ຍສໝ - ໃນຕອນເຊົ້າຂອງວັນທີ 3 ກຸມພາ, ສືບຕໍ່ການຢ້ຽມຢາມເຮັດວຽກຢູ່ແຂວງຮ່າຕິ້ງ, ຄະນະປະຕິບັດງານຈາກກະຊວງກະສິກຳ ແລະ ສິ່ງແວດລ້ອມ ນຳໂດຍທ່ານ ຫງວຽນກວາງຮຸ່ງ - ຮອງຫົວໜ້າກົມກວດກາການປະມົງ ແລະ ການປະມົງ ໄດ້ຈັດກອງປະຊຸມກັບຄະນະຊີ້ນຳການຕ້ານການຫາປາທີ່ຜິດກົດໝາຍ, ບໍ່ໄດ້ລາຍງານ ແລະ ບໍ່ໄດ້ຄວບຄຸມ (IUU) ແຂວງຮ່າຕິ້ງ ເພື່ອປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດວຽກງານຕ້ານການຫາປາ IUU ໃນບໍລິເວນ.
ຍສໝ - ໃນປີ 2025, ເຖິງວ່າສະພາບການໂລກມີຄວາມຜັນຜວນ, ການຟື້ນຕົວທາງເສດຖະກິດທີ່ຊ້າ, ແລະ ການປ່ຽນແປງຂອງດິນຟ້າອາກາດທີ່ຮ້າຍແຮງຂຶ້ນເລື້ອຍໆ, ຂະແໜງກະສິກຳ ແລະ ສິ່ງແວດລ້ອມຂອງຫວຽດນາມຈະສືບຕໍ່ຢືນຢັນບົດບາດຂອງຕົນເປັນເສົາຄ້ຳຂອງເສດຖະກິດ, ປະກອບສ່ວນເຂົ້າໃນສະຖຽນລະພາບດ້ານເສດຖະກິດມະຫາພາກ ແລະ ຮັບປະກັນສະຫວັດດີການສັງຄົມ.
ຍສໝ - ນັ້ນແມ່ນຄຳຢືນຢັນຂອງທ່ານຜູ້ວ່າການ Hattori Seitaro ເນື່ອງໃນໂອກາດການຢ້ຽມຢາມ ຫວຽດນາມ ເພື່ອສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງການພົວພັນມິດຕະພາບຮ່ວມມືທີ່ເປັນມູນເຊື້ອລະຫວ່າງແຂວງ Fukuoka ແລະ ນະຄອນຫຼວງ ຮ່າໂນ້ຍ.
ວັນທີ 19 ກຸມພາ, ຢູ່ ນະຄອນ ໂຮ້ຍອານ ແຂວງ ກວ໋າງນາມ ໄດ້ດຳເນີນລາຍການສິລະປະເພື່ອສິ່ງແວດລ້ອມ. ເຫດການແມ່ນນອນໃນຂອບເຂດການເຄື່ອນໄຫວຫນູນຊ່ວຍພັດທະນາແບບຍືນຍົງຢູ່ ຫວຽດນາມ ໂດຍສະຖານທູດ ອັງກິດ ສົມທົບກັບສະຫະສະມາຄົມທ່ອງທ່ຽວ ກວ໋າງນາມ ປະຕິບັດ.
ຍສໝ - ວັນທີ 29 ພຶດສະພາ, ຄະນະປະຕິບັດງານຫວຽດນາມ ປະຈຳ ສປຊ ພ້ອມກັບຄະນະປະຕິບັດງານ ສະວິດ, ຫ້ອງການປະສານງານບັນດາການເຄື່ອນໄຫວມະນຸດສະທຳຂອງ ສປຊ (OCHA), ໂຄງການສິ່ງແວດລ້ອມຂອງ ສປຊ (UNEP) ແລະ ອົງການຈັດຕັ້ງ PAX ໄດ້ຈັດ ການປຶກສາຫາລືທາງອອນລາຍທີ່ມີຊື່ວ່າ “ປົກປັກຮັກສາສິ່ງແວດລ້ອມໃນການປະທະກັນດ້ວຍອາວຸດ ແມ່ນ ປົກປ້ອງສາມັນຊົນ”.
