ໂຄງການກໍ່ສ້າງຫໍສະພາແຫ່ງຊາດ ລາວ ຄາດວ່າຈະໃຫ້ສຳເລັດທັງໝົດ 100% ແລະ ມອບ-ຮັບ ໃຫ້ລັດຖະບານລາວ ພາຍໃນເດືອນ ມິຖຸນາ 2021
HUFO ມອບຂອງຂວັນໃຫ້ແກ່ນັກສຶກສາ ລາວ, ກຳປູເຈຍ ຮ່ຳຮຽນຢູ່ນະຄອນໂຮ່ຈີມິນ | |
ເປັນຄັ້ງທຳອິດ ອາເມລິກາມອບສັນຍາຜູ້ຮັບເໝົາຫຼັກໃຫ້ແກ່ບໍລິສັດຫວຽດນາມເພື່ອແກ້ໄຂບັນຫາ ດີໂອຊິນ |
![]() |
ໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ (ຕຶກໃໝ່). ພາບ: VOV |
ໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ (ຕຶກໃໝ່) ມາຮອດປັດຈຸບັນໜ້າວຽກໂດຍລວມແມ່ນ ສຳເລັດ ແລ້ວ 95%, ສະເພາະຫ້ອງປະຊຸມໃຫຍ່ ທີ່ຈະຮັບໃຊ້ກອງປະຊຸມ ຄັ້ງປະຖົມມະລຶກ ຂອງສະ ພາແຫ່ງຊາດ ຊຸດທີ IX ແມ່ນສຳເລັດແລ້ວ 100%, ສາມາດຮັບໃຊ້ກອງປະຊຸມ ໄດ້ຢ່າງສົມບູນ, ໂຄງການກໍ່ສ້າງດັ່ງກ່າວ, ແມ່ນໄດ້ຮັບການຊ່ວຍເຫລືອ ຈາກລັດຖະບານຫວຽດນາມ, ໂດຍແມ່ນແມ່ທັບນ້ອຍ 11 ຫວຽດນາມ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ເລີ່ມລົງມືກໍ່ສ້າງ ມາແຕ່ຕົ້ນເດືອນກໍລະກົດ 2018 ແລະ ຄາດວ່າຈະໃຫ້ສຳເລັດທັງໝົດ 100% ແລະ ມອບ-ຮັບ ໃຫ້ລັດຖະບານລາວ ພາຍໃນເດືອນ ມິ ຖຸນາ 2021.
ມາຮອດປັດຈຸບັນ ສະເພາະການກໍ່ສ້າງ ຫ້ອງປະຊຸມໃຫຍ່ ສະພາແຫ່ງຊາດ ແມ່ນສຳເລັດ 100%, ພາຍໃນຫ້ອງປະຊຸມ ແມ່ນມີຄວາມພ້ອມ ໃນທຸກດ້ານ ເພື່ອຮັບ ໃຊ້ກອງປະຊຸມ ຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະຈັດຂຶ້ນຢ່າງເປັນ ທາງການ ໃນລະຫວ່າງ ວັນທີ 22-26 ມີນາ 2021 ນີ້.
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ນາຍົກລັດຖະມົນຕີລາວ ຕີລາຄາສູງຕໍ່ຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ຈິດໃຈຄວາມຮັບຜິດຊອບ ແລະສີມືແຮງງານຂອງພະນັກງານ, ນັກຮົບແມ່ທັບນ້ອຍ 11; ພ້ອມທັງເຊື່ອໝັ້ນວ່າ 100% ຂອງລາຍການກໍ່ສ້າງຈະໄດ້ນຳໃຊ້ເຂົ້າໃນການຈັດຕັ້ງກອງປະຊຸມສະໄໝສາມັນເທື່ອທີ 1, ສະພາແຫ່ງຊາດ ຊຸດທີ 9 ຂອງລາວ, ຄາດຄະເນວ່າຈະດໍາເນີນໃນລະຫວ່າງວັນທີ 22-26 ມີນາ ແລະຈະໄດ້ຈັດຕັ້ງພິທີມອບ-ຮັບກ່ອນວັນປະຊຸມ, ສ່ວນລາຍການກໍ່ສ້າງທີ່ຍັງເຫຼືອກໍ່ຈະໄດ້ໃຫ້ສຳເລັດເພື່ອສາມາດເປີດນຳໃຊ້ໄດ້ ແລະຈັດພິທີມອບ-ຮັບຢ່າງເປັນທາງການໃຫ້ຖືກຕາມກຳນົດເວລາທີ່ໄດ້ໃຫ້ຄໍາໝັ້ນສັນຍາ.
