|
ພິທີປະກາດເປັນແຂວງຈົບການສຶກສາຊັ້ນມັດທະຍົມຕອນຕົ້ນບໍາລຸງສຳລັບປະຊາຊົນ ຢ່າງເປັນທາງການ ແລະ ເປັນແຂວງທີ 7 ຂອງທົ່ວປະເທດ.
ທ່ານ ສຸນີ ນາມມະບົວລີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ກ່າວລາຍງານກ່ຽວກັບຜົນສຳເລັດການບຳລຸງຍົກລະດັບການສຶກສາຈົບຊັ້ນມັດທະຍົມຕອນຕົ້ນບຳລຸງ, ຊຶ່ງໄດ້ປະຕິບັດການຮຽນການສອນລຶບລ້າງຄວາມບໍ່ຮູ້ໜັງສື ແລະ ບໍາລຸງວັດທະນະທໍາຢ່າງເປັນລະບົບຕໍ່ເນື່ອງ. ນັບແຕ່ປີ 2015-2018 ສາມາດປະກາດເມືອງຈົບຊັ້ນມັດທະຍົມຕອນຕົ້ນບຳລຸງ ໄດ້ 8 ເມືອງທົ່ວແຂວງ, ມີຜູ້ຮຽນຈົບມັດທະຍົມຕອນຕົ້ນທັງໝົດ 13.614 ຄົນ, ຍິງ 6.098 ຄົນ, ສຳລັບທິດທາງແຜນພັດທະນາ ຮອດປີ 2020 ແມ່ນການສຶກສາຈະຕ້ອງດຳເນີນໄປຢ່າງເປັນລະ ບົບຕໍ່່ເນື່ອງໃນທຸກຊັ້ນທຸກສາຍ, ສູ້ຊົນຜັນຂະຫຍາຍເນື້ອໃນຄາດໜາຍ 4 ບຸກທະລຸຂອງຂະແໜງການສຶກສາ-ກິລາ, ສືບຕໍ່ປັບປຸງບັນຫາຂາດເຂີນຄູເຫຼືອບໍ່ພໍ ໂດຍສະເພາະເຂດຫ່າງໄກສອກຫຼີກ, ເພີ່ມທະວີການລົງທຶນຂອງລັດເຂົ້າໃສ່ວຽກງານການສຶກສາ, ພ້ອມທັງປຸກລະດົມການສຶກສາເປັນຂອງທົ່ວສັງຄົມ ແນ່ໃສ່ປັບປຸງໃຫ້ມີຄຸນນະພາບ ແລະ ມີບາດກ້າວດີຂຶ້ນເປັນລຳດັບ.
ຈາກນັ້ນ, ໃນພິທີໄດ້ມອບໃບຍັ້ງຢືນການຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງໃຫ້ແຂວງສາລະວັນ ຢ່າງເປັນທາງການ ພ້ອມທັງມອບໃບຍ້ອງຍໍໃຫ້ກົມກອງບຸກຄົນທີ່ມີຜົນງານໃນການເຄື່ອນໄຫວການຮຽນການສອນ ຕອນທ້າຍຂອງພິທີໄດ້ມີການຕັດແຖບຜ້າ ແລະ ລັ່ນຄອງ ເພື່ອເປັນສັກຂີພິຍານໃນການປະກາດເປັນແຂວງຈົບມັດທະຍົມຕອນຕົ້ນບໍາລຸງຢ່າງເປັນທາງການ.
(ແຫຼ່ງຂໍ້ມູນ: pasaxon.org.la)