ຫວຽດນາມ - ສປປ ເກົາຫຼີ: ຖືສໍາຄັນ ແລະ ການພັດທະນາການພົວພັນມິດຕະພາບອັນເປັນມູນເຊື້ອ

00:54 | 15/05/2019

ຍສໝ - ໃນຕອນບ່າຍຂອງວັນທີ 1 ມີນາ, ພິທີຕ້ອນຮັບທ່ານ Kim Jong-Un ປະທານ ສປປ ເກົາຫຼີ ຢ່າງເປັນສົມກຽດໄດ້ຈັດຕັ້ງຕາມພິທີສຳລັບປະມຸກລັດໂດຍ ທ່ານ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ເປັນເຈົ້າພາບພິທີການຕ້ອນຮັບ. ພາຍຫຼັງພິທີການຕ້ອນຮັບ ທ່ານ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ແລະ ທ່ານ Kim Jong-Un ປະທານ ສປປ ເກົາຫຼີ ໄດ້ດຳເນີນການເຈລະຈາທີ່ສຳນັກງານປະທານປະເທດ.

ຫວຽດນາມ - ສປປ ເກົາຫຼີ: ຖືສໍາຄັນ ແລະ ການພັດທະນາການພົວພັນມິດຕະພາບອັນເປັນມູນເຊື້ອ

ທ່ານ ຫງວຽນ ຟູ ຈ້ອງ ແລະ ທ່ານ Kim Jong-Un

ຕາງໜ້າພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ທ່ານ ຫງວຽນ ຟູ ຈ້ອງ ໄດ້ສະແດງຄວາມຊົມເຊີຍ ທ່ານ ປະທານ Kim Jong-Un ໃນໂອກາດມາຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ; ຢັ້ງຢືນການຢ້ຽມຢາມ ສສ ຫວຽດນາມ ໃນຄັ້ງນີ້ຂອງ ທ່ານ Kim Jong-Un ປະທານ ສປປ ເກົາຫຼີ ເປັນຂີດໝາຍສຳຄັນໃນປະຫວັດສາດຂອງການພົວພັນລະຫວ່າງສອງພັກ, ສອງລັດ; ພ້ອມທັງເປັນໂອກາດທີ່ດີເພື່ອໃຫ້ການນຳສອງປະເທດແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະປະເທດ, ແລກປ່ຽນຢ່າງເລິກເຊິ່ງກ່ຽວກັບການປັບປຸງ, ພັດທະນາການພົວພັນສອງຝ່າຍກໍ່ຄືບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ທ່ານ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ກໍ່ໄດ້ອວຍພອນບັນດາຜົນສຳເລັດອັນໃຫຍ່ຫຼວງເຊິ່ງປະຊາຊົນ ສປປ ເກົາຫຼີ ບັນລຸໄດ້ໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ; ເຊື່ອໝັ້ນວ່າພາຍໃຕ້ການນໍາພາຂອງພັກແຮງງານ ສປປ ເກົາຫຼີ ໂດຍ ທ່ານ ປະທານ Kim Jong-Un ຊີ້ນໍານຳພາ, ປະຊາຊົນ ສປປ ເກົາຫຼີ ຈະສືບຕໍ່ບັນລຸໄດ້ຜົນສຳເລັດອັນໃໝ່, ໃຫຍ່ຫຼວງກ່ວາອີກໃນພາລະກິດການກໍ່ສ້າງສັງຄົມນິຍົມ, ພັດທະນາປະເທດຊາດ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.

ຫວຽດນາມ - ສປປ ເກົາຫຼີ: ຖືສໍາຄັນ ແລະ ການພັດທະນາການພົວພັນມິດຕະພາບອັນເປັນມູນເຊື້ອ

ບັນຍາການຂອງການພົບປະເຈລະຈາ

ຜູ້ນໍາສອງຄົນໄດ້ຕົກລົງທີ່ຈະຮັກສາໃນການເພີ່ມທະວີຂອງການຢ້ຽມຢາມ ແລະ ການພົບປະຂັ້ນສູງ; ການແລກປ່ຽນຄະນະຜູ້ແທນທຸກຂັ້ນຂອງສອງພັກ, ສອງລັດ ແລະ ໝູ່ຄະນະປະຊາຊົນຂອງສອງຝ່າຍໃຫ້ແທດຕົວຈິງ, ມີປະສິດທິຜົນເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ແບ່ງປັນປະສົບການໃນບັນດາຂົງເຂດທີ່ສອງຝ່າຍຕ່າງມີຄວາມຮຽກຮ້ອງຕ້ອງການ; ຮັກສາກົນໄກການພົບປະເຈລະຈາ ແລະ ການຮ່ວມມື ຢ່າງເປັນປົກກະຕິ ແລະ ມີປະສິດຕິຜົນ, ລວມທັງກົນໄກໃນການອ້າງອີງດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດ ແລະ ຄະນະກໍາມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືດ້ານເສດຖະກິດ, ວິທະຍາສາດ, ເຕັກນິກ; ສຶກສາຄວາມເປັນໄປໄດ້ຂອງການຮ່ວມມືທີ່ເປັນປະໂຫຍດເຊິ່ງກັນ ແລະ ກັນໃນບັນດາຂົງເຂດທີ່ເຫມາະສົມກັບຄວາມສາມາດ ແລະ ຄວາມຕ້ອງການຂອງແຕ່ລະຝ່າຍໂດຍອີງຕາມກົດລະບຽບສາກົນ; ເປີດກວ້າງການແລກປ່ຽນ ແລະ ການຮ່ວມມືດ້ານວັດທະນະທໍາ, ສິລະປະ, ກິລາ ແລະ ການແລກປ່ຽນດ້ານປະຊາຊົນ; ຈັດຕັ້ງບັນດາກິດຈະກໍາທີ່ເຫມາະສົມ, ມີຄວາມຫມາຍເພື່ອສະເຫຼີມສະຫຼອງວັນຄົບຮອບ 70 ປີ ຂອງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ສສ ຫວຽດນາມ - ສປປ ເກົາຫລີໃນປີ 2020.

ຫວຽດນາມ - ສປປ ເກົາຫຼີ: ຖືສໍາຄັນ ແລະ ການພັດທະນາການພົວພັນມິດຕະພາບອັນເປັນມູນເຊື້ອ

ທ່ານ ຫງວຽນ ຊວນ ຟູກ ແລະ ທ່ານ Kim Jong-Un

ຫວຽດນາມ - ສປປ ເກົາຫຼີ: ຖືສໍາຄັນ ແລະ ການພັດທະນາການພົວພັນມິດຕະພາບອັນເປັນມູນເຊື້ອ

ທ່ານ ນາງ ຫງວຽນ ຖີ້ ກີມ ເງີນ ແລະ ທ່ານ Kim Jong-Un

ຫຼັງຈາກການພົບປະເຈລະຈາກັບ ທ່ານ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໄດ້ສິ້ນສຸດລົງ, ທ່ານ ປະທານ Kim Jong-Un ໄດ້ມີການຕ້ອນຮັບ ທ່ານ ຫງວຽນ ຊວນ ຟູກ ນາຍົກລັດຖະມົນຕີ ສສ ຫວຽດນາມ ແລະ ທ່ານ ນາງ ຫງວຽນ ຖີ້ ກີມ ເງີນ ປະທານສະພາແຫ່ງຊາດ ຫວຽດນາມ.

(ໄຊພອນ)

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