ຫໍສະພາແຫ່ງຊາດ ລາວ ມີ ທັງໝົດ 5 ຊັ້ນ, 1 ຊັ້ນໃຕ້ດິນ, ມີ 400 ກວ່າຫ້ອງ, ລວມມູນຄ່າການກໍ່ສ້າງ ທັງໝົດ ເກືອບ 112 ລ້ານກວ່າ ໂດລາສະຫະລັດ. ໃນເດືອນພະຈິກ 2016, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ (ປະຈຸບັນແມ່ນເລຂາທິການໃຫຍ່, ປະທານປະເທດຫວຽດນາມ) ໃນນາມພັກ, ລັດ, ສະພາແຫ່ງຊາດ ແລະປະຊາຊົນຫວຽດນາມ ໄດ້ມອບໃຫ້ພັກ, ລັດ, ສະພາແຫ່ງຊາດ ແລະປະຊາຊົນລາວ ກິດຈະກໍາຫໍສະພາແຫ່ງຊາດຫຼັງໃໝ່ (ກິດຈະກໍາໄດ້ກໍ່ສ້າງຢູ່ສະໜາມຫຼວງທາດຫຼວງ, ໃຈກາງນະຄອນຫຼວງວຽງຈັນ). ກະຊວງປ້ອງກັນປະເທດຫວຽດນາມ ໄດ້ມອບໃຫ້ແມ່ທັບນ້ອຍ 11 ລົງມືກໍ່ສ້າງໂຄງການດັ່ງກ່າວ.
![]() | ບໍລິສັດເບຍ ລາວ ມອບ 100 ລ້ານກີບ ຊ່ວຍແຂວງອັດຕະປື ປ້ອງກັນພະຍາດ ໂຄວິດ-19 ທ່ານ ສູນທອນ ພົມມະຈັກ ໄດ້ມີຄໍາເຫັນວ່າ: ການມອບທຶນຊ່ວຍເຫລືອໃຫ້ແຂວງອັດຕະປື ຄັ້ງນີ້ແມ່ນເພື່ອເປັນການປະກອບສ່ວນໃຫ້ແຂວງ ໄດ້ນໍາໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ແລະ ວຽກງານອື່ນໆທີ່ເຫັນວ່າເໝາະສົມ ແນໃສ່ຮັກສາສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນຊາວແຂວງອັດຕະປື ໃຫ້ດີຂຶ້ນ. |
![]() | ປະຊາຊົນອາຊີ ຕ້ອນຮັບບຸນເຕັດ 2021 ໂດຍເຊື່ອມຕົວເຂົ້າກັບບັນຍາການຂອງປີໃໝ່ທີ່ຄືກຄື້ນມ່ວນຊືນ, ການນຳຫຼາຍປະເທດໃນໂລກ ໄດ້ສົ່ງຄຳອວຍພອນອັນດີງາມ ໄປຍັງປະຊາຊົນບັນດາປະເທດເນື່ອງໃນໂອກາດ ບຸນເຕັດປີສະຫຼຸດ. |
![]() | ເສດຖະກິດຂອງ ສປປ ລາວ ຈະສາມາດຟື້ນຕົວ ໃນລະດັບໃດໜຶ່ງໃນປີ 2021 ຖ້າສາມາດສືບຕໍ່ຄວບຄຸມ ພະຍາດລະບາດ ໄດ້ພາຍໃນປະເທດ ແລະ ພາກທຸລະກິດ ສາມາດສືບຕໍ່ຄ້າຂາຍກັບບັນດາປະ ເທດຄູ່ຄ້າ ຄາດວ່າ ເສດຖະກິດຂອງ ສປປ ລາວ ຈະສາມາດຟື້ນຕົວ ໃນລະດັບໃດໜຶ່ງໃນປີ 2021. |
ໄຊພອນ