ສ້າງຕັ້ງບໍລິສັດຮ່ວມທຸລະກິດພັດທະນາ ທ່າກ່ຳປັ່ນ ຫວູງອ໊າງ ລາວ - ຫວຽດນາມ
ແນະນໍາວັດທະນະທໍາອາຫານການກິນຫວຽດນາມ ຢູ່ ລາວ | |
ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ມອບເງິນຊ່ວຍເຫຼືອປະຊາຊົນພາກກາງ ແລະ ເຂດໄຕຫງວຽນ ຫວຽດນາມ ທີ່ຖືກຜົນກະທົບຈາກໄພທຳມະຊາດ |
![]() | |
|
ພິທີປະກາດຖືກດຳເນີນໃນວັນທີ 25 ທັນວາ ໂດຍມີການເຂົ້າຮ່ວມຂອງທ່ານຮອງລັດຖະມົນຕີກະຊວງການເງິນ ລາວ ບຸນເຫຼືອ ສິນໄຊວໍລະວົງ. ບໍລິສັດ VDS ລາວ ແມ່ນ ບໍລິສັດຮ່ວມທຸລະກິດລະຫວ່າງ ລັດຖະບານ ລາວ ແລະ ບໍລິສັດ Petro Trade. ກະຊວງການເງິນ ລາວ ຖືຫຸ້ນສ່ວນດ້ວຍທຶນຂອງລັດ ແມ່ນ 51%, ໄລຍະເຄື່ອນໄຫວແມ່ນ 50 ປີ ແລະ ສາມາດຕໍ່ເວລາຕາມການຕົກລົງລະຫວ່າງສອງຝ່າຍ.
ການສ້າງຕັ້ງບໍລິສັດຮ່ວມທຸລະກິດນີ້ ແມ່ນເພື່ອແນໃສ່ປະຕິບັດຍຸດທະສາດເຊື່ອມໂຍງເຂົ້າກັບພາກພື້ນ ແລະ ເປີດກວ້າງທ່າກ່ຳປັ່ນ ຫວູງອ້າງ ເລກ 1, ເລກ 2 ແລະ ເລກ 3 ຕາມຂໍ້ຕົກລົງທີ່ ລັດຖະບານ ລາວ - ຫວຽດນາມ ໄດ້ລົງນາມ, ເພີ່ມທະວີກຳລັງຄວາມສາມາດໃນການສົ່ງຕໍ່ສິນຄ້າຢູ່ທ່າກ່ຳປັ່ນ ຫວູງອ໊າງ, ມຸ່ງໄປເຖິງການຮັບເອົາກ່ຳປັ່ນມາທຽບທ່າ ທີ່ບັນຈຸສິນຄ້າໄດ້ແຕ່ 5.000 – 100.000 ໂຕນ ແລະ ສະໜອງການບໍລິການໃຫ້ແກ່ຕູ້ container ແຕ່ 50.000 – 1.200.000 ຕູ້ ດ້ວຍປະລິມານສິນຄ້າທີ່ມີນໍ້າຫນັກແຕ່ 3 ລ້ານໂຕນຂຶ້ນເຖິງ 20 ລ້ານໂຕນ ໃນປີ 2030.
ທ່າກ່ຳປັ່ນ ຫວູງອ໊າງ ມີບົດບາດສຳຄັນຕໍ່ນະໂຍບາຍ ຂອງລັດຖະບານລາວ, ໃນການສຳຜັດກັບການເຄື່ອນໄຫວເດີນເຮືອ ແລະ ເພີ່ມທະວີການເຊື່ອມໂຍງຕໍ່ພາກພື້ນ, ພ້ອມທັງປະກອບສ່ວນຊຸກຍູ້ການເຕີບໂຕເສດຖະກິດລາວ ຜ່ານການພັດທະນາຂົງເຂດຄົມມະນາຄົມ ແລະ ຂົນສົ່ງ, ການຄ້າ, ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງ ລາວ ແລະ ຫວຽດນາມ.
![]() | ແນະນໍາວັດທະນະທໍາອາຫານການກິນຫວຽດນາມ ຢູ່ ລາວ ວັນທີ 23 ທັນວາ, ທີ່ມະຫາວິທະຍາໄລລາວ ຢູ່ນະຄອນຫຼວງຮ່າໂນ້ຍ, ງານບຸນອາຫານການກິນນາໆຊາດໂດຍໂຮງຮຽນພາສາ, ມະຫາວິທະຍາໄລແຫ່ງຊາດລາວ ຈັດຕັ້ງ, ດໍາເນີນດ້ວຍການເຂົ້າຮ່ວມຂອງນັກສຶກສາຫຼາຍພັນຄົນທີ່ມາຈາກຄະນະວິຊາອື່ນໆ. |
![]() | ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ມອບເງິນຊ່ວຍເຫຼືອປະຊາຊົນພາກກາງ ແລະ ເຂດໄຕຫງວຽນ ຫວຽດນາມ ທີ່ຖືກຜົນກະທົບຈາກໄພທຳມະຊາດ ໃນວັນທີ 24 ທັນວາ 2020 ຢູ່ທີ່ສຳນັກງານສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ມີພິທີມອບຮັບເງິນຊ່ວຍເຫຼືອຈາກສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຈຳນວນ 165.000.000 ດົງ (ໜຶ່ງຮ້ອຍຫົກສິບຫ້າລ້ານດົງ) ເພື່ອນຳໄປຊ່ວຍເຫຼືອປະຊາຊົນຢູ່ພາກກາງ ແລະ ເຂດໄຕຫງວຽນ ຫວຽດນາມ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ. |
![]() | ສອງຄະນະພົວພັນຕ່າງປະເທດ ກູບາ-ລາວ ຮ່ວມກອງປະຊຸມທາງໄກ ໃນວັນທີ 24 ທັນວາ 2020 ນີ້, ສະຫາຍ ນາງ ສູນທອນ ໄຊຍະຈັກ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງ ປະຊຸມທາງໄກ ກັບ ຄະນະພົວພັນຕ່າງປະເທດສູນກາງ ພັກກອມມູນິດກູບາ, ນໍາໂດຍ ສະຫາຍ Angle Aezuaga Reyes ວ່າການຫົວໜ້າ ຄະນະພົວພັນ ຕ່າງປະເທດສູນກາງພັກ ກອມມູນິດກູບາ. |
ບຸນຄົງ