ທ່ານນາງ Catherine Russell ຜູ້ອຳນວຍການບໍລິຫານ ອົງການ UNICEF ໄດ້ສີ້ນສຸດການຢ້ຽມຢາມຫວຽດນາມ ເປັນເວລາ 3 ວັນ, ຜ່ານການຢ້ຽມຢາມ ທ່ານນາງໄດ້ຕີລາຄາສູງ ຫວຽດນາມ ດ້ວຍຫຼາຍຜົນງານທີ່ບັນລຸໄດ້ໃນການປະຕິບັດໜ້າທີ່ປົກປ້ອງ, ເບິ່ງແຍງເດັກ.
ຍສໝ - ການດຳເນີນການປີ່ນປົວໃຫ້ແກ່ເດັກອໍທິສຕິກໂດຍໄວ ຢູ່ສູນປະຕິບັດວຽກງານສັງຄົມນະຄອນເກີ່ນເທີ; ຍົກສູງຄວາມອາດສາມາດຄວາມຮູ້, ທັກສະບົ່ງມະຕິ ແລະ ປີ່ນປົວເດັກອໍທິສຕິກໂດຍໄວໃຫ້ແກ່ພະນັກງານປະຕິບັດວຽກງານສັງຄົມ, ແພດໝໍ, ຜູ້ປົກຄອງເດັກອໍທິສຕິກ (ຄົນປີ່ນປົວໂດຍກົງ) ແລະ ປະຊາຊົນ.
ວັນທີ 9 ມັງກອນ ຢູ່ຮ່າໂນ້ຍ, ສະມາຄົມນັກປະພັນ ຫວຽດນາມ ໄດ້ຈັດຕັ້ງພິທີປຸກລະດົມການຂົນຂວາຍແຕ່ງບົດປະພັນວັນນະຄະດີກ່ຽວກັບຫົວຂໍ້ອະນຸຊົນ ແລະ ມອບລາງວັນນັກປະພັນໜຸ່ມ ຄັ້ງທໍາອິດ. ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມ.
ຍສໝ - ຫວ່າງແລ້ວນີ້, ແຂວງບິ່ງເຟືອກ ໄດ້ຜັນຂະຫຍາຍການສັກວັກຊິນໃຫ້ເດັກອາຍຸ 16 -17 ປີ.
ຕາມຂໍ້ມູນຈາກກອງທຶນປົກປ້ອງເດັກ ຫວຽດນາມ ແລ້ວ, ໄລ່ຮອດວັນທີ 18 ຕຸລາ, ກອງທຶນໄດ້ຊ່ວຍເຫຼືອເງິນຈຳນວນເກືອບ 7,8 ຕື້ດົ່ງໃຫ້ແກ່ເດັກກຳພ້າກວ່າ 1500 ຄົນ ຍ້ອນໂລກລະບາດໂຄວິດ - 19; ຊ່ວຍເຫຼືອເງິນສົດ ແລະ ວັດຖຸໃຫ້ແກ່ເດັກ 12.800 ຄົນ ທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ດ້ວຍມູນຄ່າກວ່າ 7 ຕື້ດົ່ງ.
ເພື່ອຮັບໃຊ້ຜູ້ອ່ານໄວເດັກ, ຫໍສະໝຸດແຂວງ ບິ່ງເຢືອງ ໄດ້ສ້າງຫໍສະໝຸດເອເລັກໂຕນິກດ້ວຍປື້ມຫຼາຍຫົວທີ່ດູດດື່ມ; ຖ່າຍທຳວີດີໂອແນະນຳປື້ມເອົາລົງເວັບໄຊຂອງຫໍສະໝຸດ…
ໄລ່ຮອດວັນທີ 8 ມິຖຸນາ, ມີເດັກນ້ອຍເກືອບ 7.000 ຄົນຢູ່ 26 ແຂວງ, ນະຄອນໃນທົ່ວປະເທດຖືກຜົນສະທ້ອນຈາກໂລກລະບາດໂດຍກົງ.
