20:53 | 06/01/2021

ປະເທດ ລາວ: ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ

ສໍາເລັດການດຳເນີນກອງປະຊຸມທາບທາມເນື້ອໃນ ແລະ ບຸກຄະລາກອນ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ສໍາເລັດການດຳເນີນກອງປະຊຸມທາບທາມເນື້ອໃນ ແລະ ບຸກຄະລາກອນ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ
ປະເທດລາວ ໄດ້ເລີ່ມຕົ້ົ້ນທົດລອງການສັກວັກຊິນ ຕ້ານພະຍາດ COVID – 19 ປະເທດລາວ ໄດ້ເລີ່ມຕົ້ົ້ນທົດລອງການສັກວັກຊິນ ຕ້ານພະຍາດ COVID – 19
ປະເທດ ລາວ: ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ
ພາບປະກອບ

ໃນວັນທີ 6 ມັງກອນ 2021 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາ ລະນະສຸກ, ຕາງໜ້າໃຫ້ຄະນະ ສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ໄດ້ລາຍງານ ໃຫ້ຮູ້ວ່າ: ການເຝົ້າລະວັງຮອດ 5 ໂມງແລງ ຂອງວັນທີ 5 ມັງກອນ 2021, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 245 ຄົນ, ໃນນັ້ນມີ 01 ຕົວຢ່າງ ຈາກບຸກຄົນ ທົ່ວໄປມີອາການ; 16 ຕົວຢ່າງຈາກບຸກ ຄົນທົ່ວໄປບໍ່ມີອາການ; 147 ຕົວຢ່າງ ຈາກແຮງງານລາວ ກັບມາແຕ່ໄທ ບໍ່ມີອາການ ແລະ 81 ຈາກແຮງງານຫວຽດນາມ ບໍ່ມີອາການ; ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ. ປັດຈຸບັນ ທົ່ວປະເທດສູນ ຈໍາກັດບໍລິເວນທີ່ຍັງເປີດຢູ່ ມີທັງໝົດ 31 ສູນ, ມີຜູ້ຖືກຈຳກັດບໍລິເວນ ຢູ່ສູນ 2.246 ຄົນ, ໄດ້ເກັບຕົວ ຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ. ມາຮອດປັດຈຸບັນ ຍັງມີຄົນເຈັບຕິດເຊື້ອພະຍາດ COVID-19 ຈຳນວນ 01 ຄົນ ທີ່ຍັງສືບຕໍ່ນອນປິ່ນປົວຢູ່ໂຮງໝໍ ທີ່ຖືກກຳນົດໄວ້, ມີອາການເບົາບາງ, ສັງລວມການກວດວິເຄາະ ນັບແຕ່ເດືອນມັງກອນ 2020 ຮອດວັນທີ 05 ມັງກອນ 2021 ໄດ້ເກັບຕົວຢ່າງມາກວດທັງໝົດ 93.864 ຕົວຢ່າງ ກວດພົບເຊື້ອສະສົມ 41 ຄົນ.

ທ່ານ ດຣ. ລັດສະໝີ ວົງຄຳຊາວ ໄດ້ກ່າວຕື່ມວ່າ: ອີງໃສ່ສະພາບການລະບາດ ຂອງ COVID-19 ໃນທົ່ວໂລກ ທີ່ຍັງສືບຕໍ່ຮຸນແຮງ ແລະ ຂະຫຍາຍ ເປັນວົງກວ້າງ, ສ້າງຄວາມວິຕົກກັງວົນ ໃຫ້ແກ່ຫລາຍ ປະເທດໃນທົ່ວໂລກ ເນື່ອງຈາກມີລາຍງານຜູ້ຕິດເຊື້ອໃໝ່ ແລະ ຜູ້ເສຍຊີວິດ ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ; ຕໍ່ໜ້າສະພາບການດັ່ງກ່າວ ຄະນະສະເພາະກິດຂັ້ນສູນກາງ ແລະ ທ້ອງຖິ່ນ ກໍ່ໄດ້ເອົາໃຈໃສ່ ຕິດຕາມເຝົ້າລະວັງ ສະພາບການຢ່າງໃກ້ຊິດ ແລະ ຄະນະຮັບຜິດຊອບ ແຕ່ລະພາກສ່ວນໄດ້ມີການເອົາໃຈໃສ່ ຈັດຕັ້ງປະຕິບັດ ມາດຕະການຢ່າງເຂັ້ມງວດ ຕາມຈຸດຜ່ານແດນ, ຊາຍແດນ ແລະ ສະຖານທີ່ ຈຳກັດບໍລິເວນ ໃນຂອບເຂດທົ່ວປະເທດ ເພື່ອສະກັດກັ້ນ ແລະ ປ້ອງກັນ ບໍ່ໃຫ້ເກີດມີການຕິດເຊື້ອພະຍາດ ໂຄວີດ-19 ເປັນຮອບໃໝ່ ແລະ ບໍ່ໃຫ້ເກີດການ ແຜ່ລະບາດ ຂອງພະຍາດ ອອກເປັນວົງກວ້າງໃນ ສປປ ລາວ ຂອງພວກເຮົາ; ບັນຫາສຳຄັນ ແມ່ນພວກເຮົາທຸກຄົນ ຕ້ອງໄດ້ຊ່ວຍກັນ, ຮ່ວມມືກັນ ຖ້າຫາກພົບເຫັນ ມີຜູ້ລັກລອບເຂົ້າມາ ປະເທດຂອງພວກເຮົາ ໂດຍບໍ່ຖືກລະບຽບ ໃຫ້ລາຍງານ ຫລື ແຈ້ງພາກສ່ວນກ່ຽວຂ້ອງ ຮັບຊາບທັນທີ ເພື່ອດຳເນີນການ ແລະ ເກັບຕົວຢ່າງພວກກ່ຽວມາກວດຢ່າງທັນການ ເພື່ອສະກັດກັ້ນ ແລະ ປ້ອງກັນບໍ່ໃຫ້ເກີດ ມີການລະບາດຮອບໃໝ່ ໃນປະເທດລາວ.

