|
ສະຫາຍ ສົມດີ ດວງດີ
ສະຫາຍ ສົມດີ ດວງດີ ໄດ້ສະຫຼຸບຕີລາຄາການຊີ້ນຳ-ນຳພາຮອບດ້ານຂອງຄະນະພັກກະຊວງການເງິນປີ 2018 ແລະ ທິດທາງປີ 2019 ໂດຍໄດ້ເອົາໃຈໃສ່ຊີ້ນຳນຳພາຄະນະພັກແຕ່ລະຂັ້ນເອົາໃຈໃສ່ປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃຫ້ມີປະສິດທິພາບ ແລະ ມີຜົນສຳເລັດໃນແຕ່ລະດ້ານພ້ອມດຽວກັນນັ້ນ ຄະນະພັກແຕ່ລະຂັ້ນໄດ້ສຸມໃສ່ແກ້ໄຂສະພາບແນວຄິດຂອງພະນັກງານຈຳນວນໜຶ່ງທີ່ມີຄວາມຮັບຜິດຊອບທາງດ້ານການເມືອງບໍ່ທັນສູງແນວຄິດເຫັນແກ່ຜົນປະໂຫຍດສ່ວນຕົວຂາດຄວາມກະຕືລືລົ້ນສວຍໃຊ້ໜ້າທີ່ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າໂດຍການນຳໃຊ້ຫຼາຍຮູບແບບຫຼາຍວິທີເປັນຕົ້ນໄດ້ຫັນເອົາແນວທາງມະຕິຄຳສັ່ງຂອງພັກ ແລະ ບັນດາກົດໝາຍລະບຽບການທີ່ກ່ຽວຂ້ອງມູນເຊື້ອຂອງພັກຂອງຊາດມາຈັດຕັ້ງເຜີຍແຜ່ໃຫ້ພະນັກງານລັດຖະກອນເປັນປົກກະຕິປັບປຸງການຈັດຕັ້ງບັນດາຮາກຖານພັກໃຫ້ສອດຄ່ອງກັບການຈັດຕັ້ງຂອງລັດຕາມກົດລະບຽບຂອງພັກທີ່ໄດ້ກຳນົດໄວ້ເຊັ່ນ: ໄດ້ສ້າງຕັ້ງໜ່ວຍພັກເພີ່ມຂຶ້ນ 12 ໜ່ວຍພັກ ໃນນີ້ ໜ່ວຍພັກຮາກຖານ 1 ໜ່ວຍ ໜ່ວຍພັກທີ່ຂຶ້ນກັບຄະນະຮາກຖານ 11 ໜ່ວຍ ປັດຈຸບັນມີ 46 ຮາກຖານພັກ ໃນນັ້ນ ມີ 5 ຄະນະພັກຮາກຖານ 28 ໜ່ວຍຂຶ້ນກັບຄະນະພັກຮາກຖານ ແລະ 13 ໜ່ວຍພັກຮາກຖານຜ່ານການຈັດຕັ້ງປະຕິບັດບັນດາມາດຕະການໃນການປັບປຸງທາງດ້ານແນວຄິດທົ່ວອົງຄະນະພັກກະຊວງການເງິນໃນໄລຍະຜ່ານມາສາມາດຕີຄາລາໄດ້ວ່າສະມາຊິກພັກພະນັກງານ-ລັດຖະກອນຈຳນວນຫຼາຍ ມີແນວຄິດຫຼັກໝັ້ນການເມືອງໜັກແໜ້ນ ທຸ່ນທ່ຽງ ແລະ ປະຕິບັດວຽກງານທີ່ໄດ້ຮັບມອບໝາຍ ແລະ ມີການຫັນປ່ຽນດີຂຶ້ນ.
