11:13 | 04/01/2021

ມອບສົ່ງຫໍສະພາແຫ່ງຊາດລາວຫຼັງໃໝ່ - ຂອງຂວັນຂອງພັກ, ລັດ ແລະປະຊາຊົນຫວຽດນາມ ໃຫ້ແກ່ລາວໃນທ້າຍໄຕມາດທີ I ປີ 2021

ນຳສົ່ງພົນລະເມືອງຫວຽດນາມເກືອບ 280 ຄົນທີ່ມາຈາກ 30 ກວ່າປະເທດໃນເອີຣົບ, ອາຟຼິກກາ ແລະ ອາເມລິກາໃຕ້ ນຳສົ່ງພົນລະເມືອງຫວຽດນາມເກືອບ 280 ຄົນທີ່ມາຈາກ 30 ກວ່າປະເທດໃນເອີຣົບ, ອາຟຼິກກາ ແລະ ອາເມລິກາໃຕ້
ແນະນໍາກ່ຽວກັບສະພາບການລົງທຶນ ກໍ່ຄື ກາລະໂອກາດດໍາເນີນທຸລະກິດຢູ່ຫວຽດນາມ ແນະນໍາກ່ຽວກັບສະພາບການລົງທຶນ ກໍ່ຄື ກາລະໂອກາດດໍາເນີນທຸລະກິດຢູ່ຫວຽດນາມ
ມອບສ ງຫ ສະພາແຫ ງຊາດລາວຫ ງໃໝ ຂອງຂວ ນຂອງພ ກ ລ ດ ແລະປະຊາຊ ນຫວຽດນາມ ໃຫ ແກ ລາວໃນທ າຍໄຕມາດທ i ປ 2021
ໂຄງການຫໍສະພາແຫ່ງຊາດລາວຫຼັງໃໝ່ມີມູນຄ່າການກໍ່ສ້າງຫຼາຍກ່ວາ 100 ລ້ານ USD ໂດຍເປັນອາຄານ 5 ຊັ້ນ ແລະ 1 ຊັ້ນໃຕ້ດິນທີ່ສາມາດບັນຈຸໄດ້ 800 – 1000 ຄົນ. ພາບ: vov

ໃນຄໍ່າຄືນຕ້ອນຮັບປີໃໝ່, ຢູ່ສະຖານທີ່ກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່, ວິສະວະກອນ, ກໍາມະກອນນັບຮ້ອຍຄົນ ຍັງເຮັດວຽກຢູ່ສະຖານທີ່ກໍ່ສ້າງ, ຜູ້ໃດກໍ່ພ້ອມແລ້ວທີ່ຈະສະຫຼະເວລາພັກຜ່ອນເພື່ອສໍາເລັດບັນດາກິດຈະກຳຍ່ອຍທີ່ຍັງເຫຼືອແນໃສ່ຮັບປະກັນຄວາມຄືບໜ້າ ແລະມອບສົ່ງກິດກະກໍາໃນທ້າຍໄຕມາດທີ I ປີ 2021.

ໂຄງການຫໍສະພາແຫ່ງຊາດລາວຫຼັງໃໝ່ມີມູນຄ່າການກໍ່ສ້າງຫຼາຍກ່ວາ 100 ລ້ານ USD ໂດຍເປັນອາຄານ 5 ຊັ້ນ ແລະ 1 ຊັ້ນໃຕ້ດິນທີ່ສາມາດບັນຈຸໄດ້ 800 – 1000 ຄົນ. ຫຼັງຈາກກໍ່ສ້າງສຳເລັດ, ຫໍສະພາແຫ່ງຊາດຫຼັງໃໝ່ຂອງ ລາວ ບໍ່ພຽງແຕ່ຮັບປະກັນໄດ້ ທຸກໆ ວຽກງານ, ໜ້າທີ່ຂອງບັນດາການເຄື່ອນໄຫວຂອງສະພາແຫ່ງຊາດໃນໄລຍະກ່ວາ 100 ປີເທົ່ານັ້ນ, ຫາກຍັງປະກອບສ່ວນສຳຄັນເຮັດໃຫ້ການພົວພັນແບບພິເສດລະຫວ່າງ ລາວ - ຫວຽດນາມ ນັບມື້ນັບພັດທະນາກ່ວາເກົ່າອີກດ້ວຍ, ສົມເປັນສັນຍາລັກແຫ່ງການພົວພັນມິດຕະພາບ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນລະຫວ່າງ ສອງປະເທດ ລາວ ແລະ ຫວຽດນາມ ອ້າຍນ້ອງ.

ຫໍ​ສະພາ​ແຫ່ງ​ຊາດ​ຫຼັງ​ໃໝ່ ໄດ້​ຮັບ​ການ​ກໍ່ສ້າງ​ຢູ່ໃຈກາງນະຄອນຫຼວງ​ວຽງຈັນ ຊຶ່ງ​ແມ່ນກິດຈະການ​ທີ່ມີ​ຄວາມ​ໝາຍ​ທາງ ​ດ້ານ​ການ​ເມືອງ​-​ການ​ຕ່າງປະເທດ, ເປັນ​ສັນຍາ​ລັກ​ໃຫ້​ແກ່​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ນໍ້າ​ໃຈ​ສາມັກຄີ​ພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານລະຫວ່າງສອງ​ພັກ, ສອງ​ລັດຖະບານ, ສອງ​ສະພາ​ແຫ່ງ​ຊາດ ແລະ ປະຊາຊົນ​ສອງ​ປະເທດ​ລາວ-ຫວຽດນາມ.

