ເພີ່ມທະວີການຮ່ວມມືໃນຫລາຍຂົງເຂດ ລະຫວ່າງ ຫວຽດນາມ ແລະ Timor-Leste

06:39 | 11/06/2019

ຍສໝ - ໃນຕອນເຊົ້າຂອງວັນທີ 10 ມິຖຸນາ 2019, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມ ບີ່ງ ມິງ ກໍ່ໄດ້ພົບປະເຈລະຈາກັບ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມື Timor-Leste Dionisio Babo Soares.

ເພີ່ມທະວີການຮ່ວມມືໃນຫລາຍຂົງເຂດ ລະຫວ່າງ ຫວຽດນາມ ແລະ Timor-Leste

ທ່ານ ຟ້າມ ບີ່ງ ມິງ ແລະ ທ່ານ Dionisio Babo Soares. (ພາບ: VGP)

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ເຊັນສັນຍາຍົກເວັ້ນວິຊາໃຫ້ຜູ້ຖືໜັງສືຜ່ານແດນການທູດໂດຍໄວ ແລະ ຜັນຂະຫຍາຍກົນໄກຄະນະກຳມະການປະສົມກ່ຽວກັບການຮ່ວມມືສອງຝ່າຍຄືໄດ້ເຫັນດີຕົກລົງໂດຍໄວ; ເອກະສັນຈະຊຸກຍູ້ເຊັນໃໝ່/ຕໍ່ກຳນົດບັນດາຂໍ້ຕົກລົງຮ່ວມມືສອງຝ່າຍ ເພື່ອສ້າງຂອບເຂດນິຕິກຳໃຫ້ແກ່ການຮ່ວມມືສອງປະເທດ, ໃນນັ້ນ ມີສັນຍາໜູນຊ່ວຍຍຸຕິທຳ, ສັນຍາສົ່ງເສີມ ແລະ ອາລັກຂາການລົງທຶນ, ສັນຍາການຄ້າສອງຝ່າຍ, ບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານສຶກສາ ແລະ ອື່ນໆ.

ນອກຈາກນັ້ນ, ສອງຝ່າຍກໍ່ໄດ້ດຳນົດວ່າ: ກະສິກຳ, ສິນໃນນ້ຳ, ນ້ຳມັນອາຍແກັດ ແມ່ນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ອາດສາມາດຊຸກຍູ້ເພື່ອກາຍເປັນຈຸດສຸມໃນການຮ່ວມມືໃນໄລຍະຈະມາເຖິງ. ພ້ອມທັງເຫັນດີເປັນເອກະພາບຮັກສາການສົມທົບກັນເປັນຢ່າງດີຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ພິເສດແມ່ນໃນຂອບເຂດສະຫະປະຊາຊາດ.

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