ຮ່ວມມື ຮ່ວມໃຈ ກ້າວໜ້າເພື່ອຄວາມຍືນຍົງ
ຫວ່າງແລ້ວນີ້, ຄະນະຜູ້ແທນລາວນຳໂດຍທ່ານ ສະຫວັນຄອນ ຣາຊມຸນຕີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍເຈົ້າໜ້າທີ່ອາວຸໂສປະຊາຄົມວັດທະນະທຳ - ສັງຄົມອາຊຽນ ສປປ ລາວ ແລະ ວິຊາການທີ່ກ່ຽວຂ້ອງ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ 21 ແລະ ບັນດາກອງປະຊຸມປີ່ນອ້ອມ ທີ່ແຂວຊຽງໃໝ່ ປະເທດໄທ.