13:02 | 19/10/2020

ລາວ: ຜົນສຳເລັດ ຂອງກອງປະຊຸມຄົບຄະນະ ບໍລິຫານງານສູນກາງພັກຄັ້ງທີ 11 ສະໄໝທີ X

ລາວ ຜ ນສຳເລ ດ ຂອງກອງປະຊ ມຄ ບຄະນະ ບ ລ ຫານງານສ ນກາງພ ກຄ ງທ 11 ສະໄໝທ x ຄະນະພົວພັນຕ່າງປະເທດສູນກາງພັກ ເຜີຍແຜ່ມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X
ລາວ ຜ ນສຳເລ ດ ຂອງກອງປະຊ ມຄ ບຄະນະ ບ ລ ຫານງານສ ນກາງພ ກຄ ງທ 11 ສະໄໝທ x ຜົນສຳເລັດຂອງກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ X
ລາວ ຜ ນສຳເລ ດ ຂອງກອງປະຊ ມຄ ບຄະນະ ບ ລ ຫານງານສ ນກາງພ ກຄ ງທ 11 ສະໄໝທ x
ກອງປະຊຸມຄົບຄະນະ ບໍລິຫານງານສູນກາງພັກຄັ້ງທີ 11 ສະໄໝທີ X. ພາບ:pasaxon.org.la

ກອງປະຊຸມ ໄດ້ຄົ້ນຄວ້າຕີລາຄາສູງ ຕໍ່ການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ກໍຄືແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII ທີ່ມີຜົນສໍາເລັດເປັນຢ່າງດີ, ເຮັດໃຫ້ປະເທດຊາດ ສືບຕໍ່ຮັກສາ​ໄດ້ສະຖຽນລະພາບ ທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ໂດຍພື້ນຖານ, ແນວທາງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ທົ່ວປວງຊົນຮອບດ້ານ ໄດ້ຮັບການຈັດຕັ້ງ ປະຕິບັດຢ່າງຕັ້ງໜ້າ, ຮັກສາໄດ້ຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ລະບອບປະຊາທິປະໄຕ ປະຊາຊົນ ​ໄວ້ໄດ້ຢ່າງໝັ້ນຄົງ ແລະ ໜັກແໜ້ນ; ເສດຖະກິດເຖິງວ່າ ບໍ່ບັນລຸ​ໄດ້ຕາມຄາດໝາຍ ແຜນການທີ່​ວາງ​ໄວ້ ແຕ່ກໍ່ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ; ບັນດາໂຄງການລົງທຶນໃຫຍ່ໆ ເຊັ່ນ: ໂຄງການສ້າງ ເສັ້ນທາງລົດໄຟ ລາວ-ຈີນ, ໂຄງການທາງດ່ວນ, ໂຄງການພັດທະນາ ແລະ ຂຸດຄົ້ນພະ ລັງງານ-ບໍ່ແຮ່, ໂຄງການກໍ່ສ້າງເຂດ ເສດຖະກິດພິເສດ ຕິດ​ພັນ​ກັບ​ການຈັ​ດສັນ ​ໂຕ​ເມືອງ​ຊົນນະບົດ, ໂຄງການສົ່ງເສີມ ດ້ານການທ່ອງທ່ຽວ ແລະ ໂຄງການສຳຄັນອື່ນໆ ກໍໄດ້ສືບຕໍ່ຈັດຕັ້ງປະຕິບັດ ໄປຕາມແຜນທີ່ກໍານົດໄວ້; ການພັດທະນາທາງ ດ້ານພື້ນຖານວັດຖຸເຕັກນິກ, ທາງດ້ານວັດທະນະທຳ-ສັງຄົມ, ການແກ້ໄຂ ຄວາມທຸກຍາກ ຂອງປະຊາຊົນ ໄດ້ຮັບການພັດທະນາ ແລະ ເອົາໃຈໃສ່ແກ້ໄຂຢ່າງຕັ້ງໜ້າ ແລະ ມີຜົນສຳເລັດເປັນກ້າວໆ; ການ​ປະຕິບັດ ມາດຕະການຕ້ານ-ປ້ອງກັນ ພະຍາດ ໂຄວິດ-19 ​ ກໍ​ໄດ້​ດຳເນີນດ້ວຍຜົນສໍາເລັດ ໃນລະ​ດັບ​ດີ​ສົມຄວນ.

