ສໍາເລັດການດຳເນີນກອງປະຊຸມທາບທາມເນື້ອໃນ ແລະ ບຸກຄະລາກອນ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ
ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມ ທົ່ວປະເທດ ຄັ້ງທີ VIII ຈະຈັດຂຶ້ນໃນວັນທີ 27 ຕຸລາ 2020 | |
ກະຊວງການຕ່າງປະເທດ ຈັດກິດຈະກຳ ເພື່ອສ້າງຂະບວນການຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ IV ແລະ ວັນການທູດລາວ ຄົບຮອບ 75 ປີ |
![]() |
ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ. |
ໂອກາດນີ້, ປະທານກອງປະຊຸມໄດ້ມີຄໍາເຫັນເຈາະຈິ້ມ ກ່ຽວກັບຮ່າງລາຍງານການເມືອງ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ຮ່າງບົດສໍາຫລວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ແລະ ຕໍ່ຮ່າງກົດລະບຽບຂອງພັກ ສະບັບປັບປຸງໂດຍສະເພາະທາງດ້ານເນື້ອໃນແມ່ນເນັ້ນຢູ່ 8 ບັນຫາດັ່ງນີ້: ໜຶ່ງ: ດ້ານເສດຖະກິດ ແມ່ນຕ້ອງເສີມຂະຫຍາຍຄວາມອາດສາມາດ ແລະ ທ່າແຮງບົ່ມຊ້ອນ, ສ້າງຖານການຜະລິດ ແລະ ບໍລິການໃຫ້ເຂັ້ມແຂງ, ຮັບ ປະກັນການພັດທະນາແບບຍືນຍົງ ແລະ ເປັນເຈົ້າຕົນເອງ; ສອງ: ດ້ານສັງຄົມ ແມ່ນເນັ້ນພັດທະນາຊັບພະຍາກອນມະນຸດຢ່າງແຂງແຮງ, ສ້າງສັງຄົມທີ່ປະຊາຊົນເປັນເຈົ້າ, ມີປະຊາທິປະໄຕ, ສະເໝີພາບ ແລະ ຍຸຕິທຳ; ສາມ: ຂົງເຂດ ປກຊ-ປກສ ຕັັ້ງໜ້າປະຕິບັດແນວທາງຍຸດທະສາດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບດ້ານການເມືອງ, ຄວາມສະຫງົບ ແລະ ປອດໄພທາງດ້ານສັງຄົມ, ເຮັດໃຫ້ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂະຫຍາຍຕົວຢ່າງຕໍ່ເນື່ອງ; ສີ່: ປັບປຸງລະບົບການຈັດຕັ້ງ, ກົງຈັກ ແລະ ກົນໄກເຄື່ອນໄຫວຂອງບັນດາອົງການອໍານາດລັດໃຫ້ເຂັ້ມແຂງ ແລະ ມີປະສິດທິພາບ; ຫ້າ: ເພີ່ມທະວີວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກ; ຫົກ: ເພີ່ມທະວີຄວາມເປັນເຈົ້າການປະຕິບັດການພົວພັນກັບຕ່າງປະເທດ, ສ້າງເງື່ອນໄຂສະດວກ ແລະ ນໍາຜົນປະໂຫຍດຕົວຈິງໃຫ້ແກ່ການພັດທະນາປະເທດຊາດ; ເຈັດ: ເດັດດ່ຽວແກ້ໄຂຈຸດອ່ອນ-ຄົງຄ້າງພາຍໃນພັກ, ຮັບປະກັນບົດບາດການເຄື່ອນໄຫວນໍາພາຕົວຈິງທີ່ເຂັ້ມແຂງຂອງການຈັດຕັ້ງທຸກຂັ້ນ ແລະ ແປດ: ສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກ ເຊິ່ງໃນວຽກງານພະນັກງານ. ໂດຍຜູ້ແທນກອງປະຊຸມ ໄດ້ລົງເລິກຄົ້ນຄວ້າ ສະເພາະທາງດ້ານເນື້ອໃນ ແລະ ຈະໄດ້ຈັດຕັ້ງທາມທາມ ບຸກຄະລາກອນ ເຂົ້າໃນໂຄງປະກອບ ຄະນະບໍລິຫານງານ ສູນກາງພັກຊຸດ ໃໝ່ ຢ່າງມີປະຊາທິປະໄຕ ກວ້າງຂວາງ ຖືເປັນຄວາມຮັບຜິດຊອບ ຕໍ່ພັກ-ຕໍ່ການຈັດຕັ້ງ, ຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງ ອັນໜັກແໜ້ນ, ເພື່ອເຮັດໃຫ້ໂຄງປະກອບ ການຈັດຕັ້ງຂອງຄະນະບໍລິ ຫານງານສູນກາງພັກ ຊຸດໃໝ່ຄົບຖ້ວນ, ແນໃສ່ປັບປຸງພັກ ທາງດ້ານການຈັດຕັ້ງໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ສາມາດເປັນແກນນຳ ໃນລະບົບການເມືອງ, ເປັນຫລັກແຫລ່ງ ໃນການນຳພາພັດທະນາເສດ ຖະກິດ-ສັງຄົມ ແລະ ໄດ້ຮັບການເຊີດຊູສູງຂຶ້ນກວ່າເກົ່າ.