ພ້ອມນີ້ ກໍໄດ້ເອົາໃຈໃສ່ດ້ານວິຊາສະເພາະກ່ຽວກັບລາຍຮັບງົບປະມານປີ 2018 ທີ່ສະພາຮັບຮອງລວມຍອດລາຍຮັບ 25.452 ຕື້ກີບ ໃນນີ້ ມີລາຍຮັບພາຍໃນ 22.700 ຕື້ກີບ ແລະ ລາຍຮັບຈາກການຊ່ວຍເຫຼືອລ້າ 2.752 ຕື້ກີບ ຜ່ານມາການຈັດຕັ້ງປະຕິບັດຕົວຈິງເກັບໄດ້ທັງໝົດ 17.063,88 ຕື້ກີບ ເທົ່າກັບ 67,04% ໃນນີ້ ມີລາຍຮັບຈາກການຊ່ວຍເຫຼືອລ້າ 1.243,86 ຕື້ກີບ ເທົ່າກັບ 69,69% ລາຍຮັບພາຍໃນຂອງບາງຂະແໜງການ ທີ່ຄາດວ່າຈະເກັບໄດ້ເກີນແຜນແມ່ນຈາກລາຍຮັບອື່ນໆ ໂດຍສະເພາະເງິນຊຳລະໜີ້ສິນຂອງລັດວິສາຫະກິດເງິນປັນຜົນຈາກການຂາຍຮຸ້ນຂອງບໍລິສັດລົງທຶນ ນອກນີ້ຍັງມີລາຍຮັບຂະແໜງວິຊາການ ເພື່ອຈົດຮັບ-ຈົດຈ່າຍເພີ່ມ ຕາມການສະເໜີຂອງຂະແໜງການ ແລະ ທ້ອງຖິ່ນນຳອີກປະຕິບັດລາຍຈ່າຍໄດ້ 22.363,61 ຕື້ກີບ ເທົ່າກັບ 68,16% ໃນນັ້ນ ໄດ້ເອົາໃຈໃສ່ບັນດາລາຍຈ່າຍບຸລິມະສິດເງິນເດືອນ ເງິນນະໂຍບາຍຕ່າງໆປະຕິບັດໄດ້ 70% ຊຳລະໜີ້ສິນ 74,64% ແລະ ລາຍຈ່າຍບໍລິຫານກົງຈັກລັດຂອງຂະແໜງການ ແລະ ທ້ອງຖິ່ນປະຕິບັດໄດ້ 52% ພ້ອມນັ້ນໄດ້ຈ່າຍເງິນລົງທຶນ ແລະ ໜີ້ສິນອື່ນໆ ຄາດຄະເນປະຕິບັດລາຍຮັບ 3 ເດືອນທ້າຍປີ ລາຍຮັບລວມປະມານ 8.432,28 ຕື້ກີບ ເທົ່າກັບ 33,13% ໃນນີ້ ລາຍຮັບພາຍໃນ 6.601,33 ຕື້ກີບ ເທົ່າກັບ 29,08% ຄາດຄະເນໝົດປີສາມາດປະຕິບັດໄດ້ທັງໝົດ 25.496,15 ຕື້ກີບ ເທົ່າກັບ 100,17% ໃນນີ້ ລາຍຮັບພາຍໃນປະຕິບັດໄດ້ 22.421.32 ຕື້ກີບ ເທົ່າກັບ 98,77% ໃນນີ້ ລາຍຮັບສ່ວຍສາອາກອນປະຕິບັດໄດ້ 94,33% ລາຍຮັບພາສີປະຕິບັດໄດ້ 96,07% ລາຍຮັບຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ປະກັນໄພປະຕິບັດໄດ້ 172,27% ລາຍຮັບຈາກຊັບສິນລັດປະຕິບັດໄດ້ 103,85% ຄາດຄະເນໝົດປີ 2018 ຕົວເລກໃນເບື້ອງຕົ້ນຢູ່ໃນລະດັບ 32.692.74 ຕື້ກີບ ເທົ່າກັບ 99,64% ໃນນັ້ນ ລວມທັງລາຍຂະແໜງ ແລະ ທ້ອງຖິ່ນ ສະເໜີເຂົ້າໃນທ້າຍປີ ມີລາຍຈ່າຍວິຊາການ ເງິນບຳເນັດເກັບລາຍຮັບເກີນແຜນຂອງບັນດາແຂວງ ແລະ ແກ້ໄຂໄພພິບັດ 100 ຕື້ກີບໄດ້ຈັດສັນເຂົ້າໃນລາຍຈ່າຍການລົງທຶນລັດ.
ໂດຍອີງໃສ່ຕົວເລກຄາດຄະເນການຈັດຕັ້ງປະຕິບັດລາຍຮັບ ແລະ ລາຍຈ່າຍງົບປະມານໝົດປີ 2018 ຂ້າງເທິງ ຄາດວ່າປີ 2018 ຈະມີການຂາດດູນງົບປະມານ 7.196,59 ຕື້ກີບ ຫຼື ປະມານ 4,72% ຂອງ GDP ແຜນຄາດດູນທີ່ສະພາຮັບຮອງ 7.357,41 ຕື້ກີບ ຫຼື ເທົ່າກັບ 4,92% ຂອງ GDP ເຊິ່ງ GDP ຄາດວ່າຈະບັນລຸໄດ້ 152.425 ຕື້ກີບ.
(ແຫຼ່ງຂໍ້ມູນ: vientianemai.net)