ກອງປະຊຸມ ໄດ້ພ້ອມກັນປຶກສາຫາລື ແລະ ລົງເລິກຄົ້ນຄວ້າ ເອກະສານທີ່ມີ ​ຄວາມ​ສຳຄັນຍຸດທະສາດ ຈໍານວນໜຶ່ງ ດັ່ງນີ້: ຜົນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານ ສູນກາງພັກ ສະໄໝທີ X ຕິດພັນກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາປະຈຳປີ 2020 ແລະ ທິດທາງແຜນ ການວຽກງານ ປະຈໍາປີ 2021. ກອງປະຊຸມເປັນເອກະພາບ ຕໍ່ບັນດາທິ​ດທາງ ມາດຕະການກະຕຸ້ນ ແລະ ຍູ້ແຮງການເຕີບໂຕຂອງ ເສດຖະກິດ-ສັງຄົມ ໂດຍສະເພາະໃນໄລຍະ ທີ່ເສດຖະກິດ ຖືກຜົນກະທົບຈາກພະຍາດ ໂຄວິດ-19 ​ໄດ້ພະຍາຍາມປັບປຸງ ສະພາບແວດລ້ອມຂອງການລົງທຶນ ໃຫ້ມີຄວາມສອດຄ່ອງ ແລະ ສືບຕໍ່ຍູ້ແຮງການຜະລິດ ເປັນສິນຄ້າຕາມທ່າແຮງ ຂອງແຕ່ລະຂະແໜງການ ​ແລະ ​ແຕ່ລະ​ທ້ອງ​ຖິ່ນ, ມີການປັບປຸງ​ການຄຸ້ມຄອງ ແລະ ສົ່ງ​ເສີມການຜະລິດສິນຄ້າ​ ເພື່ອ​ຊົມ​ໃຊ້​ພາຍ​ໃນ ​ແລະ ສົ່ງອອກ ເພື່ອສ້າງລາຍຮັບແຫ່ງຊາດໃຫ້ເພີ່ມຂຶ້ນ, ເອົາໃຈໃສ່ແກ້ໄຂ ການເຄື່ອນໄຫວທຸລະກິດ, ການບໍລິການ, ການແບ່ງຂັ້ນຄຸ້ມຄອງ ແລະ ການປະສານງານ ລະຫວ່າງສູນກາງພັກທ້ອງຖິ່ນ ໃຫ້ມີຄວາມກົມກຽວຫລາຍຂຶ້ນ; ກົນ​ໄກ​ການ​ບໍລິຫານ​ທີ່​ມີ ຫລາຍ​ຂອດ​ຫລາຍ​ຂັ້ນ​ ເລີ່​ມມີ​ການ​ປັບປຸງ​ແກ້​ໄຂ; ສຸມໃສ່ແກ້ໄຂໜີ້ສິນສາທາລະນະ, ​ເລັ່ງປັບປຸງລັດວິສາຫະກິດ ຈຳນວນໜຶ່ງເຮັດໃຫ້ການດໍາເນີນທຸລະກິດ ມີປະສິດທິຜົນດີຂຶ້ນ, ລວມທັງເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂການຮົ່ວໄຫລ ຂອງງົບປະມານຢ່າງເຂັ້ມງວດ; ຄຸ້ມຄອງການປະຕິບັດ ລະບຽບລາຍຈ່າຍບໍລິຫານ ກໍຄືການລົງທຶນຂອງລັດ ຢ່າງມີຈຸດສຸມ ແນໃສ່ສ້າງການຫັນປ່ຽນ ທີ່ແທ້ຈິງໃນຊຸມປີຕໍ່ໜ້າ.

ການກະກຽມ ກອງປະຊຸມສະໄມສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ແລະ ການກະກຽມດໍາເນີນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ IX; ສະພາ​ປະຊາຊົນ​ແຂວງ​ຊຸດ​ທີ II. ກອງປະຊຸມເປັນເອກະພາບສູງ ທີ່ຖືເອົາບັ້ນເລືອກຕັ້ງ ໃນຄັ້ງນີ້ເປັນເຫດການ ການເມືອງສໍາຄັນຂອງປະເທດຊາດ ໃນການສືບຕໍ່ສ້າງ ແລະ ບູລະນະລະບອບ ປະຊາທິປະໄຕ ປະຊາຊົນໃຫ້ໜັກແໜ້ນ, ເຂັ້ມແຂງ ແລະ ບັນລຸອຸດົມການ ກໍຄືທາດແທ້ຂອງລັດ ທີ່ມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດ ຂອງປະຊາຊົນຢ່າງແທ້ຈິງ. ທັງ​ນັ້ນ​ກໍ​ເພື່ອ​ແນ​ໃສ່ສ້າງການ ຫັນປ່ຽນທີ່ແຂງແຮງ ​ແລະ ​ເລິກ​ເຊິ່ງໃນການຍົກສູງປະສິດ ທິພາບການເຄື່ອນໄຫວປະຕິບັດ ພາລະບົດບາດ, ໜ້າທີ່ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ໃນເງື່ອນໄຂໃໝ່​ ໃຫ້​ພົ້ນ​ເ​ດັ່ນຂຶ້ນ​ຕື່ມ.

