|
ອັດຕາພາສີນໍາເຂົ້າປະຈຸບັນສໍາລັບຜະລິດຕະພັນຈໍານວນໜຶ່ງໃນກຸ່ມນີ້ແມ່ນ 5%, ເຊິ່ງຄາດວ່າຈະຫຼຸດລົງມາເປັນ 0%.
ສໍາລັບນໍ້າມັນດິບ: ຕາມຂໍ້ຕົກລົງ 45, ຜະລິດຕະພັນນໍ້າມັນດິບມີອັດຕາພາສີປົກກະຕິ 5%. ປັດຈຸບັນອັດຕາພາສີ MFN ຂອງ FTA ສໍາລັບນໍ້າມັນດິບແມ່ນໄດ້ກໍານົດຢູ່ 0%. ດັ່ງນັ້ນ, ກະຊວງການເງິນສະເໜີຜ່ານນາຍົກລັດຖະມົນຕີເພື່ອພິຈາລະນາ ແລະ ປັບປຸງອັດຕາພາສີປົກກະຕິຂອງນໍ້າມັນດິບຈາກ 5% ມາເປັນ 0%.
ສໍາລັບຜະລິດຕະພັນແຮ່ທາດ, ຫີນອ່ອນ ແລະ ວັດຖຸດິບແຮ່ທາດ: ນອກຈາກນໍ້າມັນດິບ, ບັນດາຜະລິດຕະພັນແຮ່ທາດຕ່າງໆ, ວັດຖຸດິບແຮ່ທາດ ທີ່ຍັງໄດ້ກໍານົດອັດຕາພາສີປົກກະຕິແມ່ນ 5% ໃນຂໍ້ຕົກລົງ 45.
ອີງຕາມກະຊວງການເງິນ, ປັດຈຸບັນ, ຊັບພະຍາກອນແຮ່ທາດທີ່ບໍ່ສາມາດທົດແທນໄດ້ພາຍໃນປະເທດເຊິ່ງກໍາລັງມີການຫຼຸດໜ້ອຍຖອຍລົງ, ໃນຂະນະທີ່ເສດຖະກິດຫວຽດນາມທີ່ຍັງຢູ່ໃນຈັງຫວະຂະຫຍາຍເຕີບໂຕ. ດັ່ງນັ້ນ, ຄວາມຕ້ອງການໃນການນໍາເຂົ້າແຮ່ທາດ, ຫີນອ່ອນ ແລະ ວັດຖຸດິບແຮ່ທາດເພື່ອຮັບໃຊ້ໃນການຜະລິດອຸດສາຫະກໍາພາຍໃນມີການເພີ່ມຂຶ້ນ.
ດັ່ງນັ້ນ, ກະຊວງການເງິນສະເໜີຜ່ານນາຍົກລັດຖະມົນຕີເພື່ອພິຈາລະນາ ແລະ ປັບປຸງຫຼຸດຜ່ອນອັດຕາພາສີປົກກະຕິຂອງ 25 ກຸ່ມຜະລິດຕະພັນແຮ່ທາດ, ຫີນອ່ອນ ແລະ ວັດຖຸດິບແຮ່ທາດຈາກ 5% ລົງມາເປັນ 0%.
(ໄຊພອນ)