|
ທ່ານ ຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ກ່າວຄໍາເຫັນທີ່ກອງປະຊຸມ
ຕອນບ່າຍຂອງວັນທີ 28 ມີນາ, ທີ່ສຳນັກງານນາຍົກ, ທ່ານ ຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ໄດ້ເປັນປະທານກອງປະຊຸມຂອງສະພາທີ່ປຶກສາດ້ານນະໂຍບາຍການເງິນ, ເງິນຕາແຫ່ງຊາດ, ຕີລາຄາອັດຕາການເຕີບໂຕໃນໄຕມາດ I/2019, ກຳນົດບັນດາປັດໄຈທີ່ສົ່ງຜົນສະທ້ອນເຖິງການເຕີບໂຕໃນຊຸມເດືອນທີ່ຍັງເຫຼືອ; ພ້ອມກັນນັ້ນ, ກໍ່ກຳນົດບັນດາຂໍ້ຂັດແຍ່ງໃນຂົງເຂດທະນາຄານ, ການເງິນ ທີ່ສົ່ງຜົນສະທ້ອນເຖິງສະພາບແວດລ້ອມການລົງທຶນທຸລະກິດ, ສະເໜີມາດຕະການແກ້ໄຂ.
ທີ່ກອງປະຊຸມ, ບັນດາສະມາຊິກສະພາໄດ້ຕີລາຄາເສດຖະກິດພາຍໃນປະເທດຍັງມີຄວາມສະຖຽນລະພາບ. ກ່ຽວກັບບັນດານະໂຍບາຍເສດຖະກິດມະຫາພາກ, ບັນດາສະມາຊິກຖືວ່າບັນດາກະຊວງ, ຂະແໜງການໄດ້ເປັນເຈົ້າການໃນການບໍລິຫານ, ນະໂຍບາຍເງິນຕາມີຄວາມໄຫວພິບ, ມີການສົບທົບຢ່າງໃກ້ຊິດກັບນະໂຍບາຍງົບປະມານ ແລະ ບັນດານະໂຍບາຍອື່ນໆເພື່ອຮັກສາສະຖຽນລະພາບອັດຕາເງິນເຟີ້, ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບດ້ານເສດຖະກິດມະຫາພາກ, ໜູນຊ່ວຍການເຕີບໂຕເສດຖະກິດແບບຍືນຍົງ.
ທີ່ກອງປະຊຸມດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ໃຫ້ຮູ້ວ່າ ລັດຖະບານຈະປະຕິບັດບັນດາມາດຕະການທີ່ສອດຄ່ອງເພື່ອຮັກສາສະຖຽນລະພາບເສດຖະກິດມະຫາພາກ, ຄວບຄຸມອັດຕາເງິນເຟີ້ໃນປີ 2019 ໃຫ້ຢູ່ໃນລະດັບ 3.3 – 3.9%.
(ໄຊພອນ)