ປະກາດເປັນທາງການ ກ່ຽວກັບທີ່ຢູ່ຂອງໜ່ວຍງານ ແລະ ອົງການຈັດຕັ້ງທີ່ສະໜັບສະໜູນ ແມ່ຍິງ ແລະ ເດັກນ້ອຍຜູ້ທີ່ໄດ້ປະສົບກັບຄວາມຮຸນແຮງ
ແຮກສ່ຽວເຂດຊຸມຊົນລະຫວ່ງສອງຝ່າຍເຂດຊາຍແດນ: ເພື່ອປະກອບສ່ວນເຂົ້າການຮັກສາຄວາມສະຫງົບໃຫ້ແກ່ເຂດຊາຍແດນ | |
ຫວຽດນາມ ຢັ້ງຢືນຄຳໝັ້ນສັນຍາໃຫ້ບຸລິມະສິດ ປະຕິບັດຄວາມສະເໝີພາບລະຫວ່າງຍິງ - ຊາຍຢູ່ CSW |
ຫວ່າງແລ້ວນີ້, ກົມສະເໝີພາບລະຫວ່າງຍິງ - ຊາຍ (ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ) ແລະ ອົງການສະຫະປະຊາຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ (UN Women) ໄດ້ປະກາດປຶ້ມທີ່ຢູ່ຢ່າງເປັນທາງການຂອງບັນດາສຳນັກງານ ແລະ ອົງການຈັດຕັ້ງທີ່ສະໜັບສະໜູນແມ່ຍິງ ແລະ ເດັກນ້ອຍຜູ້ທີ່ປະສົບກັບຄວາມຮຸນແຮງແລະ ກໍ່ຄວາມເສຍຫາຍໃນທົ່ວປະເທດ.
ໂດຍໄດ້ສ້າງ ແລະ ສຳເລັດພາຍໃນຫົກເດືອນ, ປື້ມຄູ່ມືໄດ້ສັງລວມທີ່ຢູ່ຂອງບັນດາສຳນັກງານ ແລະ ອົງການຈັດຕັ້ງທີ່ສະໜັບສະໜູນແມ່ຍິງ ແລະ ເດັກນ້ອຍຜູ້ທີ່ປະສົບກັບຄວາມຮຸນແຮງແລະ ກໍ່ຄວາມເສຍຫາຍໃນ 63 ແຂວງ, ນະຄອນ, ລວມທັງຢູ່ຂັ້ນສູນກາງ.
![]() |
ທີ່ຢູ່ຂອງໜ່ວຍງານ ແລະ ອົງການຈັດຕັ້ງທີ່ສະໜັບສະໜູນ ແມ່ຍິງ ແລະ ເດັກນ້ອຍຜູ້ທີ່ໄດ້ປະສົບກັບຄວາມຮຸນແຮງ. (UN Women) |
ທ່ານນາງ ເຈີນຖິບິກລວານ - ຮອງຫົວໜ້າກົມສະເໝີພາບລະຫວ່າງຍິງ - ຊາຍ (ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ) ໃຫ້ຮູ້ວ່າ: “ການພັດທະນາ ແລະ ເຜີຍແຜ່ປື້ມຄູ່ມືກ່ຽວກັບບັນດາສຳນັກງານ, ອົງການຈັດຕັ້ງທີ່ສະໜັບສະໜູນແມ່ຍິງ ແລະ ເດັກນ້ອຍທີ່ປະສົບກັບຄວາມຮຸນແຮງ ແລະ ກໍ່ຄວາມເສຍຫາຍແມ່ນມີຄວາມໝາຍ ແລະ ແທດກັບຕົວຈິງ, ຕອບສະໜອງຄວາມຄາດຫວັງຂອງປະຊາຊົນ, ແລະ ຜູ້ທີ່ປະສົບກັບຄວາມຮຸນແຮງ ເມື່ອພວກເຂົາມີຄວາມຕ້ອງການທີ່ຈະໄດ້ຮັບການປົກປ້ອງ ແລະ ສະໜັບສະໜູນເມື່ອຄວາມຮຸນແຮງເກີດຂື້ນ, ແລະ ພ້ອມດຽວກັນນັ້ນ ໄດ້ກໍ່ສ້າງເຄືອຂ່າຍການປະສານງານລະຫວ່າງອົງການ, ສຳນັກງານ ແລະ ໜ່ວຍງານຕ່າງໆທີ່ໃຫ້ການສະໜັບສະໜູນ ແລະສະໜອງການບໍລິການເພື່ອປ້ອງກັນ ແລະ ຕອບໂຕ້ກັບຄວາມຮຸນແຮງທາງເພດຍິງ - ຊາຍ ຈາກຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນໃນໄລຍະຈະມາເຖິງ”.
