ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ
ສ້າງເສັ້ນຊາຍແດນລວມລະຫວ່າງສອງປະເທດ ຫວຽດນາມ - ລາວ ໃຫ້ມີສັນຕິພາບ, ສະຖຽນລະພາບ, ຮ່ວມມືພ້ອມກັນພັດທະນາໃຫ້ຍືນຍົງ ແລະຍາວນານ | |
ຫວຽດນາມ - ລາວ ສົມທົບກັນຢ່າງແໜ້ນແຟ້ນໃນການຄຸ້ມຄອງ ແລະປົກປັກຮັກສາຊາຍແດນ |
ທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ເລື່ອງ ລາວ ໄດ້ຈັດຕັ້ງກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງ ພັກປະຊາຊົນປະຕິວັດລາວ ແລະ ກອງປະຊຸມຄັ້ງປະຖົມມະລຶກ ປະສົບຜົນສຳເລັດຢ່າງຈົບງາມ, ສະພາແຫ່ງຊາດ ລາວ ຊຸດທີ IX ເລືອກຕັ້ງໄດ້ຄະນະການນຳຊຸດໃໝ່ ທີ່ມີຄວາມເກັ່ງກ້າສາມາດ, ມີຄວາມໄວ້ວາງໃຈສູງ ແລະ ວາງອອກຍຸດທະສາດ, ນະໂຍບາຍສຳຄັນຫຼາຍຢ່າງໃຫ້ແກ່ອາຍຸການໃໝ່.
![]() |
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ໄດ້ຕ້ອນຮັບທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ |
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ເຊື່ອໝັ້ນວ່າພາຍໃຕ້ການນຳພາທີ່ສະຫຼາດສ່ອງໃສຂອງພັກ, ລັດລາວ, ພ້ອມກັບການຕັດສິນໃຈ, ຮ່ວມແຮງຮ່ວມໃຈຂອງບັນດາອົງການກ່ຽວຂ້ອງ ແລະປະຊາຊົນທຸກຖ້ວນໜ້າ, ປະເທດ, ປະຊາຊົນລາວ ອ້າຍນ້ອງຈະຄວບຄຸມພະຍາດໂຄວິດ-19 ໄດ້ໂດຍໄວ, ສືບຕໍ່ສຸມໃສ່ພັດທະນາເສດຖະກິດ-ສັງຄົມ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຢັ້ງຢືນວ່າ ນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດພິເສດແກ່ສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ.
![]() |
ທ່ານ ເວືອງດິ່ງເຫວ້ ແລະ ທ່ານ ແສງເພັດ ຮຸ່ງບຸນຍວງ. ພາບ: ສຳນັກຂ່າວສານຫວຽດນາມ |
ໃນສະພາບການທີ່ໂລກລະບາດໂຄວິດ - 19 ແຜ່ລະບາດຮອບໃໝ່ນັ້ນ, ການນຳສອງປະເທດ ຍັງສືບຕໍ່ແລກປ່ຽນ, ບັນດາກົນໄກຮ່ວມມືກໍຍັງໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າດ້ວຍຫຼາຍຮູບແບບ ເປັນຕົ້ນແມ່ນ ການໂອ້ລົມປຶກສາຫາລືທາງໂທລະສັບລະຫວ່າງປະທານປະເທດສອງປະເທດ, ນາຍົກລັດຖະມົນຕີ, ປະທານສະພາແຫ່ງຊາດ, ລັດຖະມົນຕີການຕ່າງປະເທດ, ຫົວໜ້າຄະນະພົວພັນຕ່າງປະເທດສອງປະເທດ.
ສ່ວນ ທ່ານເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ ສົ່ງຄຳຊົມເຊີຍຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ມາຍັງທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ. ທ່ານ ແສງເພັດ ຮຸ່ງບຸນຍວງ ສະແດງຄວາມຂອບອົກຂອບໃຈຕໍ່ພັກ, ລັດຫວຽດນາມ ທີ່ໄດ້ຈັດສົ່ງຄະນະຊ່ຽວຊານ ແລະວັດຖຸອຸປະກອນການແພດມາໜູນຊ່ວຍລາວ ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19.
![]() | ຫວຽດນາມ - ລາວ ສົມທົບກັນຢ່າງແໜ້ນແຟ້ນໃນການຄຸ້ມຄອງ ແລະປົກປັກຮັກສາຊາຍແດນ ຍສໝ - ໃນການຮ່ວມມືລະຫວ່າງກຳລັງປ້ອງກັນຊາຍແດນຂອງສອງປະເທດ, ກອງບັນຊາການທະຫານຊາຍແດນໄດ້ສົມທົບ ແລະເຈລະຈາເປັນປະຈຳ ກັບທະຫານຊາຍແດນຂອງລາວ. ບົນພື້ນຖານນັ້ນ, ໝາກຜົນແຫ່ງການຮ່ວມມືດ້ານປ້ອງກັນຊາຍແດນຫວຽດນາມ - ລາວ ບັນລຸໄດ້ໝາກຜົນແທດຈິງຫຼາຍຢ່າງ. |
![]() | ນໍ້າໃຈໄມຕີຈິດມິດຕະພາບແບບພິເສດຫວຽດນາມ - ລາວ ໃນປະຫວັດສາດການພົວພັນສາກົນນັບແຕ່ກ່ອນມາຮອດປະຈຸບັນ, ສາຍພົວພັນແບບພິເສດຫວຽດນາມ - ລາວ, ລາວ - ຫວຽດນາມ ແມ່ນແບບຢ່າງທີ່ດີເດັ່ນ, ຫາຍາກກ່ຽວກັບຄວາມສະໜິດຕິດພັນ, ຄວາມບໍລິສຸດຜຸດຜ່ອງ ແລະເຕັມໄປດ້ວຍປະສິດທິຜົນລະຫວ່າງສອງຊາດ. |
![]() | ສາຍພົວພັນຫວຽດນາມ - ລາວ ນັບມື້ນັບພັດທະນາຢ່າງເລິກເຊິ່ງ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ ຕອນບ່າຍວັນທີ 6 ທັນວາ ຢູ່ ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງ ລັດຖະບານ ລາວ ໂດຍທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ນຳຫນ້າ ພວມຢູ່ຢ້ຽມຢາມຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມຄັ້ງທີ 43 ຄະນະກຳມະການລະຫວ່າງລັດຖະບານ ລາວ - ຫວຽດນາມ. |
ຄຳຮຸ່ງ