ບໍ່ຢຸດການຟ້ອງຮ້ອງຈົນກວ່າບໍລິສັດທີ່ຜະລິດສານພິດສີສົ້ມຕ້ອງໄດ້ຮັບຜິດຊອບຕໍ່ຄວາມຜິດຂອງພວກເຂົາ
ການໂທດກຳສົງຄາມທີ່ເຮັດຜິດກັບທຳມະຄະຕິຄື ທາດພິດສີສົ້ມ ຈະບໍ່ໄດ້ປິດບັງໄວ້ | |
ສານ Evry - ຝລັ່ງ ປະຕິເສດໃບຮ້ອງຟ້ອງຂອງທ່ານນາງ ເຈິ່ນໂຕ໊ງາ |
![]() |
ຊາວຫວຽດນາມທີ່ຮັບຜົນກະທົບຈາກທາດພິດສີສົ້ມ ໄດ້ຮັບການສະໜັບສະໜູນຈາກໂຄງການ RENEW. |
ທ່ານຮູ້ກ່ຽວກັບການເດີນທາງຂອງ ທ່ານນາງ ເຈີນໂຕຫງ່າ ເພື່ອຮຽກຮ້ອງຄວາມຍຸຕິທຳ ສຳລັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມບໍ?
ຂ້າພະເຈົ້າໄດ້ພົບກັບທ່ານນາງ ເຈີນໂຕຫງ່າ ເມື່ອສອງສາມປີກ່ອນ ໃນເວລາທີ່ທ່ານນາງມາຢ້ຽມຢາມຮ່າໂນ້ຍ, ຂ້າພະເຈົ້າຮູ້ສຶກປະທັບໃຈຈາກຄວາມຈິງໃຈ, ຄວາມຖ່ອມຈຽມ ແລະ ມານະຈິດ, ຄວາມຕັ້ງໃຈຂອງນາງ ໃນການຊອກຫາຄວາມຍຸດຕິທຳ ເພື່ອຕໍ່ຕ້ານບໍລິສັດເຄມີທີ່ໄດ້ສ້າງຄວາມເສຍຫາຍໃຫ້ ຫຼາຍຄົນທີ່ບໍ່ມີຄວາມຜິດ. ທ່ານນາງ ເຈີນໂຕຫງ່າ ກຳລັງສະແດງ ແລະ ຕາງໜ້າໃຫ້ແກ່ຜູ້ເຄາະຮ້າຍຫລາຍພັນຄົນ, ຂ້າພະເຈົ້າມີຄວາມເຄົາລົບນັບຖື ແລະ ຮູ້ສຶກຂອບໃຈຫຼາຍສຳລັບຄວາມມຸ່ງໝັ້ນຂອງນາງ ທີ່ຈະຊອກຫາຄວາມຍຸຕິທຳໃຫ້ກັບຕົນເອງ, ຄອບຄົວຂອງນາງ ແລະ ຂອງຜູ້ເຄາະຮ້າຍອື່ນໆ.
![]() |
ທ່ານ Chuck Searcy - ປະທານສາຂາສາຂາສະມາຄົມ 106, ສະມາຄົມນັກຮົບເກົ່າເພື່ອສັນຕິພາບ (ອາເມລິກາ) |
ໃນຖານະເປັນຄົນທີ່ໄດ້ອາໄສຢູ່ຫວຽດນາມມາ ເປັນເວລາດົນນານ, ທ່ານຮູ້ສຶກແນວໃດເມື່ອໄດ້ພົບກັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ?
ແນ່ນອນຂ້ອຍຂໍສະແດງຄວາມໂສກເສົ້າ ແລະ ເຫັນອົກເຫັນໃຈນໍາພວກເຂົາ, ເພາະວ່າ ບັນຫາສຸຂະພາບຮ່າງກາຍ ແລະ ຈິດໃຈຂອງພວກເຂົາບໍ່ໄດ້ເກີດຈາກຍ້ອນສິ່ງທີ່ພວກເຂົາເຮັດ. ພວກເຂົາທຸກຄົນ ແມ່ນຜູ້ເຄາະຮ້າຍຈາກສົງຄາມທໍລະຫົດ ແລະ ໄຮ້ສິນທຳ, ພວກເຂົາ ແລະ ຄອບຄົວພວກເຂົາ ປະສົບກັບຄວາມບໍ່ຍຸດຕິທຳ.
![]() |
ຄະດີຟ້ອງຮ້ອງຕ້ອງການໄດ້ສືບຕໍ່ນຳຕົວຕໍ່ສານດ້ວຍທຸກຂັ້ນ ແລະ ບໍ່ຢຸດການຟ້ອງຮ້ອງຈົນກວ່າບໍລິສັດເຄມີ ແລະ ລັດຖະບານຕ້ອງຮັບຜິດຊອບຕໍ່ການກະທຳທີ່ຜິດຂອງພວກເຂົາ. |
ຖ້າທ່ານປະຕິບັດ, ທ່ານຈະເຮັດຫຍັງແດ່ ເພື່ອຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຂອງຫວຽດນາມ ໃນການຕໍ່ສູ້ດ້ານກົດໝາຍນີ້?