ຍສໝ - ເພື່ອເສີມຂະຫຍາຍການສື່ສານ ແລະໃຫ້ຄຳແນະນຳກ່ຽວກັບຂໍ້ມູນການປ້ອງກັນການລະບາດຂອງ Covid-19 ໃຫ້ແກ່ປະຊາຊົນໃນເຂດຫ່າງໄກສອກຫລີກ, ສະຫະພັນໄດ້ຮ່ວມມືກັບອົງການອະນຸເຄາະເດັກສາກົນ ຢູ່ປະເທດຫວຽດນາມ ແລະອົງການກາແດງນະຄອນ ຈັດຕັ້ງປະຕິບັດການຊ່ວຍເຫລືອທີ່ບໍ່ແມ່ນໂຄງການ "ສ້າງຄວາມເຂັ້ມແຂງໃນການສື່ສານ ແລະ ເຊື່ອມຕໍ່ຊຸມຊົນໃນການປ້ອງກັນຄວາມສ່ຽງຂອງໂລກລະບາດ Covid-19", ດ້ວຍຈຳນວນທັງໝົດຫຼາຍກວ່າ 1,4 ຕື້ດົ່ງ.
ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ໂຄງການເຊື່ອມສານວຽກງານໂພຊະນາການນໍ້າ ແລະ ສຸຂານາໄມ ໄລຍະ 2 ປີ 2020-2021 ໂດຍໄດ້ຮັບທຶນສະໜັບສະໜູນຈາກສະຫະລັດອາເມຣິກາ ຜ່ານອົງການພັດທະນາສາກົນປະເທດສະຫະລັດອາເມຣິກາ (USAID).
ປັດຈຸບັນນີ້, ລັດຖະບານ ແຫ່ງ ສປປ ລາວ ກຳລັງເຮັດວຽກຮ່ວມກັບ ອົງການອຸຍນີເຊັບ ປະຈຳ ສປປ ລາວ ເພື່ອຮັບປະກັນໃຫ້ເດັກທຸກຄົນໃນ ສປປ ລາວ ໄດ້ກັບຄືນໄປໂຮງຮຽນຢ່າງປອດໄພ ຈາກພະຍາດໂຄວິດ-19 ພາຍຫລັງທີ່ລັດຖະບານ ໄດ້ອະນຸຍາດ ໃຫ້ເປີດໂຮງຮຽນຄືນໃໝ່ ໃນວັນທີ 2 ມິຖຸນາ 2020 ແລະ ມາໃນວັນທີ 5 ມິຖຸນາ 2020 ນີ້, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບກະຊວງສຶກສາທິການ ແລະ ກິລາ ແລະ ອົງການອຸຍນີເຊັບ ໄດ້ຈັດກອງປະຊຸມການ ມີສ່ວນຮ່ວມຂອງສື່ມວນຊົນ ໃນການໂຄສະນາ “ກັບເຂົ້າໂຮງຮຽນຢ່າງປອດໄພ” ເພື່ອໃຫ້ຂໍ້ມູນແກ່ສື່ມວນຊົນກ່ຽວ ກັບນະໂຍບາຍຂອງລັດຖະບານ ດ້ານວຽກງານສຶກສາ ໃນໄລຍະທີ່ມີການລະບາດຂອງພະຍາດ ໂຄວິດ-19 ແລະ ໂຄສະນາ “ປອດໄພກັບໄປໂຮງຮຽນ”.
ຍສໝ - ໃນໂອກາດສະເຫຼີມສະຫຼອງວັນເດັກສາກົນ 1 ມິຖຸນາ 2019 ນີ້, ຕາງໜ້າໃຫ້ພັກ-ລັດຖະບານ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຮຽກຮ້ອງໃຫ້ການເບິ່ງແຍງດູແລເອົາໃຈໃສ່, ການປົກປ້ອງ, ການພັດທະນາ, ການສ້າງເງື່ອນໄຂ ແລະ ໂອກາດໃຫ້ເດັກໄດ້ຮັບການພັດທະນາ ແລະ ມີອະນາຄົດທີ່ສົດໃສກ້າວໄປເປັນຜູ້ໃຫຍ່ທີ່ມີຄຸນນະພາບ, ເປັນກຳລັງຊັບພະຍາກອນມະນຸດ ທີ່ມີຄວາມເຂັ້ມແຂງຂອງຊາດ ເພື່ອສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.
ຜູ້ຕາງໜ້າເດັກ ແລະ ຊາວໜຸ່ມບັນດາແຂວງພາກກາງ ແລະ ພາກເໜືອ ໄດ້ມາຮ່ວມກັນຢູ່ນະ-ຄອນຫຼວງວຽງຈັນ (ນວ) ເພື່ອສະເໜີການແກ້ໄຂບັນຫາຕ່າງໆ ໃນການປະຕິບັດສິດທິຂອງເດັກ.