ສະຖານທູດຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 58 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ Algeria
ສະຖານທູດຫວຽດນາມ ປະຈຳອິນເດຍ ໄດ້ແບ່ງປັນຄວາມຫຍຸ້ງຍາກ ກັບຜູ້ປະສົບໄພນ້ຳຖ້ວມຢູ່ພາກກາງຫວຽດນາມ | |
ຫວຽດນາມ ແລະ ເວເນຊູເອລາ ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນ |
ຢູ່ທີ່ນີ້, ງານວາງສະແດງຮູບພາບ ໄດ້ແນະນຳປະມານ 50 ຮູບ ເຊິ່ງແມ່ນຂີດໝາຍສຳຄັນໃນປະຫວັດສາດການພົວພັນຫວຽດນາມ - Algeria, ພິເສດແມ່ນບົດບັນທຶກຢ່າງເປັນທາງການ ທີ່ປະກາດວ່າ ລັດຖະບານສາທາລະນະລັດປະຊາທິປະໄຕຫວຽດນາມ ໄດ້ຮັບຮອງລັດຖະບານຊົ່ວຄາວສາທາລະນະລັດ Allgeria ໃນວັນທີ 26 ກັນຍາ 1958, ບັນດາການຢ້ຽມຢາມຂອງການນຳຂັ້ນສູງຂອງສອງປະເທດ, ການເຄື່ອນໄຫວຮ່ຳຮຽນ ແລະ ສະແດງສິລະປະ ຫວຽດນາມ ຢູ່ Algeria…
ເນື່ອງໃນໂອກາດນີ້, ນັກໄປທັດສະນະສຶກສາທີ່ມາວາງສະແດງ ກໍ່ໄດ້ແນະນຳ ແລະ ຊິມບັນດາເຍື່ອງອາຫານພື້ນເມືອງທີ່ແຊບໆຂອງຫວຽດນາມ ໂດຍໄດ້ຮັບການກະກຽມ ແລະ ປຸງແຕ່ງຈາກພໍ່ຄົວຂອງສະຖານທູດຫວຽດນາມ.
![]() |
ສະຖານທູດຫວຽດນາມ ປະຈຳ Algeria ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 58 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ Algeria. (ພາບ: thoidai.com.vn) |
ກ່າວຄຳເຫັນທີ່ພິທີ, ທ່ານຫງວຽນແທງວິງ - ເອກອັກຄະລັດຖະທູດປະຈຳ Algeria ໄດ້ຢືນຢັນວ່າ ໃນຕະຫຼອດ 60 ປີທີ່ຜ່ານມາ, ການພົວພັນລະຫວ່າງສອງປະເທດ ໄດ້ຜ່ານຜ່າສິ່ງທ້າທາຍຫຼາຍຢ່າງ ແລະ ນັບມື້ນັບໃກ້ຊິດຕິດພັນກັນ. ທ່ານຫງວຽນແທງວິງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ດ້ວຍການພົວພັນດ້ານການເມືອງທີ່ດີ ແລະ ຄວາມຕັດສິນໃຈຂອງຜູ້ນຳສອງປະເທດ, ການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດ ຈະມີແງ່ຫວັງພັດທະນາທີ່ເຂັ້ມແຂງກວ່າເກົ່າໃນໄລຍະຈະມາເຖິງ.
ທ່ານເອກອັກຄະລັດຖະທູດ ຫງວຽນແທງວິງ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຮ່ວມມື ແລະ ການສະໜັບສະໜູນຂອງກະຊວງການຕ່າງປະເທດ ແລະ ກົມສຳເນົາແຫ່ງຊາດປະເທດ Algeria ໃນການກະກຽມງານວາງສະແດງຮູບພາບຄັ້ງນີ້. ພ້ອມດຽວກັນນີ້, ທ່ານເອກອັກຄະລັດຖະທູດ ກໍ່ໄດ້ກ່າວວ່າ: ງານວາງສະແດງຮູບພາບຄັ້ງນີ້ ແມ່ນການສະແດງໃຫ້ເຫັນຢ່າງຈະແຈ້ງ ກ່ຽວກັບສາຍພົວພັນມິດຕະພາບທີ່ດີ ແລະ ການຮ່ວມມືທີ່ແໜ້ນແຟ້ນລະຫວ່າງສອງປະເທດ.
