ສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ສ.ເກົາຫລີ ຄົບຮອບ 25 ປີ
ງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ - ຣັດເຊຍ ຄົບຮອບ 60 ປີ | |
ປູກຕົ້ນໄມ້ ເພື່ອມິດຕະພາບ ລາວ-ອິນເດຍ ໃນໂອກາດ ວັນສ້າງຕັ້ງສາຍພົວພັນການການທູດ ຄົບຮອບ 65 ປີ |
ພິທີສະເຫລີມສະຫລອງດັ່ງກ່າວ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ.ລາວ ແລະ ທ່ານ ຊິນຊອງຊຸນ - ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສ.ເກົາຫລີ ປະຈໍາ ສປປ.ລາວ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງຂອງລາວ ແລະ ທູຕານຸທູດປະຈໍາ ສປປ ລາວ ເຂົ້າຮ່ວມ.
ລາວ ແລະ ສ.ເກົາຫລີ ໄດ້ສ້າງຕັ້ງສາຍພົວພັການທູດນໍາກັນ ໃນວັນທີ 25 ຕຸລາ 1995, ເຊິ່ງນັບແຕ່ສ້າງຕັ້ງສາຍພົວພັນການທູດນໍາກັນ ມາເປັນເວລາຫລາຍກວ່າ 2 ທົດສະຫວັດເຄິ່ງ, ການພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດ ໄດ້ມີບາດກ້າວຂະຫຍາຍຕົວເປັນກ້າວໆ.
![]() |
ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ.ລາວ. (ພາບ: KPL) |
ໃນໂອກາດດຽວກັນນີ້, ທ່ານ ສະເຫລີມໄຊ ກົມມະສິດ ແລະ ທ່ານ ຊິນຊອງຊຸນ ໄດ້ກ່າວຊົມເຊີຍຜົນສໍາເລັດ ໃນການຮ່ວມມືສອງຝ່າຍໃນໄລຍະຜ່ານມາ, ກໍຄືແຜນການຮ່ວມມືໃນຕໍ່ໜ້າ ເພື່ອສືບຕໍ່ສົ່ງເສີມ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງສອງປະເທດ ສປປ ລາວ ແລະ ສ.ເກົາຫລີ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເຂົ້າສູ່ລວງເລິກ.
ພ້ອມດຽວກັນນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ການຮ່ວມມືທາງດ້ານການເມືອງ, ດ້ານເສດຖະກິດ, ການຄ້າ-ການລົງທຶນ, ຄວາມໝັ້ນຄົງ, ການພັດທະນາຊັບພະຍາກອນມະນຸດ, ການພັດທະນາພື້ນຖານໂຄງລ່າງ, ວັດທະນະທໍາ-ສັງຄົມ, ສາທາລະນະສຸກ, ການທ່ອງທ່ຽວ ແລະ ອື່ນໆທີ່ມີການຂະຫຍາຍຕົວສູງ ລວມທັງການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ, ແລະ ດ້ານອື່ນໆໃນເວທີພາກພື້ນ ແລະ ສາກົນ.
ສອງຝ່າຍ ຍັງໄດ້ມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນລະຫວ່າງການນໍາຂັ້ນສູງ, ກໍຄື ຄະນະຜູ້ແທນ ໃນລະດັບຕ່າງໆຂອງສອງປະເທດຢ່າງເປັນປົກກະຕິ ນັບແຕ່ສູນກາງ ລົງຮອດທ້ອງຖິ່ນ, ເຊິ່ງໄດ້ປະກອບສ່ວນ ໃນການສົ່ງເສີມຄວາມເຂົ້າໃຈອັນດີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີຜົນສໍາເລັດສູງ ລະຫວ່າງ ສອງປະເທດ.
