ຄາດຄະເນໝົດປີສາມາດປະຕິບັດລາຍຮັບ 25 ພັນຕື້ກວ່າກີບ
ກະຊວງການເງິນຈັດກອງປະຊຸມຄົບຄະນະບໍລິຫານງານພັກເປີດກວ້າງ ຄັ້ງທີ 7 ສະໄໝທີ II ຂຶ້ນວັນທີ 13 ກຸມພາ 2019 ທີ່ກະຊວງຂອງຕົນ ໂດຍເປັນປະທານຂອງສະຫາຍ ສົມດີ ດວງດີ ກຳມະການສູນກາງພັກ ເລຂາຄະນະພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ມີຮອງເລຂາ ຄະນະພັກຄະນະປະຈຳພັກ ຄະນະພັກ ແລະ ເລຂາຄະນະພັກຮາກຖານເຂົ້າຮ່ວມ.