ຕາງໜ້າໃຫ້ກະຊວງການຕ່າງປະເທດ Algeria, ທ່ານ Boumediene Guennad - ຫົວໜ້າກົມໃຫຍ່ອາຊີ - ອົດສະຕາລີ ໄດ້ສະແດງຄວາມຊົມເຊີຍ ແລະ ທົບທວນຄືນປະຫວັດສາດຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງສອງປະເທດ, ໄດ້ຕີລາຄາສູງຕໍ່ຜົນສຳເລັດດ້ານເສດຖະກິດ - ສັງຄົມ ທີ່ປະເທດຫວຽດນາມບັນລຸໄດ້ພາຍຫຼັງກວ່າ 30 ປີຂອງການປ່ຽນໃໝ່.
ພ້ອມດຽວກັນນີ້, ທ່ານ Boumediene Guennad ເຊື່ອວ່າ ການພົວພັນສອງຝ່າຍ ຈະສືບຕໍ່ໄດ້ຮັບການເພີ່ມທະວີ ແລະ ຂະຫຍາຍຕົວໃນຫຼາຍຂົງເຂດໃນໄລຍະຈະມາເຖິງ, ໂດຍສະເພາະໃນສະພາບການທີ່ປະເທດ Algeria ພວມປະຕິບັດນະໂຍບາຍການປະຕິຮູບທີ່ສຳຄັນ.
![]() | ສະຖານທູດຫວຽດນາມ ປະຈຳອິນເດຍ ໄດ້ແບ່ງປັນຄວາມຫຍຸ້ງຍາກ ກັບຜູ້ປະສົບໄພນ້ຳຖ້ວມຢູ່ພາກກາງຫວຽດນາມ ຍສໝ - ເມື່ອບໍ່ດົນມານີ້, ສະຖານທູດຫວຽດນາມ ປະຈຳອິນເດຍ ໄດ້ຈັດຕັ້ງການປຸກລະດົມບໍລິຈາກເງິນ ເພື່ອຊ່ວຍເຫຼືອປະຊາຊົນໃນເຂດພາກກາງ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນ້ຳຖ້ວມ. |
![]() | ສະຖານທູດຫວຽດນາມ ປະຈຳຢູ່ບຣຸໃນ ໄດ້ປຸກລະດົມການຊ່ວຍເຫຼືອປະຊາຊົນພາກກາງ ຢູ່ ຫວຽດນາມ ຍສໝ - ໃນວັນທີ 22 ຕຸລາ, ສະຖານທຸດຫວຽດນາມ ປະຈຳຢູ່ບຣຸໃນ ໄດ້ຈັດພິທີການປຸກລະດົມການຊ່ວຍເຫືອປະຊາຊົນພາກກາງ ສສ.ຫວຽດນາມ ຜູ້ທີ່ຖືກຮັບຜົນສະທ້ອນ ເນື່ອງຈາກ ໄພທໍາມະຊາດ. |
![]() | ສະຖານທູດຫວຽດນາມ ປະຈຳເວເນຊູເອລາ ໄດ້ສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 75 ປີ ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງການປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມ (2 ກັນຍາ 1945 - 2 ກັນຍາ 2020), ສະຖານທູດຫວຽດນາມ ປະຈຳເວເນຊູເອລາ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນວັດທະນະທຳຫວຽດນາມ - ເວເນຊູເອລາ ທີ່ໂຮງລະຄອນ Principal de Caracas. |
ຄຳຮຸ່ງ