15:00 | 08/02/2021

ກອງປະຊຸມສະຫລຸບວຽກງານ ແຜນການ-ການລົງທຶນ ແລະ ການເງິນ ປະຈຳປີ 2020 ແລະ ທິດທາງແຜນການ ປະຈຳປີ 2021

ກອງປະຊ ມສະຫລ ບວຽກງານ ແຜນການ ການລ ງທ ນ ແລະ ການເງ ນ ປະຈຳປ 2020 ແລະ ທ ດທາງແຜນການ ປະຈຳປ 2021 ຫວຽດນາມ: ວົງເງິນສົ່ງອອກເຄື່ອງຕໍ່າແຜ່ນຕັດຫຍິບໃນເດືອນມັງກອນ 2021 ຄາດຄະເນບັນລຸ 2,6 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 3,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020
ກອງປະຊ ມສະຫລ ບວຽກງານ ແຜນການ ການລ ງທ ນ ແລະ ການເງ ນ ປະຈຳປ 2020 ແລະ ທ ດທາງແຜນການ ປະຈຳປ 2021 ຂະແໜງການເງິນຈັດກອງປະຊຸມ ສະຫລຸບວຽກງານ ປະຈຳປີ 2020 ແລະ ທິດທາງແຜນການປະຈໍາປີ 2021
ກອງປະຊ ມສະຫລ ບວຽກງານ ແຜນການ ການລ ງທ ນ ແລະ ການເງ ນ ປະຈຳປ 2020 ແລະ ທ ດທາງແຜນການ ປະຈຳປ 2021
ກອງປະຊຸມສະຫລຸບວຽກງານ ແຜນການ-ການລົງທຶນ ແລະ ການເງິນ ປະຈຳປີ 2020 ແລະ ທິດທາງແຜນການ ປະຈຳປີ 2021

ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອສະຫລຸບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ 5 ປີ (2016-2020), ທິດທາງ 5 ປີ (2021-2025) ແລະ ກຳນົດວຽກງານຈຸດສຸມໃນປີ 2021. ນອກຈາກນັ້ນ, ກອງປະຊຸມ ໄດ້ປຶກສາຫາລືກ່ຽວກັບວຽກງານຈຸດສຸມຈຳນວນໜຶ່ງ ເປັນຕົ້ນ ການຈັດຕັ້ງປະຕິບັດຄໍາສັ່ງສະບັບເລກທີ 02/ນຍ, ຄໍາສັ່ງສະບັບເລກທີ 03/ນຍ, ການປັບປຸງຄໍາແນະນຳ ວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍການລົງທຶນຂອງລັດ, ແຜນງານການຫັນເປັນທັນສະໄໝຂອງຂະແໜງການເງິນ, ວຽກງານງົບປະມານ, ຄັງເງິນ, ວຽກສ່ວຍສາອາກອນ, ພາສີ, ວຽກງານຄຸ້ມຄອງຊັບສິນຂອງລັດ ແລະ ສະເໜີ ນິຕິກຳລຸ່ມກົດໝາຍຈໍານວນໜຶ່ງ ໃຫ້ກອງປະຊຸມປະກອບຄຳຄິດຄຳເຫັນ.

ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ກ່າວວ່າ: ແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປີ 2021 ໄດ້ກໍານົດຄາດໝາຍສູ້ຊົນ ເຮັດໃຫ້ລວມຍອດ ມູນຄ່າຜະລິດຕະພັນພາຍໃນ (GDP) ປີ 2021 ເພີ່ມຂຶ້ນຢ່າງຕໍ່າຢູ່ໃນລະດັບ 4%, ຮັບປະກັນສະຖຽນລະພາບ ທາງດ້ານເສດຖະກິດມະຫາພາກ, ສູ້ຊົນປະຕິບັດ ແຜນລາຍຮັບງົບປະມານ ໃຫ້ໄດ້ 27.629 ຕື້ກີບ ຫລື ທຽບເທົ່າ 15,13% ຂອງ GDP ແລະ ລາຍຈ່າຍງົບປະມານທັງໝົດ 31.583 ຕື້ກີບ ຫລື ເທົ່າກັບ 17,30% ຂອງ GDP ແລະ ບັນດາຄາດໝາຍອື່ນໆ ທີ່ໄດ້ກໍານົດໄວ້ ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ຊາດ ປະຈໍາປີ 2021, ມະຕິຂອງສະພາແຫ່ງຊາດ ສະບັບເລກທີ 12/ສພຊ, ລົງວັນທີ 4 ພະຈິກ 2020 ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈໍາປີ 2020 ແລະ ທິດທາງແຜນການປະຈໍາປີ 2021 ແລະ ມະຕິສະພາແຫ່ງຊາດ ສະບັບເລກທີ 13/ສພຊ, ລົງວັນທີ 4 ພະຈິກ 2020 ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການສະຫລຸບການຈັດຕັ້ງປະ ຕິບັດງົບປະມານແຫ່ງລັດ 9 ເດືອນ, ຄາດຄະເນປະຕິບັດໝົດປີ 2020 ແລະ ແຜນການ ປະຈຳປີ 2021.

ພ້ອມນີ້, ທ່ານນາຍົກລັດຖະມົນຕີ ໄດ້ຍ້ອງຍໍຊົມເຊີຍທັງ 2 ຂະແໜງການ ທີໄດ້ທຸ້ມເທເຫື່ອ ແຮງສະຕິປັນຍາ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ກໍຄື ການພັດທະນາຂອງປະເທດ ໃຫ້ມີຄວາມຄືບໜ້າເປັນກ້າວໆ, ພ້ອມທັງຮຽກ ຮ້ອງໃຫ້ຄະນະນໍາ ພ້ອມດ້ວຍພະນັກງານຫລັກແຫລ່ງຂອງຂະແໜງແຜນການ ແລະ ການລົງທຶນ ແລະ ຂະແໜງການເງິນ ແລະ ທຸກຂະແໜງການ ຕ້ອງໄດ້ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ໃນພາລະກິດການສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມເຂັ້ມແຂງ ແລະ ໜັກ ແໜ້ນ, ມີຈິດໃຈຮັກຊາດ, ເສຍສະຫລະເພື່ອສ່ວນລວມ, ຊື່ສັດບໍລິສຸດ ພ້ອມກັນສ້າງບາດລ້ຽວໃໝ່ຂອງການພັດທະນາ; ເພີ່ມທະວີຄວາມຮັບຜິດຊອບຂອງຕົນ ໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ວິໄສທັດຮອດປີ 2030 ແລະ ຍຸດທະສາດການພັດທະນາ ຮອດປີ 2025, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປີ 2021 ໃຫ້ມີໝາກຜົນຕົວຈິງ ເພື່ອພ້ອມກັນຕັດສິນໃຈຜ່ານຜ່າສະພາບຂໍ້ຫຍຸ້ງຍາກຕ່າງໆ ແລະ ສ້າງພື້ນຖານການພັດທະນາເສດຖະກິດ-ສັງຄົມ ສູ່ທິດທີ່ມີຄຸນນະພາບ, ມີຈຸດສຸມ, ສີຂຽວ ແລະ ຍືນຍົງ ຕາມຈຸດໝາຍກ້າວຂຶ້ນສັງຄົມນິຍົມ ທີ່ພັກໄດ້ວາງໄວ້.