ພວກເຮົາຫຼາຍຄົນ ເຊິ່ງເປັນນັກຮົບຂອງອາເມລິກາ ໄດ້ເວົ້າ, ຂຽນບົດ ແລະ ຂຽນຈົດໝາຍສົ່ງເຖິງຜູ້ ນຳລັດຖະບານ ເພື່ອຮຽກຮ້ອງໃຫ້ພວກເຂົາຕ້ອງເຮັດຫຼາຍກວ່າເກົ່າ ໃນການຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ - ດີໂອຊີນທັງຜູ້ໃຫຍ່ ແລະເດັກນ້ອຍທັງເປັນຄົນຫວຽດນາມ ແລະ ອາເມລິກາ.
ລັດຖະບານສະຫະລັດອາເມລິກາ ກຳລັງເລີ່ມຕົ້ນທີ່ຈະຊ່ວຍເຫຼືອຄອບຄົວຫວຽດນາມທີ່ຖືກກະທົບທາດພິດສີສົ້ມ - ດີໂອຊີນຢ່າງໜັກ.
![]() |
ຕ້ອງສືບຕໍ່ນຳເອົາຄະດີຟ້ອງຮ້ອງຂອງທ່ານນາງ ເຈີນໂຕຫງ່າ ໄປເຖີງສານທຸກຂັ້ນ |
ສະນັ້ນພວກເຮົາຕ້ອງສືບຕໍ່ນຳເອົາຄະດີຟ້ອງຮ້ອງຂອງທ່ານນາງ ເຈີນໂຕຫງ່າ ໄປເຖີງສານທຸກຂັ້ນ, ພະຍາຍາມຊອກຫາຜູ້ພິພາກສາ ຫລື ຄະນະຕຸລາການທີ່ຮັບປະກັນຄວາມຍຸດຕິທຳຢ່າງແທ້ຈິງ, ແລະ ບໍ່ຢຸດການຟ້ອງຮ້ອງຈົນກວ່າບໍລິສັດທີ່ຜະລິດສານພິດສີສົ້ມ ແລະ ລັດຖະບານຕ້ອງຮັບຜິດຊອບຕໍ່ຄວາມຜິດຂອງພວກເຂົາ. ແລະ ພວກເຂົາຕ້ອງຮູ້ວ່າແມ່ນບໍ່ຖືກຕ້ອງທີ່ໄດ້ຜະລິດສານພິດສີສົ້ມ ແລະ ແຜ່ຂະຫຍາຍໄປສູ່ແຜ່ນດິນ ແລະ ປະຊາຊົນຂອງຫວຽດນາມ.
- ຂໍຂອບໃຈ!
![]() | ການໂທດກຳສົງຄາມທີ່ເຮັດຜິດກັບທຳມະຄະຕິຄື ທາດພິດສີສົ້ມ ຈະບໍ່ໄດ້ປິດບັງໄວ້ ຍສໝ - ກອງທຶນສັນຕິພາບ ສ.ເກົາຫຼີ - ຫວຽດນາມ ໄດ້ເຫັນດີຢ່າງເຕັມສ່ວນກັບຄະດີຂອງທ່ານນາງ ເຈີນໂຕຫງ່າ ໃນການຊອກຫາຄວາມຍຸຕິທຳໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມໃນຄັ້ງນີ້. |
![]() | ສະຫະພັນນັກຮົບເກົ່າຢູແກຼນ ໄດ້ອອກຖະແຫຼງການສະໜັບສະໜູນ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຂອງຫວຽດນາມ ຍສໝ - ສະຫະພັນນັກຮົບເກົ່າຢູແກຼນ ໄດ້ປະກາດຄວາມສາມັກຄີ ກັບ ທ່ານນາງ ເຈີນໂຕຫງ່າ ແລະຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ ໃນການຕໍ່ສູ້ດ້ານກົດໝາຍ ຕໍ່ບໍລິສັດເຄມີຫຼາຍປະເທດຈຳນວນ 14 ແຫ່ງ. |
![]() | ພັກກອມມູນິດເຢຍລະມັນ (DKP) ສະໜັບສະໜູນຄະດີຮ້ອງຟ້ອງ ຂອງຜູ້ປະສົບເຄາະຮ້າຍທາດພິດສີສົ້ມ - ດີໂອຊີນຫວຽດນາມ ຍສໝ - ຫວ່າງມໍ່ໆນີ້, ພັກກອມມູນິດເຢຍລະມັນ (DKP) ໄດ້ອອກຖະແຫຼງການວ່າດ້ວຍການສະໜັບສະໜູນການຟ້ອງຮ້ອງປະຫວັດສາດ ຂອງທ່ານນາງ ເຈີນໂຕຫງ່າ ພ້ອມດ້ວຍບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ - ດີໂອຊີນຢູ່ຫວຽດນາມ ຕໍ່ 14 ບໍລິສັດເຄມີໃນຫຼາຍປະເທດ. |
ຄຳຮຸ່ງ