ລາວ​ເປີດ​ກ້​ວາງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສິນ​ທະ​ເລໃນນໍ້າ​ກັບ​ບັນ​ດາ​ປະ​ເທດ ລາວ​ເປີດ​ກ້​ວາງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສິນ​ທະ​ເລໃນນໍ້າ​ກັບ​ບັນ​ດາ​ປະ​ເທດ

ຍ​ສ​ໝ - ເຈົ້າ​ໜ້າ​ທີ່ 3 ປະ​ເທດ ລາວ, ຈີນ, ມາ​ເລ​ເຊຍ ຫາ​ກໍ່​ຈັດ​ຕັ້ງກອງ​ປະ​ຊຸ​ມ​ສຳ​ມະ​ນາ​ແລ​ກ​ປ່ຽນ​ບົດ​ຮຽນ​ປະ​ສົບ​ການ​ອາ​ຊີບ​ຫາ​ປາ​ ທັນ​ສະ​ໄໝ​ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ສາ​ມາດ​ໃນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສິນ​ທະ​ເລ​ລະ​ຫວ່າງ​ບັນ​ດາ​ຝ່າຍ.

ລາວ​ສົ່ງ​ເສີມ​ການ​ພັດ​ທະ​ນາ​ສິນ​ຄ້າ​ພາຍ​ໃນ​ປະ​ເທດ ລາວ​ສົ່ງ​ເສີມ​ການ​ພັດ​ທະ​ນາ​ສິນ​ຄ້າ​ພາຍ​ໃນ​ປະ​ເທດ

ຍ​ສ​ໝ - ບັນ​ດາ​ມາດ​ຕະ​ການ​ໄດ້​ຮັບ​ການ​ຍູ້​ແຮງ​ຈາກ​ລາວ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ ເພື່ອ​ແນ​ໃສ່​ສົ່ງ​ເສີມ​ການ​ຜະ​ລິດ​ສິນ​ຄ້າ​ພາຍ​ໃນ​ປະ​ເທດ ແມ່ນ ຫຼຸດ​ຜ່ອນ​ພາ​ສີ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ ຂະ​ໜາດ​ກາງ, ນ້ອຍ ແລະ ​ຈຸ​ນລະວິ​ສາ​ຫະ​ກິດ. ຈັດ​ຕັ້ງ​ບັນ​ດາ​ຊຸດ​ຝຶກ​ອົ​ບ​ຮົບ​ໃຫ້​ແກ່​ຊາວ​ກະ​ສິ​ກອນ​ກ່ຽວ​ກັບ​ການ​ປູກ​ຟັງ, ຈັດ​ຕັ້ງ​ຮູບ​ແບບ ໜຶ່ງ​ເມືອງ ໜຶ່ງ​ຜະ​ລິດ​ຕະ​ພັນ (ODOP) ແລະ ຈັດ​ຕັ້ງ​ບັນ​ດາ​ງານ​ວາງ​ສະ​ແດງ​ສິ​ລະ​ປະ.

ສ້າງຄວາມເຂັ້ມແຂງໃຫ້ສະຫະພັນແມ່ຍິງທ້ອງຖິ່ນ ໃນການຕອບໂຕ້ໂຄວິດ-19 ສ້າງຄວາມເຂັ້ມແຂງໃຫ້ສະຫະພັນແມ່ຍິງທ້ອງຖິ່ນ ໃນການຕອບໂຕ້ໂຄວິດ-19

ໃນວັນທີ 4 ມັງກອນ 2021 ນະຄອນຫລວງວຽງຈັນ, ອົງການອຸຍນິເຊບປະຈຳ ສປປ ລາວ ໄດ້ສະໜອງລະບົບ ໂທລະໂຄ່ງຊຸມຊົນ ລວມມີ ໂທລະໂຄງ, ເຄື່ອງຂະຫຍາຍສຽງ ແລະ ໄມໂຄໂຟນ ຈໍານວນ 50 ຊຸດ ໃຫ້ແກ່ສະຫະພັນແມ່ຍິງ 50 ບ້ານ ຢູ່ໃນແຂວງ ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ເມືອງສັງທອງ ນະຄອນຫລວງວຽງຈັນ, ເພື່ອນໍາໃຊ້ເຂົ້າໃນການໂຄສະນາ ໃຫ້ຄວາມຮູ້ແກ່ຊຸມຊົນ ກ່ຽວກັບພະຍາດ ໂຄວິດ-19 ແລະ ມາດຕະການຄວາມປອດໄພຕ່າງໆ ເພື່ອປ້ອງກັນການຕິດເຊື້ອ ພະຍາດດັ່ງກ່າວ. ພ້ອມກັນນີ້, ກໍເພື່ອປົກປ້ອງແມ່ຍິງ ແລະ ...

Link: https://huunghivietlao.thoidai.com.vn/detail-article-8406.html

In bài biết