![]() |
ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຮ່ວມມື ແລະ ຊ່ວຍເຫລືອຂອງ ສ.ເກົາຫລີ ໃຫ້ແກ່ ສປປ ລາວ ຕະຫລອດ ໄລຍະຜ່ານມາ, ເຊິ່ງໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງ ສປປ ລາວ ເປັນແຕ່ລະໄລຍະ, ຊຶ່ງພິເສດ ແມ່ນໂຄງການພັດທະນາຊົນນະບົດ (ແຊ່ມາອຶນອຸ່ນດົງ Saemaul Undong), ໂຄງການປ້ອງກັນຕາຝັ່ງເຈື່ອນ ແລະ ການເກັບກູ້ລະເບີດບໍ່ທັນແຕກ ໃຫ້ແກ່ສປປ ລາວ ລວມທັງ ການຊ່ວຍເຫລືອ ສປປ ລາວ ໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ-19 ໃນໄລຍະຜ່ານມາ. ນອກນີ້, ສອງຝ່າຍຍັງໄດ້ສະແດງ ຄວາມຕັ້ງໃຈທີ່ຈະສືບຕໍ່ ເຮັດວຽກຮ່ວມກັນຢ່າງໃກ້ຊິດ ໃນຊຸມປີຕໍ່ໜ້າ ເພື່ອສົ່ງເສີມ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມດັ່ງກ່າວ ໃຫ້ເຕີບໃຫຍ່ຂະຫຍາຍ ຕົວຂຶ້ນສູ່ລະດັບໃໝ່.
![]() | ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບທ່ານນາງ ລັດຖະມົນຕີການຕ່າງປະເທດ ສ.ເກົາຫລີ Kang Kyung Wha ຍສໝ - ທ່ານນາຍົກລັດຖະມົນຕີ ກໍ່ຫວັງວ່າ ສ.ເກົາຫຼີ ຈະຫຼຸດຜ່ອນ ແລະ ມຸ່ງໄປສູ່ການລົບລ້າງບັນດາເງື່ອນໄຂບັງຄັບຕໍ່ບັນດາບ້ວງເງິນໜູນຊ່ວຍພັດທະນາຢ່າງເປັນທາງການ, ກູ້ຢຶມບຸລິມະສິດ, ເປີດກ້ວາງບັນດາບ້ວງເງິນຊ່ວຍເຫຼືອລ້າໃຫ້ແກ່ຫວຽດນາມ, ເພີ່ມທະວີການຕ້ອນຮັບແຮງງານຫວຽດນາມ, ໜູນຊ່ວຍປະຊາຄົມຫວຽດາມອາໄສຢູ່ ສ.ເກົາຫຼີໃຫ້ຫຼາຍກ່ວາອີກ, ເປັນຕົ້ນແມ່ນໃນສະພາບການໂລກລະບາດ Covid – 19 ຄືໃນປັດຈຸບັນ. |
![]() | ຈະເປີດຖ້ຽວບິນການຄ້າໂດຍກົງໄປ ຍີ່ປຸ່ນ ແລະ ສ.ເກົາຫລີ ຍສໝ - ຫວຽດນາມ ຄາດວ່າ ຈະມີຜູ້ໂດຍສານປະມານ 2.500-3.000 ຄົນທີ່ເດີນທາງເຂົ້າປະເທດ ໂດຍຖ້ຽວບິນດັ່ງກ່າວນີ້ໃນແຕ່ລະອາທິດນອກຈາກຖ້ຽວບິນເພື່ອສົ່ງໂຕກັບປະເທດ ແລະຖ້ຽວບິນເຊົ່າເໝົາ. |
![]() | ສ.ສ ຫວຽດນາມ - ລາວ ຕັ້ງເປົ້າຫມາຍບຸກທະລຸ ເພີ່ມມູນຄ່າການຄ້າ 10% ພາຍໃນປີ 2019. ຍສໝ - ໃນກອງປະຊຸມ ກຳມະການຮ່ວມມື ຫວຽດນາມ - ລາວ ຄັ້ງທີ 41, ທັງສອງຝ່າຍຈະສູ້ຊົນເພີ່ມມູນຄ່າການຄ້າ ສອງຝ່າຍ ບໍ່ໃຫ້ຫຼຸດ 10% ໃນປີ 2019. |