ຫວຽດນາມ ຈະສ້າງຄວາມດຶງດູດຕໍ່ບັນດານັກລົງທຶນກວ່າອີກ

06:54 | 20/01/2020

ໃນບົດຂຽນທີ່ອອກໃນວັນທີ 17 ມັງກອນ, ໜັງສືພິມ DW ຂອງເຢຍລະມັນ ໃຫ້ຮູ້ວ່າ, ໃນຊຸມປີຜ່ານມາ, ພື້ນຖານເສດຖະກິດກໍານົດທິດສົ່ງອອກຂອງຫວຽດນາມ ຂຶ້ນກັບການຄ້າເສລີຫຼາຍ. ບໍ່ມີປະເທດໃດໃນອາຊຽນ, ເວັ້ນເສຍແຕ່ສິງກະໂປ, ລົງນາມໃນສັນຍາການຄ້າເສລີ (FTA) ຫຼາຍສະບັບກວ່າຫວຽດນາມ, ດ້ວຍ FTA 11 ສະບັບທີ່ໄດ້ຮັບການລົງນາມແລ້ວ ແລະ FTA 5 ສະບັບທີ່ພວມເຈລະຈາ.

ໜັງສືພິມ DW ເນັ້ນໜັກວ່າ “ຍຸດທະສາດນີ້ບັນລຸໄດ້ປະສິດທິຜົນເມື່ອເສດຖະກິດຫວຽດນາມ ບັນລຸໄດ້ລະດັບເຕີບໂຕສະເລ່ຍ 6,5% ໃນ 5 ປີຜ່ານມາ, ໃນນັ້ນສ່ວນໃຫຍ່ແມ່ນການລົງທຶນໂດຍກົງຈາກຕ່າງປະເທດ”.

ຫວຽດນາມ ຈະສ້າງຄວາມດຶງດູດຕໍ່ບັນດານັກລົງທຶນກວ່າອີກ
ພາບປະກອບຈາກສໍານັກຂ່າວສານຫວຽດນາມ.

ຕາມບົດຂຽນແລ້ວ, ສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະສະຫະພາບເອີຣົບ (EVFTA) ຈະຊ່ວຍຫວຽດນາມ ສ້າງຄວາມດຶງດູດຕໍ່ບັນດານັກລົງທຶນກວ່າອີກ, ເປັນຕົ້ນແມ່ນບັນດານັກລົງທຶນທີ່ມາຈາກສະຫະພາບເອີຣົບ (ອີຢູ). ໜັງສືພິມ DW ໄດ້ຄັດຄໍາເວົ້າຂອງທ່ານ ຫງວຽນມີງຫວູ ເອກອັກຄະລັດຖະທູດຫວຽດນາມ ປະຈໍາເຢຍລະມັນ ວ່າ “ອີຢູ ພວມແມ່ນນັກລົງທຶນຕ່າງປະເທດໃຫຍ່ອັນດັບທີ 5 ຂອງຫວຽດນາມ. ເໝາະສົມທີ່ສຸດເມື່ອຫວັງວ່າການລົງທຶນຈະສືບຕໍ່ເພີ່ມຂຶ້ນ. ມີເຖິງ 62% ນັກລົງທຶນອີຢູ ສະແດງຄໍາເຫັນຢ່າງຕັ້ງໜ້າກ່ຽວກັບການທໍາມາຫາກິນຢູ່ຫວຽດນາມ”.

(ແຫຼ່ງ​ຂໍ້​ມູນ​: https://la.qdnd.vn)

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