນ, ສ້າງຕັ້ງສະພາເດັກ ໂດຍແມ່ນເດັກເປັນຜູ້ນຳພາໂດຍກົງພ້ອມໃຫ້ເດັກເປັນປະທານກອງປະຊຸມ ແລະ ຂະບວນການທີ່ສຶກສາອົບຮົມທີ່ໃຫຍ່ຫຼວງຢູ່ຫວຽດນາມແມ່ນຂະບວນການສຶກສາອົບຮົມຕາມຄຳສອນຂອງປະທານ ໂຮ່ຈິມິນ ໂດຍເລັ່ງໃສ່ຫົວ ຂໍ້ "ນັກຮຽນຕ້ອງດຸໝັ່ນ, ຮຽນເກັ່ງ, ມີຄຸນສົມບັດ" ຊຶ່ງແມ່ນປະທານ ໂຮ່ຈິມິນ ໄດ້ສອນໄວ້.
ຈາກນັ້ນການພົບປະເຍົາວະຊົນໃນຄັ້ງນີ້, ຄະນະຍັງໄດ້ນຳເອົາກອງດຸລິຍາງຈຳນວນ 50 ຊຸດ, ແພແດງ 10 ພັນຜືນ, ທຶນການສຶກສາ 30 ທຶນ, ລວມເປັນມູນຄ່າທັງໝົດ 265 ລ້ານດົງ, ຈາກນັ້ນຄະນະຊາວໜຸ່ມກອມມູນິດ ໂຮ່ຈິມິນ ມອບໃຫ້ ທ່ານເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານເຍົາວະຊົນທົ່ວປະເທດ.
ໃນຕອນທ້າຍ ທ່ານ ອາລຸນໄຊ ສູນນະລາດ ໄດ້ກ່າວຂອບໃຈແດ່ຄະນະຊາວໜຸ່ມກອມມູນິດ ໂຮ່ຈິມິນ ຊຶ່ງຍາມໃດກໍໄດ້ໃຫ້ຄວາມສຳຄັນພ້ອມທັງຊຸກຍູ້ຂະບວນການຊາວໜຸ່ມລາວໜຸ່ມຕະຫຼອດມາ ແລະ ທ່ານໄດ້ເນັ້ນເຖິງການສ້າງເຍົາວະຊົນພ້ອມທັງຝາກຄວາມຫວັງໄວ້ນຳເຍົາວະຊົນ 2 ປະເທດ ຈົ່ງຮ່ວມກັນພັດທະນາຕົນເອງຢ່າງຮອບດ້ານຂໍໃຫ້ຄະນະຜູ້ແທນ ແລະ ເຍົາວະຊົນຈົ່ງປະສົບຜົນສຳເລັດໃນການຢ້ຽມຢາມພົບປະໃນຄັ້ງນີ້.
(ແຫຼ່ງຂໍ້ມູນ: pasaxon.org.la)