ເພື່ອແນໃສ່ສະກັນກັ້ນການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ລັດຖະບານ ລາວ ສືບຕໍ່ປິດດ່ານປະເພນີ, ດ່ານທ້ອງຖິ່ນ ແລະ ດ່ານສາກົນ
ລັດຖະບານ ລາວ ເຫັນດີໃຫ້ສືບຕໍ່ປິດດ່ານປະເພນີ, ດ່ານທ້ອງຖິ່ນ ແລະ ດ່ານສາກົນ ສຳລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ, ຍົກເວັ້ນລົດຂົນສົ່ງສິນຄ້າ ແລະ ຜູ້ທີ່ໄດ້ຮັບການອະນຸຍາດຈາກຄະນະສະເພາະກິດເທົ່ານັ້ນ.