|
ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈີ້ຢຸ້ງ.(ພາບ:baochinhphu.vn)
ໃນວັນທີ່ 19 ກັນຍາ ທີ່ຈະມາເຖິງນີ້, ເວທີປະຕິຮູບ ແລະ ພັດທະນາຫວຽດນາມ (VRDE)2019 ຈະໄດ້ຈັດຂື້ນທີ່ນະຄອນຫລວງຮ່າໂນ້ຍ, ຕໍ່ໜ້າເວທີ ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈີ້ຢຸ້ງ ໄດ້ໃຫ້ສໍາພາດກັບສຳນັກຂ່າວອອນລາຍ.
ຂໍອະນຸຍາດທ່ານລັດຖະມູນຕີ, ບັນດາສີ່ງທີ່ເກິດຂື້ນໃໝ່ມີຫຍັງແດ່ໃນເວທີ (VRDE) 2019. ຄັ້ງນີ້ ຖ້າທຽບໃສ່ຄັ້ງກ່ອນ?
ລມຕ: ເພື່ອແນໃສ່ເປົ້າໝາຍຮັບເອົາຄໍາຄິດຄໍາເຫັນຂອງຊ່ຽວຊານທັງພາຍໃນ ແລະ ສາກົນທີ່ເປັນທີ່ຍອມຮັບ, ເຊີ່ງເປັນຊ່ອງທາງໜື່ງເພື່ອຕອບສະໜອງການປະກອບສ່ວນຂັ້ນພື້ນຖານທີ່ສໍາຄັນໃຫ້ແກ່ການຄົ້ນຄວ້າເສີມສ້າງຍຸດທະສາດການພັດທະນາເສດຖະກິດ-ສັງຄົມ 2021-2020. ທິດທາງ ແລະ ໜ້າທີ່ແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ, 2021-2025. ຈຸດແຕກຕ່າງທີ່ສໍາຄັນແມ່ນຫວຽດນາມໄດ້ມີຖານະບົດບາດແຕກຕ່າງຈາກເມື່ອກ່ອນ, ມາຮອດປະຈຸບັນນີ້ ພາລະບົດບາດ ແລະ ອິດທິພົນຂອງຫວຽດນາມເທິງເວທີສາກົນໄດ້ຮັບການປັບປຸງ, ເປັນທີ່ຍອມຮັບ ແລະ ຖືກຕີລາຄາສູງຈາກປະຊາຄົມໂລກ.
ຜົນສໍາເລັດທີ່ສໍາຄັນທີ່ສຸດໃນໄລຍະການປ່ຽນແປງໃໝ່ 30 ກວ່າປີທີ່ຜ່ານມານີ້, ແມ່ນການປ່ຽນແປງຢ່າງຕັ້ງໜ້າທາງດ້ານເສດຖະກິດ, ຊິວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງນັບມື້ດີຂຶ້ນເທື່ອລະກ້າວ, ອັດຕາສ່ວນຄວາມ ທຸກຍາກໄດ້ຫລຸດລົງຢ່າງຕໍ່ເນື່ອງ. ຫວຽດນາມໄດ້ກາຍເປັນປະເທດທີ່ມີລາຍຮັບສະເລ່ຍປານກາງ ແລະ ເຊື່ອມໂຍງເຂົ້າພື້ນຖານເສດຖະກິດໂລກນັບມື້ນັບເຂົ້າສູ່ລົງເລິກ, ສະພາບການທີ່ເກີດຂື້ນໃນເວທີ VRDE ກໍ່ໄດ້ມີຫລາຍສິ່ງປ່ຽນແປງ, ຄວາມໝັ້ນຄົງຂອງເສດຖະກິດໂລກນັບມື້ນັບສູງຂຶ້ນ.