ກອງປະຊ ມສະຫລ ບວຽກງານ ແຜນການ ການລ ງທ ນ ແລະ ການເງ ນ ປະຈຳປ 2020 ແລະ ທ ດທາງແຜນການ ປະຈຳປ 2021 EARC 2021: ເຊື່ອມ​ໂຍງ​ ແລະ ເຊື່ອມ​ຕໍ່​ດີ​ຕີ​ຕອ​ນ ອາ​ຊີ​ຕາ​ເວັນ​ອອກ​ເພື່ອ​ອະ​ນາ​ຄົດ​ທີ່​ໝັ້ນ​ຄົງ

ຍ​ສ​ໝ - ຄາດ​ວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສະ​ພາ EABC ຈະ​ຈັ້ງ​ຕັ້ງ ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ ແລະ ບັນ​ດາ​ກອງ​ປະ​ຊຸມ​ຂອງ​ກຸ່ມ​ເຮັດ​ວຽກວິ​ຊາ​ສະ​ເພາະ ເພື່ອ​ກະ​ກຽມ​ໃຫ້​ແກ່​ບັນ​ດາ​ກອງ​ປະ​ຊຸມ​ໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງ EABC ແລະ ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຂັ້ນ​ສູງ ອາ​ຊ​ຽນ + 3 (SEOM +3), ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ +3 (AEM+3).

ກອງປະຊ ມສະຫລ ບວຽກງານ ແຜນການ ການລ ງທ ນ ແລະ ການເງ ນ ປະຈຳປ 2020 ແລະ ທ ດທາງແຜນການ ປະຈຳປ 2021 ກອງ​ທຶນ​ສັນ​ຕິ​ພາບ ແລະ ພັດ​ທະ​ນາ​ຫວຽດ​ນາມ ວາງ​ອອກ 6 ມາດ​ຕະ​ຖານ​ເພື່ອ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ ປີ 2021

ຍ​ສ​ໝ - ທີ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ກຳ​ມະ​ການ​ສະ​ມາ​ກອງ​ທຶນ​ເພີ່ມ​ເຕີມ, ຮັ​ບ​ຟັງ​ລາຍ​ງານ​ໝາກ​ຜົນ​ການ​ເຄື່ອ​ນ​ໄຫວ​ປີ 2020 ແລະ ທິດ​ທາງ, ໜ້າ​ທີ ປີ 2021, ບົດ​ລາຍ​ງານ​ທາງ​ກາ​ນ​ເງິນ ປີ 2020, ບົດ​ລາຍ​ງານ​ຂອງ ຄະ​ນະ​ກວດ​ກາ, ກອງ​ປະ​ຊຸມ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ເຕີມ​ກຳ​ມະ​ການ​ສະ​ພາ​ກອງ​ທຶນ​ສັນ​ຕິ​ພາບ ແລະ ພັດ​ທະ​ນາ​ອາ​ຍຸ​ການ 2019 – 2024.

ກອງປະຊ ມສະຫລ ບວຽກງານ ແຜນການ ການລ ງທ ນ ແລະ ການເງ ນ ປະຈຳປ 2020 ແລະ ທ ດທາງແຜນການ ປະຈຳປ 2021 ເສດຖະກິດຫວຽດນາມ ຍັງຄົງໄດ້ຮັບການຄາດຄະເນວ່າ ຈະບັນລຸການເຕີບໂຕສູງ ແລະ ຫວຽດນາມ ສືບຕໍ່ແມ່ນຈຸດເດັ່ນຂອງເສດຖະກິດໂລກປີ 2021

ຍສໝ - ດ້ວຍບັນດາຜົນງານທີ່ບັນລຸໄດ້ໃນປີ 2020 ພ້ອມກັບບັນດາການຕີລາຄາຢ່າງມີວິທະຍາສາດ, ພາວະວິໄສກ່ຽວກັບແງ່ຫວັງເສດຖະກິດ ສັງຄົມ ກໍ່ຄື ຖານະບົດບາດຂອງຫວຽດນາມ ນັບມື້ນັບໄດ້ຮັບການປັບປຸງ, ຍົກສູງຂຶ້ນໃນເວທີ ສາກົນ.

Link: https://huunghivietlao.thoidai.com.vn/detail-article-8734.html

In bài biết