ຫໍ​ສະພາ​ແຫ່ງ​ຊາດ​ຫຼັງ​ໃໝ່​ຂອງ​ລາວ ຊຶ່ງ​ແມ່ນ​ຂອງຂວັນ​ຈາກ​ພັກ, ລັດຖະບານ, ສະພາ​ແຫ່ງ​ຊາດ ແລະ ປະຊາຊົນຫວຽດນາມມອບ​ໃຫ້ພັກ, ລັດຖະບານ, ສະພາ​ແຫ່ງ​ຊາດ ແລະ ປະຊາຊົນ​ລາວ.

ທ່ານພົນຈັດຕະວາ ຫງວຽນກວກຢູງ, ຜູ້ບັນຊາການພົນລະພາກຫຼວງ 11 ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ເຖິງວ່າພະຍາດໂຄວິດ-19 ໄດ້ສົ່ງຜົນສະທ້ອນເຖິງຄວາມຄືບໜ້າໃນການກໍ່ສ້າງໂຄງການກໍ່ຕາມ, ແຕ່ດ້ວຍຈິດໃຈເປັນເຈົ້າການ, ປະດິດຄິດສ້າງ ແລະຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ມາຮອດປັດຈຸບັນ, ພາຍຫຼັງການກໍ່ສ້າງມາເປັນເວລາ 2 ປີ, ໂຄງສ້າງໄດ້ສໍາເລັດໂດຍພື້ນຖານ 100%.

ທ່ານ ທອງລຸນ ສີສຸລິດ ໄດ້ຕີລາຄາສູງຕໍ່ຄວາມມານະພະຍາຍາມ, ຈິດໃຈຮັບຜິດຊອບຂອງບັນດາພະນັກງານ, ນັກຮົບພົນລະພາກຫຼວງ 11 ພາຍຫຼັງການກໍ່ສາງເປັນເວລາກວ່າ 700 ມື້, ກິດຈະກໍາທີ່ເປັນສັນຍາລັກໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ລະຫວ່າງລາວ-ຫວຽດນາມ ບໍ່ພຽງແຕ່ບັນລຸຄວາມຄືບໜ້າເທົ່ານັ້ນ, ຫາກຍັງມີຄຸນນະພາບທີ່ດີ, ຮັບປະກັນຄວາມແໜ້ນໜາ.

ຫວຽດນາມ ປະຕິບັດສໍາເລັດບັນດາເປົ້າໝາຍການພົວພັນຕ່າງປະເທດວາງອອກຢ່າງດີເລີດ, ສ້າງຫຼາຍຂີດໝາຍອັນດີງາມກັບເພື່ອນມິດສາກົນ ຫວຽດນາມ ປະຕິບັດສໍາເລັດບັນດາເປົ້າໝາຍການພົວພັນຕ່າງປະເທດວາງອອກຢ່າງດີເລີດ, ສ້າງຫຼາຍຂີດໝາຍອັນດີງາມກັບເພື່ອນມິດສາກົນ

ຍສໝ - ເມື່ອຫວນຄືນປີ 2020, ເຊິ່ງເປັນປີທີ່ປະສົບກັບສິ່ງທ້າທາຍ, ຫວຽດນາມ ສາມາດເອກອ້າງທະນົງໃຈດ້ວຍຜົນງານທີ່ບັນລຸໄດ້. ສາມາດເຫັນໄດ້ວ່າ, ຍິ່ງມີຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍເທົ່າໃດ, ຈິດໃຈຫວຽດນາມ ຍິ່ງໄດ້ຮັບການທະວີຄູນ ແລະແຜ່ຂະຫຍາຍ, ຢັ້ງຢືນຖານະບົດບາດຂອງປະເທດທີ່ກໍາລັງພັດທະນາ, ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນໃນການແກ້ໄຂສິ່ງທ້າທາຍລວມທີ່ມີລັກສະນະທົ່ວໂລກ.

ສິນຄ້າສົ່ງອອກຈາກຫວຽດນາມ ໄປຍັງອັງກິດ ໄດ້ຊົມໃຊ້ພາສີບູລິມະສິດ GSP ສິນຄ້າສົ່ງອອກຈາກຫວຽດນາມ ໄປຍັງອັງກິດ ໄດ້ຊົມໃຊ້ພາສີບູລິມະສິດ GSP

ຍສໝ - ບົດລາຍງານຢ່າງເປັນທາງການຂອງລັດຖະບານລາຊະອານາຈັກອັງກິດ ຊີ້ແຈ້ງວ່າ ຫວຽດນາມ ຍັງສືບຕໍ່ນອນໃນບັນຊີລາຍຊື່ບັນດາປະເທດໄດ້ຊົມໃຊ້ພາສີບູລິມະສິດ GSP ຂອງອັງກິດ.

ລາວປ່ຽນຕະຫຼາດນຳເຂົ້າ, ກາລະໂອກາດໃຫ້ແກ່ສິນທະເລ ຫວຽດນາມ ລາວປ່ຽນຕະຫຼາດນຳເຂົ້າ, ກາລະໂອກາດໃຫ້ແກ່ສິນທະເລ ຫວຽດນາມ

ຍ​ສ​ໝ - ນີ້​ແມ່ນ​ກາ​ລະ​ໂອ​ກາດ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ​ເຂົ້າ​ຕະຫຼາດ​ລາວ.

ໄຊພອນ

Link: https://huunghivietlao.thoidai.com.vn/detail-article-8373.html

In bài biết