ຂະນະດຽວກັນນັ້ນ, ຫວຽດນາມພວມໃກ້ຈະສີ້ນສຸດການຈັດຕັ້ງປະຕິບັດແຜນຍຸດທະສາດການພັດທະນາເສດຖະກິດ-ສັງຄົມ, 10 ປີ ຄັ້ງທີ 3 ຂອງຕົນ (2011-2020). ເພື່ອກ້າວເຂົ້າສູ່ສັງກະລາດ ແລະ ທົດສະວັດໃໝ່ດ້ວຍຫລາຍ ໂອກາດການພັດທະນາໃໝ່ໄປພ້ອມກັບສິ່ງທ້າທາຍໃຫ່ຍຫລວງຫລາຍຢ່າງ. ດ້ວຍເຫດນັ້ນ, ຈໍາເປັນຕ້ອງໄດ້ສັງເກດເບີ່ງທ່າອ່ຽງທົ່ວໂລກໃນໄລຍະຍາວ ແລະ ຕ້ອງຮູ້ຄິດໄລ່ເຖິງຜົນກະທົບທີ່ມີຕໍ່ຫວຽດນາມ, ເຖິງແມ່ນວ່ານັບມື້ນັບຄາດຂະເນບໍ່ໄດ້ກໍ່ຕາມ.
ໃນສະພາບການທີ່ປ່ຽນແປງໃໝ່, ຫວຽດນາມຈະຕ້ອງໄດ້ປະຕິຮູບປ່ຽນແປງໃໝ່ແບບແຜນພາວະຄວາມເປັນຜູ້ນໍາຄືແນວໃດໃນເວລາທີ່ຈະມາຮອດນີ້?
ລມຕ: ມີຫລາຍການຄົ້ນຄວ້າໄດ້ເຮັດໃຫ້ຮູ້ວ່າ: ພື້ນຖານເສດຖະກິດໂລກກຳລັງຊະລໍຕົວ ໃນ 10 ປີ ຂ້າງໜ້ານີ້ ແມ່ນທ່າອ່ຽງທີ່ບໍ່ສາມາດຫັນຕ່າວກັບຄືນມາໄດ້ເພາະມັນເປັນວົງຈອນປະຫວັດສາດຂອງມັນ, ບັນດາສັນຍານທີ່ສາມາດຮັບຮູ້ໄດ້ໂດຍງ່າຍແມ່ນ GDP ທົ່ວໂລກຫຼຸດລົງ 3 ເທົ່າ, ການຄ້າໂລກກໍຊະລໍຕົວລົງ 3 ເທົ່າຂອງ GDP, ການດືງດູດ FDI ກໍ່ຫລຸດລົງ. ແນ່ນອນບໍ່ແມ່ນວ່າການຊະລໍຕົວຈະແມ່ນການເສຍປຽບ ຫາກຫວຽດນາມປະພຶດຕົວຢ່າງສະຫລາດຄ່ອງແຄ່ວມັນຈະໄດ້ຮັບຜົນກະທົບໜ່ອຍທີ່ສຸດຈາກການຊະລໍຕົວດັ່ງກ່າວນີ້. ອັນທີ່ຈິງໃນໄລຍະນີ້ມັນຍິ່ງຮຽກຮ້ອງໃຫ້ຫວຽດນາມຕ້ອງຍາດແຍ່ງເອົາກາລະໂອກາດ ແລະ ປະຕິຮູບໂຄງປະກອບໃໝ່ຢ່າງແຂງແຮງ.