ກອງປະຊຸມ ໄດ້ປະກອບຄໍາເຫັນໃສ່ຮ່າງ​ ລາຍ​ງານ​ການ​ເມືອງ ທີ່ຈະສະເໜີຕໍ່ກອງ​ປະ​ຊູ​ມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ ໂດຍເນັ້ນ​ໜັກໃສ່ບັນ​ຫາ ທີ່​ເປັນທັດ​ສະ​ນະ​ພື້ນ​ຖານ, ລັກສະນະນໍາ ໜ້າຂອງພັກ, ການເຕົ້າໂຮມຄວາມສາມັກຄີ ເປັນປຶກແຜ່ນ, ບັນຫາການຍຶດໝັ້ນ ແລະ ຜັນຂະຫຍາຍແນວທາງປ່ຽນແປງໃໝ່, ບັນຫາການປົກປັກຮັກສາ ໝາກຜົນຂອງ ການປະຕິວັດ, ສ້າງການ ຫັນປ່ຽນໃໝ່ ໃນການພັດທະນາ, ການຍົກສູງຄຸນນະພາບ ຊີວິດຂອງປະຊາຊົນ, ການນຳ​ເອົາປະເທດຊາດ ຫລຸດພົ້ນອອກ ຈາກຄວາມດ້ອຍພັດທະນາ ແລະ ກ້າວຂຶ້ນສູ່ຈຸດ ໝາຍສັງຄົມນິຍົມ.

ພ້ອມນັ້ນ ກອງປະຊຸມຍັງໄດ້ປະກອບຄຳເຫັນໃສ່ ຮ່າງແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ​ໂດຍສຸມໃສ່ປຶກສາຫາລື ການ​ປັບປຸງໂຄງປະກອບເສດຖະກິດ, ການກຳນົດຕົວເລກ ການເຕີບໂຕ GDP ແລະ ບັນຫາທີ່ເປັນພື້ນຖານ ໃນຂົງເຂດສັງຄົມ ເປັນຕົ້ນແມ່ນ ຂະແໜງທີ່ພົວພັນເຖິງ ການສ້າງຊັບພະຍາກອນມະນຸດ ກໍຄື ສ້າງສັກກາຍະພາບ ໃຫ້ແກ່ຄົນລາວ, ການສົ່ງເສີມການສຶກສາ, ການເຂົ້າເຖິງແຫລ່ງ ສາທາລະນະສຸກ ແລະ ການສົ່ງເສີມຄວາມສາມາດ ຂອງແຮງງານລາວ, ການ​ພັດທະນາ​ຊົນນະ​ບົດ​ ແກ້​ໄຂ​ຄວາມທຸກ​ຍາກ ​ຕາມ​ທິດ​ສ້າງ​ຊົນນະບົດ​ໃໝ່.

ກອງປະຊຸມ ຍັງໄດ້ສຸມໃສ່ຄົ້ນຄວ້າ, ປຶກສາຫາລື ແລະ ໃຫ້ທິດຊີ້ນຳຕໍ່ ການປັບປຸງຮ່າງກົດລະບຽບ ຂອງພັກປະ ຊາຊົນປະຕິວັດລາວ ສະໄໝທີ XI, ຂໍ້​ຕົກລົງວ່າດ້ວຍລະບອບ ແລະ ແບບແຜນວິທີເຮັດວຽກ ຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການ ສູນກາງພັກໃຫ້ສອດຄ່ອງ ​ແລະ ຮັບປະກັນ​ຫລັກການ​ນຳພາ​ ຂອງ​ພັກ​ໃນສະພາບການໃໝ່, ຕີ​ລາຄາ ​ແລະ ​ໃຫ້ການ​ຊີ້​ນຳ ການ​ສຶບຕໍ່​ກະ​ກຽມ, ດໍາ​ເນີນ​ກອງ​ປະຊຸມ​ໃຫຍ່ ອົງຄະ​ນະ​ພັກ​ຂັ້ນ​ຕ່າງໆ ​ແລະ ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ XI ຂອງ​ພັກ ຮັບປະກັນເຮັດໃຫ້ພັກ ມີຄວາມປອດໃສ-ເຂັ້ມແຂງ ແລະ ໜັກແໜ້ນ.

