14:14 | 15/10/2020

ເພີ່ມທະວີວຽກງານ ການສຶກສາອົບຮົມການເມືອງ, ແນວຄິດໃຫ້ແກ່ຄູ, ປັບປຸງການກໍ່ສ້າງຄູ ໃຫ້ມີຄຸນນະພາບ

ເພ ມທະວ ວຽກງານ ການສ ກສາອ ບຮ ມການເມ ອງ ແນວຄ ດໃຫ ແກ ຄ ປ ບປ ງການກ ສ າງຄ ໃຫ ມ ຄ ນນະພາບ ລາວສຸມໃສ່ເກັບລາຍຮັບງົບປະມານໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້
ເພ ມທະວ ວຽກງານ ການສ ກສາອ ບຮ ມການເມ ອງ ແນວຄ ດໃຫ ແກ ຄ ປ ບປ ງການກ ສ າງຄ ໃຫ ມ ຄ ນນະພາບ ລະບົບທະນາຄານໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງທັງປະລິມານ ແລະ ຄຸນນະພາບ
ເພ ມທະວ ວຽກງານ ການສ ກສາອ ບຮ ມການເມ ອງ ແນວຄ ດໃຫ ແກ ຄ ປ ບປ ງການກ ສ າງຄ ໃຫ ມ ຄ ນນະພາບ
ພາບປະກອບ

ທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ສໍານັກຂ່າວສານປະເທດລາວ ເມື່ອບໍ່ດົນມານີ້, ໂດຍທ່ານໄດ້ໃຫ້ຮູ້ວ່າ: ກະຊວງສຶກສາທິການ ແລະ ກິລາ ພວມເລັ່ງດໍາເນີນການ ຈັດລຽງບູູລິມະສິດ ຂອງຄູອາສາສະໝັກ ໃນຂອບເຂດທົ່ວປະເທດ,​ ໂດຍມອບໃຫ້ຂະແໜງ ການກ່ຽວຂ້ອງຢູ່ ແຕ່ລະທ້ອງຖິ່ນ ຮີບຮ້ອນເກັບກໍາຂໍ້ມູນ ຕົວເລກຂອງຄູອາສາສະໝັກ ທີ່ມີໃນແຂວງຕົນ ຕາມຄໍາແນະນໍາສະບັບ ເລກທີ 1219/ສສກ, ໂດຍໃຫ້ແຍກເປັນບັນຊີຄູ ໃນ 3 ປະເພດ ຄື: ບັນຊີ 1 ແມ່ນຄູອາສາສະໝັກ ທີ່ມີຄວາມຈໍາເປັນຈະຕ້ອງໄດ້ຮັບການບັນຈຸເຂົ້າເປັນ ລັດຖະກອນ, ປະເພດນີ້ ແມ່ນບໍ່ໃຫ້ເກີນ 20% ຂອງຄູອາສາສະໝັກທັງໝົດ, ບັນຊີ 2 ແມ່ນຄູອາສາສະໝັກ ທີ່ຈະຕ້ອງໄດ້ຮັບການສົ່ງເສີມໃຫ້ໄປຍົກລະດັບ ຄວາມຮູ້ໃນດ້ານວິຊາສະເພາະ ປະເພດນີ້ແມ່ນບໍ່ໃຫ້ເກີນ 35% ຂອງຈໍານວນຄູອາສາສະໝັກທັງໝົດ ແລະ ບັນຊີ 3 ແມ່ນຄູອາສາສະໝັກທີ່ຈະໄດ້ໃຫ້ຢຸດເຊົາການສອນ ເພື່ອໃຫ້ເຂົາເຈົ້າໄດ້ມີ ໂອກາດອອກໄປຊອກຫາປະກອບອາຊີບອື່ນໆ ປະເພດນີ້ແມ່ນມີປະມານ 45% ຂອງຄູອາສາທັງໝົດ.

ທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ໄດ້ຊີ້ໃຫ້ເຫັນທິດທາງ ໃນການແກ້ໄຂບັນຫາຄົງຄ້າງ ແລະ ສິ່ງທ້າທາຍໃນຕໍ່ໜ້າ ທີ່ຈະຕ້ອງ​ໄດ້​ເອົາ​ໃຈ​​ໃສ່ ບາງ​ວຽກ​ງານ​ທີ່​ເປັນ​ຈຸດ​ສຸມ ຄື: ເພີ່​ມທະວີ​ວຽກງານ ການສຶກສາອົບຮົມການ​ເມືອງ​, ແນວ​ຄິດໃຫ້ແກ່ຄູ​, ປັບປຸງ​ການກໍ່​ສ້າງ​ຄູ ​ໃຫ້ມີຄຸນນະພາບ ແລະ ສອດຄ່ອງ​ກັບ ຄວາມ​ຕ້ອງ​ການ​, ປັບ​ປຸງ​ການຄຸ້ມ​ຄອງຄູ ແລະ ບຸກ​ຄະ​ລາ​ກອນ​ການ​ສຶກ​ສາ ໂດຍການສົ່ງ​ເສີມ ​ການຝຶກອົບຮົມ ແລະ ຍົກລະດັບ​ຄູ ເພື່ອ​ພັດ​ທະ​ນາ ​ວິ​ຊາ​ຊີບ​ຄູ​ຢ່າງ​ຕໍ່​ເນື່ອງ...

ເພ ມທະວ ວຽກງານ ການສ ກສາອ ບຮ ມການເມ ອງ ແນວຄ ດໃຫ ແກ ຄ ປ ບປ ງການກ ສ າງຄ ໃຫ ມ ຄ ນນະພາບ
ທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ. ພາບ: ຂປລ.

ທ່ານ ເກດ ພັນລັກ ກ່າວຕື່ມວ່າ: ເພື່ອ​ພັດທະນາ​ຄູ​ທາງ​ດ້ານ​ຄຸນ​ນະພາບ, ໃນໄລຍະຜ່ານມາກະຊວງ​ສຶກສາ​ທິການ ​ແລະ ກິລາ ​ໄດ້​ເອົາ​ໃຈ​​ໃສ່​ປະຕິບັດ​ຍຸດ​ທະ​ສາດ​ການສ້າງ​ຄູ, ໂດຍ​ມີ​ການ​ປັບປຸງ​ລະບົບ​ການ​ກໍ່ສ້າງ​ຄູ​ໄປ​ຕ​າມສາຍ​ຮຽນ ​ເຊັ່ນ: ມີ​ການ​ກໍ່ສ້າງ​ຄູ​ອ​ະນຸບານ ​ຕາມ​ສາຍແຕ່​ຊັ້ນກາງ​ຈົນ​ເຖິງ​ປະລິນຍາ​ຕີ, ການ​ກໍ່ສ້າງ​ຄູ​ປະຖົມ ​ແລະ ມັດ​ທະ​ຍົມ ກໍ​ໄດ້​ມີ​ລັກ​ສະ​ນະ​ເຊັ່ນ​ດຽວ​ກັນ, ອັນ​ໄດ້​​ເຮັດ​ໃຫ້​ຄູ​ມີ​ຄວາມ​ສະດວກ​ໄດ້ຮັບ ການ​ຍົກ​ລະດັບ​ວິຊາ​ສະ​ເພາະ​ ຂອງ​ຕົນ​ຕາມ​ສາຍ​ ທີ່​ຕົນ​ເອງ​ໄດ້​ຮຽນ​ຈົບ​ມາ ​ເຊັ່ນ: ຄູ​ອະນຸບານ​ທີ່​ຈົບ​ຊັ້ນກາງກໍ​ສາມາດ​ມາ​ຮຽນ​ຕໍ່​ລະດັບ​ຊັ້ນສູງ ຫລື ປະລິນຍາ​ຕີ ​ໃນ​ສາຍ​ອະນຸ​ບານ​ໄດ້. ພ້ອມ​ກັນ​ນີ້, ເພື່ອ​ຕອບ​ສະ​ໜອງ​ໃຫ້​ແກ່​ການ​ຂະ​ຫຍາຍ​ຕົວ​ຂອງ​ການ​ສຶກ​ສາ​​ໃນ​ເຂດ​ຫ່າງ​ໄກ​ສອກຫລີກ, ການ​ກໍ່​ສ້າງ​ຄູ​ກໍ​ໄດ້​ຮັບ​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ໃຫ້​ດີ​ຂຶ້ນ ເຊັ່ນ ໄດ້​ກໍ່​ສ້າງ​ຄູ​ປະ​ຖົມ​ສຳ​ລັບ​ເດັກ​ຍິງ​ຊົນ​ເຜົ່າ ລະ​ບົບ 9+3 ແລະ 12+2 ເພື່ອ​ສະ​ໜອງ​ຄູ​ ໃຫ້​ແກ່​ເຂດ​ດັ່ງກ່າວ​. ໄດ້​ປັບ​ປຸງ​ຫລັກ​ສູດ ​ສ້າງ​ຄູ​ອະ​ນຸ​ບານ ແລະ ປະ​ຖົມລະ​ດັບ​ປະ​ລິນ​ຍາ​ຕີ ໄປ​ຕາມ​ລະ​ບົບ 12+4, ​ໃນຫລັກສູດ​ດັ່ງກ່າວ ​ກໍ່​​ໄດ້ເອົາ​ໃຈ​ໃສ່ການ​ສອນ​​ທິດ​ສະ​ດີ​ການ​ເມືອງ, ພາ​ສາ​ອັງ​ກິດ ແລະ ICT ເພື່ອ​ໃຫ້​ສອດ​ຄ່ອງ​ກັບ​ຫລັກ​ສູດ​ສາຍ​ສາ​ມັນ ແລະ ສາ​ມາດ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ ແລະ ສາ​ກົນ​ໄດ້​.