UNDP ໄດ້ແລກປ່ຽນກັບພວກຂ້າພະເຈົ້າກ່ຽວກັບການປ່ຽນແປງຂອງສະພາບອາກາດ, ເຂົາເຈົ້າໃຫ້ຮູ້ວ່າປະຈຸບັນໂລກກຳລັງຕົກຢູ່ໃນສະພາບການສຸກເສີນຕໍ່ກັບການປ່ຽນແປງສະພາບອາກາດ, ໃນໄລຍະ 2-3 ປີ ທີ່ຈະມາເຖີງນີ້ຕ້ອງໄດ້ບຸກບືນຕື່ມສອງເທົ່າຈິ່ງສາມາດບັນລຸການຫລຸດລົງຂອງອາຍພິດ. ຫວຽດນາມກໍ່ແມ່ນໜຶ່ງໃນ 10 ປະເທດ, ທີ່ໄດ້ຮັບຜົນກະທົບໜັກທີ່ສຸດຈາກການປ່ຽນແປງສະພາບອາກາດຂອງປະເທດ, ດ້ວຍສະຖານະການທີ່ຍາກຈະຄາດເດົາໄດ້, ບາງທີອາດຈະສູນເສຍຮອດ 2,5%- 4% ຂອງ GDP. ເປັນຕົ້ນແມ່ນບັນຫາຜົນສະທ້ອນຈາກອຸທົກກະໄພຢູ່ພາກກາງ, ການຂາດນໍ້າຈືດຢູ່ເຂດພາກກາງຕອນລຸ່ມ, ການຊືມຂອງນໍ້າທະເລເຂົ້າເຂດທົ່ງພຽງແມ່ນໍ້າຂອງ, ເຊິ່ງຕົວຂ້າພະເຈົ້າເອງ ແລະ ພວກເຮົາທຸກຄົນບໍ່ສາມາດທີ່ຈະນັ່ງນີ້ງດູດາຍຕໍ່ກັບສະພາບການນີ້ໄດ້.
ບັນດາການນໍາໃນລັດຖະບານຫວຽດນາມກໍ່ໄດ້ມີຄວາມສະດຸ້ງ ແລະ ຮັບຮູ້ໄດ້ຕໍ່່ກັບບັນຫາດັ່ງກ່າວ ແລະ ມີແຜນທີ່ຈະສ້າງສູນ ເພື່ອດຶງດູດຊັບພະຍາກອນມະນຸດ, ສະສົມປະສົບການທີ່ດີ, ຄົ້ນຄິດອອກມາກ່ຽວກັບແບບແຜນກົດບັນຍັດທີ່ດີທີ່ສຸດ, ໂດຍໝູນໃຊ້ກາລະໂອກາດເພື່ອຊຸກຍູ້ວິທະຍາສາດແລະ ເຕັກໂນໂລຊີ, ແນ່ນອນເພື່ອດືງດູດຊັບພະຍາກອນມະນຸດໃຫ້ໄດ້ຫລາຍຂື້ນຈໍາເປັນຕ້ອງມີທ່າແຮງທາງການເງິນ, ຫັນໃຫ້ເປັນລັກສະນະສັງຄົມຈາກບັນດາທຸລະກິດ, ກະຕຸ້ນ ແລະ ກະຕຸກຊຸກຍູ້, ດຶງດູດເອົາຜູ້ທີ່ມີຄວາມຮູ້, ຄວາມສາມາດ ເຂົ້າມາປະກອບສ່ວນໂດຍກົງຕໍ່ປະເທດຊາດ.
ໄດ້ຍົກຫລາຍຂໍ້ສະເໜີໃຫ້ແກ່ຫວຽດນາມສົ່ງມາຫາພວກຂ້າພະເຈົ້າກ່ອນທີ່ເວທີຈະຖືກລວບລວມໄປທີ່ຫວຽດນາມເຊິ່ງຕ້ອງການຍຸດທະສາດຮອບດ້ານຫລາຍກວ່າບັນດາວິທີການດັ້ງເດີມ. ຈໍາເປັນທີ່ຈະຕ້ອງຫັນປ່ຽນພື້ນຖານເສດຖະກິດສູ່ນະວັດຕະກຳໃໝ່ໂດຍມຸ້ງເນັ້ນສຸມໃສ່ໄປທີ່ຄົນ, ພັດທະນາພື້ນຖານໂຄງລ່າງ, ຍົກລະດັບເຕັກນິກການລ້ຽງຊີບຂອງປະຊາຊົນ, ປັບປຸງປະສິດທິພາບຂອງການຜະລິດ, ພັດທະນາພ້ອມກັບການເປັນເຈົ້າການໃນການກໍ່ສ້າງພື້ນຖານເສດຖະກິດໃຫ້ໝັ້ນຄົງ, ປະຊາຊົນທຸກທົ່ວໜ້າໄດ້ຮັບຜົນປະໂຫຍດຈາກຂະບວນວິວັດແຫ່ງການພັດທະນາ.
