|
ສະຫາຍ ບຸນທອງ ຈິດມະນີ
ໂດຍການເປັນປະທານຂອງສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ປະທານກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີບັນດາເລຂາ-ຮອງເລຂາ, ຄະນະປະຈຳພັກ, ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ, ປະທານ-ຮອງປະທານຄະນະກວດກາພັກ-ອົງການກວດກາລັດ ໃນຂອບເຂດທົ່ວປະເທດເຂົ້າຮ່ວມ. ຕະຫຼອດໄລຍະກອງປະຊຸມວຽກງານກວດກາທົ່ວປະເທດປະຈຳປີ 2018, ຜູ້ແທນກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ, ຕີລາຄາປະກອບຄຳຄິດຄຳເຫັນໃສ່ຮ່າງບົດສະຫຼຸບການເຄື່ອນໄຫວວຽກງານກວດກາປະຈຳປີ 2018 ແລະ ທິດທາງແຜນການປີ 2019, ໄດ້ລາຍງານວຽກງານຕິດຕາມ, ກວດກາພັກ, ບົດລາຍງານວຽກຕິດຕາມ, ກວດກາການບໍລິຫານລັດເພື່ອຊອກໃຫ້ເຫັນດ້ານດີທີ່ຄວນສົ່ງເສີມ, ດ້ານອ່ອນຂໍ້ຄົງຄ້າງທີ່ຈະຕ້ອງນຳໄປປັບປຸງໃນຕໍ່ໜ້າ ແລະ ບາງບົດຮຽນທີ່ດີກ່ຽວກັບວຽກງານກວດກາຂອງທ້ອງຖິ່ນ, ແຂວງ, ກະຊວງ ເພື່ອນຳໄປໝູນໃຊ້ໃນອະນາຄົດ.
ໃນໂອກາດກ່າວປິດກອງປະຊຸມ, ສະຫາຍ ບຸນທອງ ຈິດມະນີ ກ່າວວ່າ: ໃນໄລຍະດຳເນີນກອງປະຊຸມຕະຫຼອດ 3 ວັນມານີ້, ພວກເຮົາໄອ້ພ້ອມກັນຟັງ ແລະ ປະກອບຄຳຄິດຄຳເຫັນ ຕໍ່ບົດສະຫຼຸບການປະຕິບັດວຽກງານຕິດຕາມ, ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໃນໜຶ່ງປີຜ່ານມາ ແລະ ເອກະສານຕ່າງໆກ່ຽວກັບວຽກງານກວດກາ. ກອງປະຊຸມໄດ້ເປັນເອກະພາບຕໍ່ຜົນສຳເລັດ, ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນໃນການປະຕິບັດຜ່ານມາ, ເປັນເອກະພາບຕໍ່ທິດທາງແຜນການທີ່ຈະສືບຕໍ່ຈັດຕັ້ງປະຕິບັດປີ 2019 ຈະຕ້ອງສືບຕໍ່ສູ້ຊົນຈັດຕັ້ງປະບັນດາເນື້ອໃນຄາດໝາຍທີ່ກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ III ໄດ້ກຳນົດໄວ້. ທ່ານ ບຸນທອງ ຈິດມະນີ ໄດ້ກ່າວວ່າ: ເພື່ອເປັນທິດໃນການສືບຕໍ່ປະຕິບັດວຽກງານຕິກຕາມ, ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໃນປີ 2019, ຊຶ່ງເປັນປີທີ 4 ທີ່ພວກເຮົາພ້ອມກັນສືບຕໍ່ຂຸ້ນຂ້ຽວປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII, ເນື້ອໃນກອງປະຊຸມວຽກງານກວດກາ ທົ່ວປະເທດຄັ້ງທີ III ແລະ ເນື້ອໃນກອງປະຊຸມຂອງພວກເຮົາເທື່ອນີ້, ຂ້າພະເຈົ້າມີຄຳເຫັນຕື່ມດັ່ງນີ້:
ໜຶ່ງ; ສືບຕໍ່ຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດບັນດາຄາດໝາຍຄື: ເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກລວມທັງບັນດາມະຕິ ຂອງຄະນະບໍລິຫານງານສູນກາງພັກ (ສະໄໝທີ X). ສອງ; ວຽກງານຕິດຕາມ, ກວດກາພັກ: ສືບຕໍ່ເອົາໃຈໃສ່ຕິດຕາມ, ກວດກາການຈັດຕັ້ງປະຕິບັດບັນດາມະຕິ, ຄຳສັ່ງ, ຂໍ້ກຳນົດຕ່າງໆຂອງພັກ ລວມທັງການປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກອັນໃດມີຜົນສຳເລັດ. ສາມ; ບັນຫາທີ່ຕ້ອງເອົາໃຈໃສ່ຊີ້ນຳ ແລະ ສຸມໃສ່ຕິດຕາມ, ກວດກາການຄຸ້ມຄອງບໍລິຫານລັດແຕ່ລະຂັ້ນຄື: ຕິດຕາມ, ກວດກາ ການປະຕິບັດພາລະບົດບາດ, ໜ້າທີ່ການໃຊ້ສິດອຳນາດຂອງແຕ່ລະຂະແໜງການ ແລະ ທ້ອງຖິ່ນ. ຕິດຕາມ, ກວດກາການຄຸ້ມຄອງ ແລະ ນຳໃຊ້ງົບປະມານຂອງລັດ. ສືບຕໍ່ຕິດຕາມ, ກວດກາລົງເລິກ ແລະ ສືບສວນ-ສອບສວນຕໍ່ການຈັດຕັ້ງ ແລະ ບຸກຄົນທີ່ພົວພັນເຖິງໂຄງການລົງທຶນຂອງລັດ, ການຊຳລະໜີ້ສິນແບບມີສ່ວນຫຼຸດ, ການຊຳລະເກີນ ແລະ ຊໍ້າຊ້ອນຢູ່ບາງກະຊວງ ແລະ ບາງແຂວງໃຫ້ສຳເລັດ. ສີ່; ສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ຕໍ່ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງທີ່ເປັນໄພຂົ່ມຂູ່ຕໍ່ສະຖຽນລະພາບຂອງການຈັດຕັ້ງ ແລະ ສະມາຊິກພັກ-ພະນັກງານ, ເປັນບັນຫາໜຶ່ງທີ່ສົ່ງຜົນກະທົບເຖິງຄວາມເຫຼື້ອມໃສ ແລະ ຄວາມເຊື່ອໝັ້ນຂອງມະຫາຊົນ. ຫ້າ; ເພີ່ມທະວີຄວາມຮັບຜິດຊອບນຳພາ-ຊີ້ນຳຂອງຄະນະພັກ, ອົງການປົກຄອງ ແລະ ຄະນະກວດກາແຕ່ລະຂັ້ນຕໍ່ການຄົ້ນຄວ້າແກ້ໄຂຄຳຮ້ອງ-ຄຳສະເໜີ ຂອງພະນັກງານ-ສະມາຊິກພັກ ແລະ ຂອງພົນລະເມືອງ. ຫົກ; ສືບຕໍ່ເພີ່ມທະວິການພົວພັນຮ່ວມມື ແລະ ແລກປ່ຽນບົດຮຽນກັບຕ່າງປະເທດ. ເຈັດ; ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ ແລະ ພະນັກງານກວດກາແຕ່ລະຂັ້ນ ໃຫ້ໜັກແໜ້ນເຂັ້ມແຂງສາມາດເຮັດບົດບາດເປັນເສນາທິການໃຫ້ຄະນະພັກ ແລະ ອົງການປົກຄອງຂັ້ນຂອງຕົນ. ແປດ; ເພີ່ມທະວີການນຳພາຂອງຄະນະພັກ ແລະ ການນຳແຕ່ລະຂັ້ນ ຕໍ່ວຽກງານຕິດຕາມ, ກວດກາ, ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງດ້ວຍຫຼາຍວິທີໂດຍຖືເອົາການຕິດຕາມ, ກວດກາເປັນປົກກະຕິເລີ່ມຫົວທີ. ເກົ້າ; ພາຍຫຼັງສຳເລັດກອງປະຊຸມຄັ້ງນີ້, ສະເໜີໃຫ້ຄະນະພັກ, ຄະນະກວດກາຂອງບັນດາກະຊວງ-ອົງການ, ແຂວງ-ນະຄອນຫຼວງນຳເອົາເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ໄປລາຍງານຕໍ່ສະຫາຍເລຂາຄະນະພັກ ແລະ ຄະນະປະຈຳພັກຮັບຮູ້-ເຂົ້າໃຈ ແລະ ພ້ອມກັນຜັນຂະຫຍາຍຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ.
ພ້ອມກັນນີ້, ໃຫ້ພ້ອມກັນສືບຕໍ່ໂຄສະນາຈັດຕັ້ງປາຖະກະຖາ ແລະ ສ້າງຂະບວນການຕ່າງໆ ເພື່ອຂຳນັບຮັບຕ້ອນວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 37 ປີ (16/2/1982-16/2/2019) ເພື່ອໃຫ້ຮູບການຈັດຕັ້ງຕະຫຼອດເຖິງພະນັກງານ, ສະມາຊິກພັກ, ທະຫານ, ຕຳຫຼວດ ແລະ ຊັ້ນຄົນຕ່າງໆຮັບຮູ້-ເຂົ່າໃຈ ແລະ ເຂົ້າຮ່ວມວຽກງານກວດກາ,ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃຫ້ກວ້າງຂວາງ. ໂດຍຕິດພັນກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ຕິດພັນກັບຂະບວນການແຂ່ງຂັນ «ຮັກຊາດ ແລະ ພັດທະນາ», ເຮັດໃຫ້ວຽກງານຕິດຕາມກວດກາ ແລະ ຕ້ານການສໍ້ລາດບັງຫຼວງສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງແຂງແຮງໃນທຸກວຽກງານໃນໜຶ່ງປີຕໍ່ໜ້າ.
(ແຫຼ່ງຂໍ້ມູນ: pasaxon.org.la)