ໃນຕອນທ້າຍຂອງກອງປະຊຸມ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ໄດ້ເນັ້ນໜັກໃຫ້ທົ່ວພັກຈົ່ງສືບຕໍ່ ເສີມຂະຫຍາຍມູນເຊື້ອ ຄວາມສາມັກຄີເປັນ​ເອກະ​ພາບ, ເພີ່ມທະວີ ຄວາມເອົາໃຈໃສ່, ນໍາພາ-ຊີ້ນໍາ ປະຕິບັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ ໃຫ້ສູງຂຶ້ນຕື່ມອີກ. ພ້ອມກັນສືບຕໍ່ກະກຽມ ຄວາມ​ພ້ອມດ້ານຕ່າງໆ ໃຫ້ແກ່ການດຳເນີນ ກອງປະຊຸມໃຫຍ່ຂອງອົງ ຄະນະພັກແຂວງ, ກະຊວງ-ອົງການຢ່າງເປັນຂະບວນຟົດຟື້ນ, ສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ການດຳເນີນ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປະຊາຊົນ ປະຕິວັດລາວ​ ໃຫ້ມີຜົນສໍາເລັດ ຢ່າງຈົບງາມ.

ລາວ ຜ ນສຳເລ ດ ຂອງກອງປະຊ ມຄ ບຄະນະ ບ ລ ຫານງານສ ນກາງພ ກຄ ງທ 11 ສະໄໝທ x ເຜີຍແຜ່ມະຕິ IX ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X

ຫ້ອງວ່າການປະທານປະເທດ ໄດ້ຈັດຕັ້ງພິທີເຜີຍແຜ່ເຊື່ອມຊຶມມະຕິ IX ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ຂຶ້ນ ໃນວັນທີ 26 ພະຈິກ 2019 ທີ່ຫ້ອງປະຊຸມຂອງຫ້ອງວ່າການປະທານປະເທດ ໂດຍການເຜີຍແຜ່ຂອງ ສະຫາຍ ຄຳເມິງ ພົງທະດີ ເລຂາຄະນະພັກ ລັດຖະມົນຕີ ຫົວໜ້າຫ້ອງວ່າການປະທານປະເທດ, ມີບັນດາສະມາຊິກພັກ-ພະນັກງານ ພາຍໃນເຂົ້າຮ່ວມ.

ລາວ ຜ ນສຳເລ ດ ຂອງກອງປະຊ ມຄ ບຄະນະ ບ ລ ຫານງານສ ນກາງພ ກຄ ງທ 11 ສະໄໝທ x ກອງປະຊຸມເຊື່ອມຊຶມ ແລະ ເຜີຍແຜ່ມະຕິກອງປະຊຸມຄົົບຄະນະ ບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ X

ສານປະຊາຊົນສູງສຸດ ໄດ້ເປີດກອງປະຊຸມເຊື່ອມຊຶມ ແລະ ເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ X ແລະ ກອງປະຊຸມຄົບຄະນະບໍລິຫານງານພັກເປີດກວ້າງ ຄັ້ງທີ 6 ສະ ໄໝທີ III ຂອງອົງຄະນະພັກ ສານປະຊາຊົນສູງສຸດຂຶ້ນໃນວັນທີ 14 ສິງຫາ ຜ່ານມາ ທີ່ສານປະຊາຊົນສູງສຸດ ພາຍໃຕ້ການເປັນປະທານຂອງສະຫາຍ ຄຳພາ ແສງດາຣາ ເລຂາຄະ ...

ລາວ ຜ ນສຳເລ ດ ຂອງກອງປະຊ ມຄ ບຄະນະ ບ ລ ຫານງານສ ນກາງພ ກຄ ງທ 11 ສະໄໝທ x ສະພາແຫ່ງຊາດສະຫລຸບວຽກງານ 6 ເດືອນຕົ້ນປີ ແລະ ເຊື່ອມຊືມ ມະຕິ 8 ສະໄໝທີ X ຂອງພັກ

ຄະນະບໍລິຫານງານພັກ ສະພາແຫ່ງຊາດ ໄດ້ຈັດກອງປະຊຸມສະຫລຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ແຜນການເຄື່ອນໄຫວ 6 ເດືອນທ້າຍປີ 2019 ພ້ອມທັງຈັດຕັ້ງເຊື່ອມຊຶມມະຕິ ກອງປະຊຸມ ຄົບຄະນະບໍລິຫານງານ ສູນກາງພັກ ຄັ້ງທີ 8 ສະໄໝທີ X ຂອງພັກປະຊາຊົນປະຕິວັດລາວ ຈັດຂຶ້ນໃນວັນທີ 5 ສິງຫາ 2019, ທີ່ສະພາແຫ່ງຊາດ (ຫລັກ6), ...

Link: https://huunghivietlao.thoidai.com.vn/detail-article-7287.html

In bài biết