ຍສໝ - ໃນຕອນເຊົ້າວັນທີ 9 ທັນວາ 2019, ທີ່ນະຄອນດ່ານັ້ງ ສສ ຫວຽດນາມ, ຄະນະປະຕິບັດງານຂອງກຳມາທິການເສດຖະກິດພ້ອມກັບກຳມາທິການວິທະຍາສາດ, ເຕັກໂນໂລຢີ ແລະສິ່ງແວດລ້ອມຂອງສະພາແຫ່ງຊາດ ໂດຍທ່ານ ຫວູຮົ່ງແທັງ, ປະທານກໍາມາທິການເສດຖະກິດເປັນຫົວໜ້າຄະນະໄດ້ໃຫ້ການຕ້ອນຮັບຄະນະປະຕິບັດງານກຳມາທິການເສດຖະກິດ, ເຕັກໂນໂລຢີ ແລະສິ່ງແວດລ້ອມລາວ.
ຍສໝ - ໃນຕອນເຊົ້າວັນທີ 9 ທັນວາ 2019, ທີ່ນະຄອນດ່ານັ້ງ ສສ ຫວຽດນາມ, ຄະນະປະຕິບັດງານຂອງກຳມາທິການເສດຖະກິດພ້ອມກັບກຳມາທິການວິທະຍາສາດ, ເຕັກໂນໂລຢີ ແລະສິ່ງແວດລ້ອມຂອງສະພາແຫ່ງຊາດ ໂດຍທ່ານ ຫວູຮົ່ງແທັງ, ປະທານກໍາມາທິການເສດຖະກິດເປັນຫົວໜ້າຄະນະໄດ້ໃຫ້ການຕ້ອນຮັບຄະນະປະຕິບັດງານກຳມາທິການເສດຖະກິດ, ເຕັກໂນໂລຢີ ແລະສິ່ງແວດລ້ອມລາວ.
ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ວັນທີ 12 ພະຈິກ 2019 ເຊິ່ງເປັນມື້ທີ 3 ຂອງກອງປະຊຸມດັ່ງກ່າວ ຢູ່ຫໍປະຊຸມສະພາແຫ່ງຊາດ (ຫຼັກ 6) ໂດຍເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ມີບັນດາຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງຕ່າງໆ ເຂົ້າຮ່ວມ.
ວັນທີ 26 ກໍລະກົດ 2019 ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດຕັ້ງພິທີເຊັນບົດບັນທຶກການປຶກສາຫາລື ລະຫວ່າງກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການຮ່ວມມື ສ ເກົາຫຼີ (KOICA) ປະຈຳລາວ ໃນໂຄງການສ້າງຄວາມອາດສາມາດບຳບັດນ້ຳເປື້ອນ ແລະ ຂີ້ເຫຍື້ອ ສຳລັບໂຄງການປັບປຸງສິ່ງແວດລ້ອມໃນຕົວເມືອງຢູ່ລາວ.
ໂຄງການປູກໄມ້ ແລະ ສ້າງໂຮງງານໄມ້ອັດຂອງບໍລິສັດບົວລະພາ ກະສິກຳ-ປ່າໄມ້ ຈຳກັດ ຈະປະກອບສ່ວນສຳຄັນໃນການຍູ້ເສດຖະກິດຂອງ ສປປ ລາວ ໄປຕາມທິດ ຍືນຍົງ ແລະ ສີຂຽວໃນຕໍ່ໜ້າ.
ປີຜ່ານມາ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ສຳເລັດການສຳຫຼວດອອກໃບຕາດິນໃຫ້ປະຊາຊົນ ໃນຂອບເຂດທົ່ວປະເທດ ບັນລຸເຖິງ 139.000 ຕອນ, ລື່ນແຜນການທີ່ກໍານົດໄວ້, ນອກຈາກນີ້ຍັງໄດ້ສ້າງ ແລະ ປັບປຸງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍເພື່ອຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.