ເປັນກິດຈະກຳໃນການສະເຫຼີມສະຫຼອງວັນຄົບຮອບ 30 ປີຂອງສົນທິສັນຍາວ່າດ້ວຍສິດທິຂອງເດັກ (CRC) ທິດທາງແກ້ໄຂສິ່ງທ້າທາຍທີ່ເກີດຂຶ້ນກັບເດັກ ໂດຍເດັກເອງຈະຖືກສັງລວມໄວ້ໃນບົດລາຍງານ “ແນວຄວາມຄິດຂອງເດັກ ແລະ ໄວໜຸ່ມ ແລະ ມາດຕະການຈັດຕັ້ງປະຕິບັດ ເພື່ອອະນາຄົດທີ່ດີຂຶ້ນ” ເຊິ່ງຈະໄດ້ນຳສະເໜີໃນວັນທີ 11 ເດືອນພະຈິກ 2019 ໃນກອງປະຊຸມຄົນລາວໃນຮຸ່ນປີ 2030 ຢູ່ ສປປ ລາວ.
ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ໂດຍການສະໜັບສະໜູນຈາກອົງການອຸຍນີເຊບ (UNICEF) ໄດ້ຈັດກອງປະຊຸມເກັບກຳຄຳເຫັນຂອງເດັກ ແລະ ໄວໜຸ່ມ ຄັ້ງທີ 3 ຂຶ້ນວັນທີ 28 ພຶດສະພາ 2019 ຢູ່ຫ້ອງວ່າການປົກຄອງ ນວ ໂດຍມີທ່ານນາງ ຄຳໄພ ລັດສະໝີ ປະທານສະຫະພັນແມ່ຍິງ ນວ ຮອງປະທານ ຄຊກມດ ນວ ທ່ານນາງ ຈົງຈິດ ຈັນທະລານົນ ຮອງຫົວໜ້າຫ້ອງການກອງເລຂາ ຄຊກມດ ທ່ານນາງ ມາເລຍ ເຟີນານເດສ ຫົວໜ້າພະແນກໂຄສະນາ ແລະ ການສື່ສານ UNICEF ປະຈຳລາວ ພ້ອມດ້ວຍຄູ-ອາຈານ ແລະ ນັກຮຽນຈາກ 7 ແຂວງພາກກາງ ພາກເໜືອ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
|
ຜູ້ຕາງໜ້າເດັກ ແລະ ຊາວໜຸ່ມບັນດາແຂວງ ແລະ ອົງການ ຄຊກມດ - UNICEF ໃນພິທີສະເຫຼີມສະຫຼອງ
ຈຸດປະສົງເພື່ອຮັບຟັງ ແລະ ເກັບກຳຄຳເຫັນຂອງເດັກ ແລະ ໄວໜຸ່ມ ທັງເປັນການເປີດໂອກາດໃຫ້ພວກເຂົາສະເໜີປະສົບການ ສິ່ງທ້າທາຍ ແລະ ວິທີແກ້ໄຂ ໃນການຈັດຕັ້ງປະຕິບັດເນື້ອໃນສົນທິສັນຍາວ່າດ້ວຍສິດທິເດັກ ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ເຊິ່ງຕົວແທນເດັກ 50 ຄົນ ອາຍຸແຕ່ 13-18 ປີ ຈາກແຂວງຫົວພັນ ຫຼວງພະບາງ ນວ ແຂວງວຽງຈັນ ໄຊຍະບູລີ ໄຊສົມບູນ ແລະ ຊຽງຂວາງ ເຂົ້າຮ່ວມແລກປ່ຽນຄຳຄິດເຫັນກັບທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຕົວແທນເດັກ ຈະໄດ້ນຳສະເໜີກ່ຽວກັບຄວາມຄືບໜ້າ ຂອງສະພາບການຄວາມເປັນຢູ່ທີ່ດີຂອງເດັກໃນຊຸມປີຜ່ານມາ ສິ່ງທ້າທາຍທີ່ກຳລັງປະເຊີນຢູ່ ແລະ ຂໍ້ສະເໜີການແກ້ໄຂ ເພື່ອປັບປຸງຊີວິດຂອງເຂົາເຈົ້າໃຫ້ດີຂຶ້ນ.
(ແຫຼ່ງຂໍ້ມູນ: vientianemai.net)