ທ່ານເອກອັກຄະລັດຖະທູດອີຣານ ປະຈຳຫວຽດນາມ Ali Akbar Nazari: ປາດຖະໜາຢາກເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານລະຫວ່າງສອງປະເທດ
| ການພົບປະຂັ້ນສຸດຍອດລັດເຊຍ,ອີຣານ,ຕວກກີອາດຈະດຳເນີນໃນເດືອນກັນຍາ | |
| ບັນຫານິວເຄຼຍ ອີຣານ: ອີຣານ ຊອກຫາທິດທາງ “ອອກແບບ” ຂໍ້ຕົກລົງນິວເຄຼຍ ຄືນໃໝ່ | 
ທີ່ການພົບປະ, ທ່ານຫງວຽນວັນຟາ, ປະທານສະມາຄົມມິດຕະພາບຫວຽດນາມ - ອີຣານ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ Ali Akbar Nazar ທີ່ໄດ້ຮັບໜ້າທີ່ຢູ່ຫວຽດນາມ.
ທ່ານປະທານສະມາຄົມມິດຕະພາບຫວຽດນາມ - ອີຣານ ທ່ານຫງວຽນວັນຟາ ໄດ້ສະແດງຄວາມປາດຖະໜາວ່າ ທ່ານເອກອັກຄະລັດຖະທູດ Ali Akbar Nazar ຈະປະສົບຜົນສຳເລັດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນຫວຽດນາມ - ອີຣານ.
![]()  |   		
| ທ່ານຫງວຽນວັນຟາ, ປະທານສະມາຄົມມິດຕະພາບຫວຽດນາມ - ອີຣານ ແລະ ທ່ານເອກອັກຄະລັດຖະທູດ Ali Akbar Nazar. | 
ເນື່ອງໃນໂອກາດນີ້, ທ່ານປະທານສະມາຄົມມິດຕະພາບຫວຽດນາມ - ອີຣານທ່ານ ຫງວຽນວັນຟາ ກໍ່ໄດ້ແນະນຳບັນດາການເຄື່ອນໄຫວຂອງສະມາຄົມມິດຕະພາບຫວຽດນາມ - ອີຣານ ແລະ ທິດທາງການ ດຳເນີນງານຂອງຕົນ, ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ສະມາຄົມມິດຕະພາບຫວຽດນາມ - ອີຣານ ຈະສືບຕໍ່ຮັກສາການແລກປ່ຽນຂໍ້ມູນຂ່າວສານ, ສານອວຍພອນ.. ກັບສະຖານທູດອີຣານປະຈຳ ຫວຽດນາມ.
ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ Ali Akbar Nazar ໄດ້ອວຍພອນໃຫ້ຫວຽດນາມ ຈົ່ງປະສົບຜົນສຳເລັດໃນການຄວບຄຸມການລະບາດຂອງ COVID-19. ທ່ານເອກອັກຄະລັດຖະທູດ Ali Akbar Nazar ກໍ່ປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ເພື່ອເພີ່ມຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດ.
ພິເສດ, ກ່ຽວກັບດ້ານເສດຖະກິດ, ການຄ້າ, ສະຖານທູດອີຣານ ສະແດງຄວາມຍິນດີໃຫ້ບັນດາການເຄື່ອນໄຫວຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການແລກປ່ຽນວັດທະນະທຳ, ກິລາ, ສິລະປະ…ເພື່ອໜູນຊ່ວຍການການທູດຂອງປະຊາຊົນ.
ທ່ານເອກອັກຄະລັດຖະທູດ Ali Akbar Nazar ໄດ້ຕີລາຄາສູງບັນດາການເຄື່ອນໄຫວຂອງສະມາຄົມມິດຕະພາບຫວຽດນາມ - ອີຣານ ໃນການຈັດຕັ້ງການຢ້ຽມຢາມທ້ອງຖິ່ນ ແລະ ປາດຖະໜາຢາກໃຫ້ການຕ້ອນຮັບ ແລະ ສົ່ງເສີມການເຄື່ອນໄຫວຫຼາຍຢ່າງກັບສະມາຄົມມິດຕະພາບຫວຽດນາມ - ອີຣານໃນໄລຍະຈະມາເຖິງ.
| ພິທີເປີດຕົວສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ອະດີດນັກຮົບອາສາສະໝັກ ຂອງເມືອງເຈື່ອງໝິ້  			 ຍສໝ - ສະມາຄົມຈະແມ່ນສະຖານທີ່ເຕົ້າໂຮມ ແລະ ລະດົມກຳລັງໃຈນັກຮົບອາສາສະໝັກ, ຊ່ຽວຊານ ແລະ ທະຫານຫວຽດນາມຊ່ວຍກຳປູເຈຍໃນການຮັກສາ ແລະ ສົ່ງເສີມກຽດສັກສີຂອງບັນດານາຍທະຫານລຸງໂຮ່, ປະກອບສ່ວນຄວາມພະຍາຍາມ ແລະ ສະຕິປັນຍາເຂົ້າໃນວຽກງານສ້າງສາບ້ານເກີດເມືອງນອນ ແລະ ປະເທດຊາດ...  |   		
| ສະເຫຼີມສະຫຼອງ 65 ປີແຫ່ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ອິນໂດເນເຊຍ ຢູ່ນະຄອນໂຮ່ຈີມິນ  			 ຍສໝ - ກ່າວຄຳເຫັນທີ່ພິທີ, ທ່ານຫງວຽນແອງຫງອກ - ຮອງປະທານສະມາຄົມມິດຕະພາບຫວຽດນາມ - ອິນໂດເນເຊຍ ຢູ່ ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ໃນໄລຍະ 65 ປີທີ່ຜ່ານມາ, ສາຍພົວພັນຫວຽດນາມ - ອິນໂດເນເຊຍນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ພັດທະນາ.  |   		
| ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກູບາ  			 ຍສໝ - ຕອນເຊົ້າວັນທີ 29 ພະຈິກ, ຢູ່ນະຄອນໂຮ່ຈີມິນ, ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນ ໄດ້ຈັດພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ກູບາ (2 ທັນວາ 1960- ວັນທີ 2 ທັນວາປີ 2020) ແລະ 30 ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ - ກູບານະຄອນໂຮ່ຈີມິນ (1990-2020).  |   		
ຄຳຮຸ່ງ
                    