|
ບັນດາຜູ້ແທນຖ່າຍຮູບລວມ.
ກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ 21 ແລະ ບັນດາກອງປະຊຸມປີ່ນອ້ອມທີ່ແຂວຊຽງໃໝ່ ປະເທດໄທ ພາຍໃຕ້ຫົວຂໍ້ການເປັນປະທານອາຊຽນຂອງໄທ ປີ 2019 ຮ່ວມມື ຮ່ວມໃຈ ກ້າວໜ້າເພື່ອຄວາມຍືນຍົງ (Advancing Partnership for Sustainability) ໂດຍມີບັນດາທ່ານລັດຖະມົນຕີ ຮອງລັດຖະມົນຕີເຈົ້າໜ້າທີ່ອາວຸໂສ ແລະ ບັນດາຜູ້ແທນຈາກກະຊວງຮັບຜິດຊອບປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຈາກບັນດາປະເທດສະມາຊິກອາຊຽນ ແລະ ທ່ານຮອງເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມກອງປະຊຸມດັ່ງກ່າວ.
ກອງປະຊຸມດັ່ງກ່າວ ໄດ້ດຳເນີນພາຍໃຕ້ການເປັນປະທານຂອງທ່ານ Vira Rojpojchanarat ລັດຖະມົນຕີກະຊວງວັດທະນະທຳແຫ່ງ ປະເທດໄທ ເຊິ່ງກອງປະຊຸມໄດ້ປຶກສາຫາລືບັນຫາຕ່າງໆຢ່າງກວ້າງຂວາງ ແລະ ສ້າງສັນ ໃນນັ້ນ ໄດ້ພິຈາລະນາຮັບຮອງບັນດາເອກະສານສຳຄັນທີ່ຂະແໜງການກ່ຽວຂ້ອງໄດ້ຄົ້ນຄວ້າພິຈາລະນາ ເພື່ອສະເໜີໃຫ້ຜູ້ນໍາອາຊຽນຮັບຮອງ ແລະ ຮັບຊາບທີ່ກອງປະຊຸມສຸດຍອດຜູ້ນຳອາຊຽນ ຄັ້ງທີ 34 ໃນເດືອນມິຖຸນາ 2019 ທີ່ບາງກອກປະເທດໄທ ຄື:
ຖະແຫຼງການບາງກອກ ວ່າດ້ວຍການກຳຈັດສິ່ງເສດເຫຼືອທາງທະເລໃນພາກພື້ນອາຊຽນຖະແຫຼງການຂອງຜູ້ນຳອາຊຽນວ່າດ້ວຍປີວັດທະນະທຳອາຊຽນ 2019 ຂອບການຈັດຕັ້ງປະຕິບັດວຽກງານອາຊຽນ ວ່າດ້ວຍສິ່ງເສດເຫຼືອທາງທະເລຖະແຫຼງການຂອງລັດຖະມົນຕີແຮງງານອາຊຽນວ່າດ້ວຍວຽກໃນອະນາຄົດການນຳໃຊ້ເຕັກໂນໂລຊີ ແລະ ການເຕີບໂຕແບບມີສ່ວນຮ່ວມ ຖະແຫຼງການຮ່ວມຂອງລັດຖະມົນຕີອາຊຽນ ວ່າດ້ວຍຂໍ້ລິເລີ່ມທີ່ເປັນມິດຕໍ່ສິ່ງແວດລ້ອມ ຕໍ່ກອງປະຊຸມສະມັດຊາໃຫຍ່ອົງການແຮງງານສາກົນ ສະໄໝທີ 108.
ພ້ອມດຽວກັນນັ້ນ ທ່ານຮອງລັດຖະມົນຕີ ຍັງໄດ້ປະກອບຄຳເຫັນຕໍ່ກອງປະຊຸມຄັ້ງນີ້ວ່າ: ສປປ ລາວ ເຫັນດີ ແລະ ສະແດງຄວາມຊົມເຊີຍຕໍ່ປະເທດໄທໃນການເປັນປະທານອາຊຽນ ປີ 2019 ພາຍໃຕ້ຫົວຂໍ້: ຮ່ວມມື ຮ່ວມໃຈ ກ້າວໜ້າເພື່ອຄວາມຍືນຍົງ ຊຶ່ງໃນນັ້ນມີບັນດາເອກະສານທີ່ສຳຄັນ ທີ່ຈະສະເໜີໃຫ້ຜູ້ນຳອາຊຽນພິຈາລະນາຮັບຮອງ ແລະ ຮັບຊາບທີ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 34 ແລະ 35 ທີ່ຈະຈັດຂຶ້ນໃນມໍ່ໆນີ້.
(ແຫຼ່ງຂໍ້ມູນ: vientianemai.net)