|
ກຊສ ບັນລຸການອອກໃບຕາດິນ ທົ່ວປະເທດ 139.000 ຕອນ
ກອງປະຊຸມສະຫຼຸບການ ຈັດຕັ້ງປະຕິບັດວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ເປີດຂຶ້ນໃນວັນ ທີ 4 ມີນານີ້ ທີ່ສູນການຮ່ວມມືສາກົນ ແລະ ການອົບຮົມ, ນະຄອນຫຼວງວຽງຈັນພາຍໃຕ້ການເປັນປະທານຂອງທ່ານ ສົມມາດ ພົນເສນາ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ, ມີບັນດາທ່ານຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ສົມມາດ ພົນເສນາ ລັດຖະມົນຕີ ກຊສ ໄດ້ກ່າວໃນກອງປະຊຸມວ່າ: ຈຸດປະສົງຕົ້ນຕໍຂອງກອງປະຊຸມຄັ້ງນີ້ເພື່ອພ້ອມກັນສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຂອງ ກຊສ ປະຈຳປີ 2018 ແລະ ທິດທາງປີ 2019 ໂດຍສະເພາະ ແມ່ນສຸມໃສ່ການປຶກສາຫາລືບັນຫາທີ່ພົ້ນເດັ່ນກ່ຽວກັບທີ່ດິນ, ສິ່ງແວດລ້ອມ, ແຜນການການເງິນ, ວຽກງານຈັດຕັ້ງ ແລະ ກວດກາ ແລະ ບັນຫາອື່ນໆ.
ພ້ອມນັ້ນ ກໍຈະໄດ້ປຶກສາຫາລື, ຄົ້ນຄວ້າຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈມະຕິ 7 ສະໄໝທີ X ຂອງພັກໃນຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໃຫ້ປະ ກົດຜົນເປັນຈິງ ພ້ອມທັງຊອກຫາວິທີການ ແລະ ມາດຕະການຕ່າງໆ ທີ່ເໝາະສົມ ໃນການຄຸ້ມຄອງ, ປົກປັກຮັກສາ ແລະ ຟື້ນຟູບູລະນະຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໃຫ້ ບັນລຸການພັດທະນາແບບຍືນຍົງກໍຄືການພັດທະນາຕາມທິດສີຂຽວ ແລະ ຍືນຍົງເທື່ອລະ ກ້າວ, ສົ່ງເສີມສ້າງຄຸນນະພາບຕົວເມືອງສີຂຽວ, ສະອາດ, ງາມ ຕາ, ຫັນໄປຕາມທິດສ້າງບາດກ້າວບຸກທະລຸ 4 ດ້ານ, ທິດສາມສ້າງ, ສຸມໃສ່ຫາລື ວຽກງານກໍ່ສ້າງວັດທະນະທຳໃໝ່ໃນຮາກຖານສາຍຕັ້ງຂອງກຊສ ເວົ້າລວມ,ເວົ້າສະເພາະກໍ ແມ່ນສາຍຕັ້ງ ຂອງບັນດາກົມກອງອ້ອມຂ້າງກະຊວງຕິດພັນກັບການພັດທະນາຊົນນະບົດຮອບດ້ານໃຫ້ປະກົດຜົນເປັນຈິງໃນສະເພາະໜ້າ ແລະ ຍາວນານ.
ໃນກອງປະຊຸມ ບັນດາທ່ານຮອງລັດຖະມົນຕີ ກຊສ, ໄດ້ຜັດປ່ຽນກັນຂຶ້ນສະຫຼຸບວຽກງານປີ 2018 ແລະ ຜ່ານແຜນການປີ 2019 ຊຶ່ງໄດ້ຍົກໃຫ້ເຫັນວ່າ ຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ສ້າງຜົນສຳເລັດຫຼາຍດ້ານອັນທີ່ພົ້ນເດັ່ນ ແມ່ນການສຳຫຼວດການອອກໃບຕາດິນຂອບເຂດທົ່ວປະເທດ ບັນລຸເຖິງ 139.000 ຕອນ ຊຶ່ງປະຕິບັດໄດ້ 139%, ລື່ນແຜນການປີ, (ແຜນການປີ 100.000 ຕອນ); ສຳເລັດການສ້າງ ແລະ ປັບປຸງນິຕິກຳ ທີ່ສຳຄັນຫຼາຍສະບັບ ໃນຂົງ ເຂດທີ່ດິນ, ສິ່ງແວດລ້ອມ, ນໍ້າ, ການປ່ຽນແປງດິນຟ້າອາ ກາດ, ອຸຕຸນິຍົມ ແລະ ອຸທົກກະສາດ ເປັນຕົ້ນແມ່ນສຳເລັດຮ່າງກົດ ໝາຍວ່າດ້ວຍທີ່ດິນ; ສຳເລັດການສ້າງແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ; ຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີໃນການຈັດຕັ້ງປະຕິບັດແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ຊຶ່ງເປັນການຈັດຕັ້ງຜັນຂະຫຍາຍມະຕິຂອງຄະນະບໍລິຫານງານສູນກາງພັກວ່າດ້ວຍການເພີ່ມທະວີວຽກງານຄຸ້ມຄອງ ແລະ ພັດທະນາທີ່ິດິນໄລຍະໃໝ່ໃຫ້ເປັນຮູບປະທຳ ແລະ ເປັນນິຕິກຳທີ່ສຳຄັນ ໃນການປະກອບສ່ວນໃນການແກ້ໄຂຂໍ້ຂັດແຍ່ງຈາກທີ່ດິນ; ສຳເລັດການປັບປຸງກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າສະບັບປັບປຸງປີ 2017 ແລະ ສ້າງນິຕິກຳໃຕ້ກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າຈຳນວນ 6 ສະບັບ; ສຳເລັດການສ້າງກົດໝາຍວ່າດ້ວຍອຸຕຸນິຍົມ ແລະ ອຸທົກກະສາດ ປີ 2018.
ນອກຈາກນີ້ກໍໄດ້ສຳເລັດການສ້າງດຳລັດວ່າດ້ວຍການປະເມີນຜົນກະທົບຕໍ່ສິ່ງແວດລ້ອມຊຶ່ງໄດ້ປະກາດໃຊ້ຕົ້ນປີ 2019, ສຳເລັດການປັບປຸງບາງມາດຕາຂອງດໍາລັດ ວ່າດ້ວຍການທົດແທນຄ່າເສຍຫາຍ ແລະ ຈັດສັນຍົກຍ້າຍປະຊາຊົນຈາກໂຄງການພັດທະນາ ປີ 2018 ຊຶ່ງເປັນນິຕິກຳທີ່ສຳຄັນໃນການພິຈາລະນາໂຄງການພັດທະນາຕ່າງໆແນໃສ່ຮັບປະກັນການຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ແລະ ການພັດທະນາເສດຖະກິດສັງຄົມແຫ່ງຊາດຕາມທິດຍືນຍົງ ແລະ ສີຂຽວ ເທື່ອລະກ້າວ ແລະ ວຽກງານອື່ນໆ.
(ແຫຼ່ງຂໍ້ມູນ: pasaxon.org.la)