ເວທີປະຈຳປີກ່ຽວກັບການພັດທະນາ ແລະ ປະຕິຮູບປະເທດຫວຽດນາມປະຈຳປີ 2019, ເປັນຄວາມຕໍ່ເນື່ອງ ແລະ ສືບຕໍ່ຈາກບັນດາເວທີກ່ອນໜ້ານີ້ ແລະ ນັ້ນເປັນສາເຫດທີ່ຫົວຂໍ້ ແລະ ເນື້ອໃນຂອງ VRDE 2019 ໄດ້ຮັບການຄັດເລືອກໃຫ້ສົມບູນຂື້ນກວ່າເກົ່າ, ລວມທັງບັນຫາຕ່າງໆກ່ຽວກັບການປະຕິຮູບກົດບັນຍັດເສດຖະກິດຕະລາດ, ວິວັດທະນາການໃໝ່ເພື່ອຂ້າມຜ່ານເອົາຊະນະອຸປະສັກຕ່າງໆລາຍໄດ້ສະເລ່ຍໃນຍຸກຂອງການປະຕິວັດດອຸດສາຫະກຳຍຸກ 4.0 ແລະ ບຸລິມະສິດຈັດລຽງຄວາມສໍາຄັນໃນການດໍາເນີນການເພື່ອຄວາມຈະເລີນຮຸ່ງເຮືອງຂອງປະເທດຫວຽດນາມ.
ເຊິ່ງແຕກຕ່າງຈາກຄັ້ງກ່ອນ VRDE 2019 ຈະມີການພົວພັນແລກປ່ຽນເຊິ່ງກັນ ແລະ ກັນຢ່າງເຂັ້ມແຂງລະຫວ່າງຜູ້ກ່າວຄໍາປາໄສ (keynote speakers), ຜູ້ສົນທະນາ (panelists) ກັບ ບັນດາຜູ້ແທນທີ່ເຂົ້າຮ່ວມໃນເວທີ. ຂ້າພະເຈົ້າຫວັງວ່າເວທີນີ້ຕ້ອງການການສົນທະນາຢ່າງເປີດເຜີຍ ແລະ ຕົງໄປຕົງມາກ່ຽວກັບບັນດາບັນຫາການປ່ຽນແປງໃໝ່ການປະຕິຮູບ ແລະ ການພັດທະນາຂອງປະເທດເຊິ່ງສອດຄ່ອງ, ເໝາະສົມກັບແນວຄິດເສດຖະກິດຕະຫລາດຕາມທິດສັງຄົມນິຍົມ ແລະ ພັດທະນາແບບຍືນຍົງ.
ຜ່ານການແກ້ໄຂບັນດາບັນຫາໄລຍະສັ້ນ ແລະ ໄລຍະຍາວໂດຍສົມທຽບໃສ່ກັບການເຄື່ອນໄຫວປະຕິບັດໃນຕົວຈີງ, ບັນດາຜູ້ຊ່ຽວຊານຍັງມີຂໍ້ມູນສະເພາະກ່ຽວກັບຫວຽດນາມ, ຄົ້ນຄ້ວາຕົວຈີງ, ວິທະຍາສາດເອກະລາດ( ບໍ່ກ່ຽວຂ້ອງກັບສະຖິຕິຂອງຫວຽດນາມ). ເພື່ອແບ່ງປັນປະສົບການລະຫວ່າງສາກົນ ແລະ ພາຍໃນປະເທດໃຫ້ເໝາະສົມ ທີ່ສໍາຄັນ ຜົນໄດ້ຮັບຂອງການສົນທະນາເປັນໜຶ່ງໃນຊ່ອງທາງປ້ອນຂໍ້ມູນທີ່ສໍາຄັນໃຫ້ແກ່ວຽກງານສໍາລັບການພັດທະນາເນື້ອຫາຂອງຍຸດທະສາດການພັດທະນາປະເທດໃນອີກ 5 ປີ ແລະ 10 ປີ ຂ້າງໜ້າ.
ຂໍຂອບໃຈ ທ່ານລັດຖະມົນຕີ.
(ໄຊພອນ)