ປະເທດລາວ ໄດ້ອອກຂໍ້ກຳນົດກ່ຽວກັບການຄຸ້ມຄອງອຸປະກອນເຮືອບິນບໍ່ມີຄົນຂັບ
ສື່ມວນຊົນຕ່າງປະເທດ ໃຫ້ຂໍ້ສັງເກດກ່ຽວກັບຜົນສຳເລັດຂອງຫວຽດນາມ ໃນການດຶງດູດແຫຼ່ງເງິນລົງທຶນ FDI | |
ຫວຽດນາມ ພວມຍາດຢ່າງກາລະໂອກາດຈາກສັນຍາ EVFTA ໄດ້ເປັນຢ່າງດີ |
ຕາມນັ້ນ, ແຈ້ງການດັ່ງກ່າວໄດ້ລົງນາມໃນວັນທີ 7 ຕຸລາ, ໂດຍໄດ້ຊີ້ແຈ້ງວ່າ ການເຄື່ອນໄຫວຂອງອຸປະກອນ drone ໃນເຂດນ່ານຟ້າຂອງລາວ ຕ້ອງໄດ້ລົງທະບຽນ ແລະປະຕິບັດຕາມຂໍ້ກໍານົດທີ່ກ່ຽວຂ້ອງ, ລວມທັງກົດໝາຍ ວ່າດ້ວຍການບິນພົນລະເຮືອນ ເພື່ອແນໃສ່ " ຢ່າປະໃຫ້ເກີດຜົນກະທົບຕໍ່ສັງຄົມ”.
ຄຽງຂ້າງການລົງທະບຽນຖືກຕ້ອງຕາມກົດໝາຍແລ້ວ, ບັນດາການເຄື່ອນໄຫວຂອງ drone ຢູ່ ລາວ ຕ້ອງຮັບປະກັນປະຕິບັດຖືກຕາມກົດລະບຽບຂອງເຂດການບິນ ແລະມາດຖານທີ່ກ່ຽວຂ້ອງ.
![]() |
ພາບປະກອບ |
ກົມການບິນພົນລະເຮືອນຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງ ແລະບຸກຄົນທີ່ຕ້ອງການໃຊ້ drone ເພື່ອນຳເອົາອຸປະກອນຂອງຕົນໄປໃຫ້ອົງການນີ້ເພື່ອລົງທະບຽນ ຮັບຮອງເຈົ້າຂອງ, ໃບອະນຸຍາດບິນ, ໃບອະນຸຍາດເຂດການບິນ ແລະໃບຢັ້ງຢືນຜູ້ບັນຊາ.
ເຖິງຢ່າງໃດກໍ່ຕາມ, ເພື່ອທີ່ຈະສະໝັກຂໍໃບອະນຸຍາດຂ້າງເທິງນີ້, ເຈົ້າຂອງ Drone ຕ້ອງມີໃບອະນຸຍາດຄື້ນຄວາມຖີ່ໂດຍກົມກະຈາຍສັນຍາ ຄື້ນຄວາມຖີ່, ກະຊວງໄປສະນີ, ໂທລະຄົມມະນາຄົມແລະສື່ສານລາວ ອອກໃຫ້. Drone ແມ່ນອຸປະກອນເຮືອບິນບໍ່ມີຄົນຂັບ, ໄດ້ບັນຊາຜ່ານລະບົບທາງໄກ, ລວມທັງກ້ອງຖ່າຍຮູບບິນ (Flycam).
![]() | ເວທີປາໄສ ລັດຖະບານ - ອົງການບໍ່ຂຶ້ນກັບລັດຖະບານ ອາຊຽນກ່ຽວກັບສະວັດດີການສັງຄົມ ແລະ ການພັດທະນາ ວັນທີ 21 ກັນຍາ, ເວທີປາໄສລັດຖະບານ - ອົງການບໍ່ຂຶ້ນກັບລັດຖະບານ ອາຊຽນກ່ຽວກັບສະຫວັດດີການສັງຄົມ ແລະ ການພັດທະນາ ຄັ້ງທີ 15 ດ້ວຍຫົວຂໍ້ “ເພີ່ມທະວີຄວາມສາມາດໃນການຟື້ນຟູ ແລະ ຄວາມສາມັກຄີຂອງຄອບຄົວ: ຜ່ານຜ່າຄວາມຫຍຸ້ງຍາກ ແລະ ປັບຕົວໃຫ້ແທດເໝາະ ກັບສະພາບການໃໝ່” ໄດ້ດຳເນີນຕາມຮູບແບບທາງອອນລາຍໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າ ບັນດາອົງການບໍ່ຂຶ້ນກັບລັດຖະບານທີ່ມາຈາກບັນດາປະເທດອາຊຽນ, ຄະນະເລຂາອາຊຽນ, ບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ. |
![]() | ເຢຍລະມັນ ຈະປະຕິບັດການໜູນຊ່ວຍ ສຳຫຼັບກຳມະກອນຕັດຫຍິບຂອງຫວຽດນາມ ຍສໝ - ກະຊວງການຮ່ວມມືເສດຖະກິດ ແລະ ພັດທະນາຂອງປະເທດເຢຍລະມັນ (BMZ) ປະກາດວ່າ ປະເທດເຢຍລະມັນ ຈະໃຫ້ການສະໜັບສະໜູນສຳຫຼັບກຳມະກອນຕຳ່ແຜ່ນຕັດຫຍິບ ຈຳນວນປະມານ 2 ລ້ານຄົນໃນ 7 ປະເທດ (ລວມທັງຫວຽດນາມ, ບັງກະລາເທດ, ອິນໂດເນເຊຍ, ກຳປູເຈຍ, ລາວ, ເອທິໂອເປຍ ແລະ Madagascar) ເພື່ອຜ່ານຜ່າຄວາມຫຍຸ້ງຍາກທີ່ເກີດຈາກການລະບາດຂອງ COVID-19. |
![]() | ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໂອ້ລົມທາງໂທລະສັບກັບລັດຖະມົນຕີກະຊວງການຕ່າງປະເທດ ອາຣັບບິ ຊາອຸດິ ຍສໝ - ເນື່ອງໃນໂອກາດນີ້, ທ່ານຟ້າມບິ່ງມິງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ ລັດຖະບານ ອາຣັບບິ ຊາອຸດິດທີ່ໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຫວຽດນາມອາໄສ ຢູ່ ອາຣັບບິ ຊາອຸດິດ, ສະເໜີໃຫ້ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ອາຣັບບິ ຊາອຸດິດສືບຕໍ່ ເອົາໃຈໃສ່ເປັນພິເສດ, ໜູນຊ່ວຍພົນລະເມືອງຫວຽດນາມ ຮັບປະກັນຊີວິດປະຈຳວັນ ແລະ ສຳຜັດກັບບັນດາບໍລິການສາທາລະນະສຸກ ເມື່ອຈຳເປັນ. |