ປະເທດລາວ ໄດ້ເປີດນຳໃຊ້ເສັ້ນທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ຢ່າງເປັນທາງການ
ນຳສະເໜີ ແຜນຜັງລວມຕົວເມືອງ ນະຄອນຫລວງວຽງຈັນ ສະບັບທີ 3 ກວມເນື້ອທີ່ 61.600 ເຮັກຕາ | |
ກວດພົບນ້ຳມັນບໍ່ໄດ້ຄຸນນະພາບຫລາຍກ່ວາໝູ່ຢູ່ເຂດນອກຕົວເມືອງນະຄອນຫລວງວຽງຈັນ ແລະ ຕາມເສັ້ນທາງ 13 ໃຕ້ |
ເຂົ້າຮ່ວມພິທີເປີດນຳໃຊ້ເສັ້ນທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ມີ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍການນຳຂັ້ນສູງ, ອະດີດການນຳພັກ-ລັດ ແລະ ພາກສ່ວນກ່ຽວຂ້ອງຂອງ ລາວ-ຈີນ ເຂົ້າຮ່ວມ.
ເສັ້ນທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ໄລຍະທີ 1 ໄດ້ເລີ່ມກໍ່ສ້າງແຕ່ວັນທີ 30 ທັນວາ 2018 ເປັນຕົ້ນມາ ເຊິ່ງຖືວ່າໃຊ້ເວລາກໍ່ສ້າງ 2 ປີ, ມີມູນຄ່າການກໍ່ສ້າງ 1 ຕື້ກວ່າໂດລາສະຫະລັດ, ມີລວງຍາວ 109 ກິໂລແມັດ, ກວ້າງ 23 ແມັດ ເປັນເສັ້ນທາງຄູ່ຂະໜານ, ມີ 4 ຊ່ອງທາງຈະລາຈອນ ແລະ 2 ແລວໄປ-ກັບ, ສ່ວນຄວາມໄວຢູ່ໃນລະດັບແຕ່ 80-100 ກິໂລແມັດ/ຊົ່ວໂມງ, ມີວົງວຽນຈຸດເຊື່ອມຕໍ່ເຂົ້າ-ອອກ 7 ຈຸດ, ອຸມົງ 1 ແຫ່ງ (ເຂດພູພະນັງ), ຂົວ 45 ແຫ່ງ, ເຊິ່ງຂ້າມທາງເລກທີ 13 ເໜືອ 3 ຈຸດ, ຂ້າມທາງລົດໄຟ 4 ຈຸດ ແລະ ຂ້າມທາງເຂົ້າບ້ານ 23 ຈຸດ.
![]() |
ປະເທດລາວ ໄດ້ເປີດນຳໃຊ້ເສັ້ນທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ຢ່າງເປັນທາງການ. (ພາບ: Laoedaily) |
ທ່ານ ຖັງ ຊິນຊວານ ປະທານບໍລິສັດ ພັດທະນາເຂດໃໝ່ ວັງວຽງລາວ ຈຳກັດ ເປີດເຜີຍຕໍ່ນັກຂ່າວສານປະເທດລາວ ວ່າ: ໂຄງການ ຕັ້ງຢູ່ເບື້ອງຕາເວັນຕົກຂອງສາຍນ້ຳຊອງ ເມືອງວັງວຽງ ແຂວງວຽງຈັນ, ກວມເນື້ອທີ່ປະມານ 7.000 ເຮັກຕາ, ຊຶ່ງໄດ້ແບ່ງເປັນ 5 ໄລຍະການກໍ່ສ້າງ, ກຳນົດ 29 ປີ ໃນມູນຄ່າທັງໝົດ 5,3 ຕື້ໂດລາສະຫະລັດ ປະກອບດ້ວຍພື້ນຖານໂຄງລ່າງທີ່ແໜ້ນໜາ, ຖະໜົນຫົນທາງທີ່ມີມາດຕະຖານ, ຂົວຂ້າມນ້ຳຊອງ 4 ແຫ່ງ, ມີແຫລ່ງທ່ອງທ່ຽວທຳມະຊາດ, ສູນການຄ້າ, ໂຮງຮຽນ, ໂຮງໝໍ, ຫໍປະຊຸມນາໆຊາດ ແລະ ວັດວາອາຮາມທີ່ເປັນເອກະລັກ. ນອກນີ້, ຍັງຈະມີຂະແໜງທຸລະກິດ ທີ່ຫລາກຫລາຍ ທີ່ມີລັກສະນະປະສົມປະສານແບບທັນສະໄໝ; ປະກອບສ່ວນເຮັດໃຫ້ເມືອງວັງວຽງ ກາຍເປັນເມືອງແຫ່ງການທ່ອງທ່ຽວທີ່ມີຊື່ສຽງຂອງລາວ ກາຍເປັນສວນຫລັງບ້ານ ຂອງນະຄອນຫລວງວຽງຈັນ, ກາຍເປັນເມືອງພັກຜ່ອນຢ່ອນໃຈຂອງສາກົນ ແລະ ກາຍເປັນເມືອງທ່ອງທ່ຽວທີ່ມີເອກະລັກສະເພາະຂອງລາວ ນຳດ້ວຍ. ສິ່ງສຳຄັນໂຄງການນີ້, ຈະພຽບພ້ອມໄປດ້ວຍສິ່ງອຳນວຍຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດໃນອະນາຄົດ.
![]() |
(ພາບ: Laoedaily) |
ຄຽງຄູ່ກັບການທີ່ກຳລັງຈະເປີດນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ ແລະ ເສັ້ນທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ, ໃນຕໍ່ໜ້າຈະມີນັກທ່ອງທ່ຽວຈາກທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວເມືອງວັງວຽງ ປະມານ 9 ລ້ານເທື່ອຄົນຕໍ່ປີ ເພື່ອພັກຜ່ອນກັບທຳມະຊາດທີ່ສວຍງາມ, ຊຶ່ງຈຳເປັນຕ້ອງມີສິ່ງອຳນວຍຄວາມສະດວກຕ່າງໆເພື່ອຮອງຮັບ ເຊັ່ນ: ໂຮງແຮມ, ສະຖານທີ່ພັກຜ່ອນຕ່າງໆເພື່ອເຮັດໃຫ້ແຂກມາຫລິ້ນ ມາທ່ຽວ ດ້ວຍຄວາມມ່ວນຊື່ນ, ມາພັກຜ່ອນຢ່າງສະບາຍໃຈ ແລະ ມາກິນຢ່າງມີຄວາມສຸກ. ດັ່ງນັ້ນ, ໂຄງການພັດທະນາເຂດໃໝ່ ວັງວຽງ ຈຶ່ງຈຳເປັນທີ່ຕ້ອງມີການດຳເນີນໂດຍໄວ, ຊຶ່ງມີຄວາມຕ້ອງການໃຫ້ພາກສ່ວນລັດຖະບານ ສະໜັບສະໜູນ ແລະ ຊ່ວຍເຫລືອຕາມຄວາມເໝາະສົມ.
![]() | ກຽມສ້າງທີ່ພັກອາໄສ ທີ່ທັນສະໄໝລາຄາປະຢັດ ຢູ່ນະຄອນຫລວງວຽງຈັນ ບໍລິສັດ ການຢານ ກຣຸບ ເຊັນສັນຍາກັບ ບໍລິສັດ ເວວ ແອນເອໂບ ໃນວັນທີ 20 ມັງ ກອນ 2020 ໂດຍການຮ່ວມລົງນາມ ລະວ່າງ ທ່ານ ແອຣອນ ອື ຜູ້ອຳນວຍການບໍລິສັດ ການຢານ ກຣຸບ ແລະ ທ່ານ ເຣມ້ອນ ວ່ອງ ກໍາມະການຜູ້ອໍານວຍການຂອງ ... |
![]() | ຫ້ອງວ່າການສນຍ ຈັດກອງປະຊຸມກ່ຽວການນໍາໃຊ້ພາສາລາວ, ການຄຸ້ມຄອງ ແລະ ການນໍາໃຊ້ສື່ສັງຄົມອອນລາຍຄັ້ງທີ 2 ທີ່ນະຄອນຫລວງວຽງຈັນ ໃນຕອນເຊົ້າມື້ນີ້ 29 ເມສາ 2019, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ເປີດກອງປະຊຸມກ່ຽວການນໍາໃຊ້ພາສາລາວ, ການຄຸ້ມຄອງ ແລະ ການນໍາໃຊ້ສື່ສັງຄົມອອນລາຍຄັ້ງທີ 2, ພາຍໃຕ້ການເປັນປະທານຂອງທ່ານຈະເລີນ ເຢຍປາວເຮີ, ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ, ແລະ ໂດຍການເຂົ້າຮ່ວມຂອງທ່ານ ສະຫວັນຄອນ ຣາຊະມຸນຕີ, ຮອງລັດຖະມົນຕີກະ ຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ. |
![]() | ນະຄອນຫລວງວຽງຈັນ ຈັດສັບປະດາສະອາດ ຕ້ອນຮັບປີໃໝ່ລາວ ສັບປະດາວຽງຈັນສະອາດໄດ້ເລີ່ມປະຕິບັດ ມາແຕ່ປີ 2018 ແລ້ວ ໂດຍປະຕິບັດຕາມມະຕິກອງປະຊຸມປະຈຳເດືອນ ມີນາ 2018 ຂອງອົງການປົກຄອງນະຄອນຫລວງວຽງຈັນ ໂດຍເປັນເອກະພາບຈັດຕັ້ງ ປະຕິບັດທົ່ວນະຄອນຫລວງວຽງຈັນ ຫລື ເອີ້ນຊື່ເຕັມວ່າ “ ສັບປະດາ ວຽງຈັນ ສະອາດ”. |
ຄຳຮຸ່ງ