ກອງປະຊຸມທາບທາມເນື້ອໃນ ແລະ ບຸກຄະລາກອນ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນຄັ້ງນີ້, ເຕັມໄປດ້ວຍຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງອັນໜັກແໜ້ນ ແລະ ມານະຈິດປະຕິວັດ ຕໍ່ພັກ ແລະ ປະເທດຊາດ, ທັງຖືກຕ້ອງຕາມ ກົດລະບຽບຂອງພັກ ແລະ ເຕັມໄປດ້ວຍເນື້ອໃນ ທີ່ມີຄວາມໝາຍສໍາຄັນເຊິ່ງຜູ້ແທນກອງປະຊຸມໄດ້ພ້ອມກັນເຊື່ອມຊຶມ ແລະ ສ້າງຄວາມເປັນເອກະພາບ ກໍ່ຄືການຄົ້ນຄ້ວາ, ປະກອບຄໍາເຫັນຢ່າງ ເລິກເຊິ່ງຕໍ່ທັດສະນະ, ຫລັກການ, ທິດນໍາ ແລະ ແຜນນະໂຍບາຍໃຫຍ່ໆ ທີ່ຈະກໍານົດອອກໃນແນວທາງການເມືອງ ແລະ ແນວທາງການຈັດຕັ້ງ ຂອງພັກໃນຊຸມປີຕໍ່ໜ້າ ຢ່າງສ້າງສັນ ແລະ ກົງໄປກົງມາ.
ການທາບທາມບຸກຄະລາກອນ ໄດ້ດຳເນີນໄປຢ່າງມີປະຊາທິປະໄຕ, ມີຄວາມເປັນເຈົ້າການ, ປະຕິບັດຖືກຕ້ອງຕາມຂັ້ນຕອນ ແລະ ລະບຽບການຂອງພັກວາງອອກ.
![]() | ກອງປະຊຸມໃຫຍ່ຂອງຜູ້ແທນກຳມະບານກະຊວງການຕ່າງປະເທດ ຄັ້ງທີ XI ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນເລືອກເອົາ ສະຫາຍ ວັນທາ ແສງເມືອງ ເປັນປະທານ, ສະຫາຍ ຄຳໄພ ພັນທອງດີ ເປັນຮອງປະທານຜູ້ທີ 1 ແລະ ສະຫາຍ ກັນຍາ ຄຳມຸງຄຸນ ເປັນຮອງປະທານຜູ້ທີ 2 ແລະ ເປັນປະທານກວດກາ ເພື່ອສືບຕໍ່ຊີ້ນຳ-ນຳພາວຽກງານການຈັດຕັ້ງປະຕິບັດ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສະຫະພັນກຳມະບານ ກະຊວງການຕ່າງປະເທດ ໃຫ້ປະກົດຜົນເປັນຈິງ. |
![]() | ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ XI: ຮັກສາສະຖຽນລະພາບດ້ານການເມືອງ, ປ້ອງກັນຄວາມສະຫງົບແຫ່ງຊາດ ຍສໝ - ໃນວັນທີ 4 ພະຈິກ 2019, ສະພາແຫ່ງຊາດໄດ້ຮັບຟັງບົດລາຍງານວຽກງານ, ກວດກາ ແລະ ປຶກສາຫາລືກ່ຽວກັບວຽກງານຂອງ ປະທານສານປະຊາຊົນສູງສຸດ, ປະທານອົງການໄອຍະການປະຊາຊົນສູງສຸດ, ວຽກງານປ້ອງກັນ, ສະກັດກັ້ນ ແລະ ຕ້ານອາດຊະຍາກຳ ແລະ ການລະເມີດກົດໝາຍ, ວຽກງານປະຕິບັດຄຳຕັດສິນຂອງສານ ປີ 2019. |
![]() | ສະພາແຫ່ງຊາດສະຫລຸບວຽກງານ 6 ເດືອນຕົ້ນປີ ແລະ ເຊື່ອມຊືມ ມະຕິ 8 ສະໄໝທີ X ຂອງພັກ ຄະນະບໍລິຫານງານພັກ ສະພາແຫ່ງຊາດ ໄດ້ຈັດກອງປະຊຸມສະຫລຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ແຜນການເຄື່ອນໄຫວ 6 ເດືອນທ້າຍປີ 2019 ພ້ອມທັງຈັດຕັ້ງເຊື່ອມຊຶມມະຕິ ກອງປະຊຸມ ຄົບຄະນະບໍລິຫານງານ ສູນກາງພັກ ຄັ້ງທີ 8 ສະໄໝທີ X ຂອງພັກປະຊາຊົນປະຕິວັດລາວ ຈັດຂຶ້ນໃນວັນທີ 5 ສິງຫາ 2019, ທີ່ສະພາແຫ່ງຊາດ (ຫລັກ6), ... |