ນີ້ແມ່ນສ່ວນໜຶ່ງຂອງໂຄງການຮ່ວມ ເພື່ອຕອບໂຕ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍໃນສະພາບການຂອງການລະບາດຂອງ COVID-19. ໂຄງການດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕາລີ, ໂດຍມີການປະກອບສ່ວນທາງດ້ານການເງິນ ແລະ ວິຊາການຈາກອົງການສະຫະປະຊາຊາດເພື່ອແມ່ຍິງ (UN Women), ອົງການສະຫະປະຊາຊາດເພື່ອປະຊາກອນ (UNFPA) ແລະ ອົງການສະຫະປະຊາຊາດເພື່ອເດັກນ້ອຍ (UNICEF) ປະຈຳຫວຽດນາມ.
![]() | ແມ່ຍິງ ຫວຽດນາມ - ລັດເຊຍ ສູ້ຊົນປະຕິບັດ ເປົ້າຫມາຍພັດທະນາແບບຍືນຍົງ ຍສໝ - ຕອນເຊົ້າວັນທີ 22 ກໍລະກົດ ຢູ່ ຮ່າໂນ້ຍ, ສະຫະພັນແມ່ຍິງ ຫວຽດນາມ ໄດ້ຈັດກອງປະຊຸມພົບປະ ແມ່ຍິງ ຫວຽດນາມ-ສະຫະພັນລັດເຊຍ ໃນຫົວຂໍ້ “ ແມ່ຍິງ ຫວຽດ-ລັດເຊຍ ຮ່ວມມືກັນຊຸກຍູ້ການພັດທະນາແບບຍືນຍົງ ". |
![]() | “ສຳຜັດເຖິງຄວາມຮັກ” ທົດແທນຄຸນ ແມ່ຍິງ ໃນວັນທີ 20 ຕຸລາ ຢູ່ ໂຮ້ຍອານ ຍສໝ - ສົ່ງຂໍ້ຄວາມຕອບແທນຄຸນເຖິງ ແມ່ຍິງຫວຽດນາມ ຜູ້ທີ່ເປັນແມ່, ເປັນເມຍ, ເປັນເອື້ອຍ, ແຟນສາວ... ຜູ້ທີ່ນຳຄວາມອົບອຸ່ນ, ເອົາໃຈໃສ່ ແລະ ຮັກແພງ. ສວນວັດທະນະທຳ ໄດ້ຈັດງານ ສະເຫຼີມສະຫຼອງ ທີ່ມີຫົວຂໍ້ “ ສຳຜັດເຖິງຄວາມຮັກ” ແຕ່ວັນທີ 18-21 ຕຸລາ 2018 |
![]() | ນະຄອນ ໂຮ່ຈີມິນ ໃຫ້ຄຳໝັ້ນສັນຍາຍູ້ແຮງຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ປົກປ້ອງ ແມ່ຍິງ, ເດັກຍິງ UN Women ໄດ້ເຊີນນະຄອນ ໂຮ່ຈີມິນ ເຂົ້າຮ່ວມກອງປະຊຸມທົ່ວໂລກກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍຢູ່ ການາດາ ໃນເດືອນ ຕຸລາ 2018. |
ຄຳຮຸ່ງ