ເພ ມທະວ ວຽກງານ ການສ ກສາອ ບຮ ມການເມ ອງ ແນວຄ ດໃຫ ແກ ຄ ປ ບປ ງການກ ສ າງຄ ໃຫ ມ ຄ ນນະພາບ ລາວ ກະກຽມການທົດລອງ ວັກຊີນ Covid-19 Sputnik V ໃນຂັ້ນຕອນທີສາມ ໂດຍຣັດເຊຍຜະລິດ

ລາວ ແລະ ຣັດເຊຍ ກະກຽມການທົດລອງ ວັກຊີນ Covid-19 Sputnik V ໃນຂັ້ນຕອນທີສາມ ໂດຍຣັດເຊຍຜະລິດ.

ເພ ມທະວ ວຽກງານ ການສ ກສາອ ບຮ ມການເມ ອງ ແນວຄ ດໃຫ ແກ ຄ ປ ບປ ງການກ ສ າງຄ ໃຫ ມ ຄ ນນະພາບ ສະເຫຼີມສະຫຼອງວັນສ້າງຕັ້ງການທູດລາວ ຄົບຮອບ 75 ປີ

ເມື່ອບໍ່ດົນມານີ້, ທີ່ກະຊວງການຕ່າງປະເທດ ສປປ.ລາວ​​ ໄດ້ມີພິທີ​ປາຖະກະຖາ​ກ່ຽວກັບວັນສ້າງຕັ້ງ​ການ​ທູດລາວ ຄົບຮອບ 75 ປີ (12 ຕຸລາ 1945 -12 ຕຸລາ 2020) ​ເຊິ່ງໃຫ້​ກຽດ​ປາຖະກະຖາ​ໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ, ທີ່ປຶກສາຄະນະບໍລິຫານງານສູນກາງພັກ, ອະດີດກຳມະການກົມການເມືອງ, ອະດີດຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ.

ເພ ມທະວ ວຽກງານ ການສ ກສາອ ບຮ ມການເມ ອງ ແນວຄ ດໃຫ ແກ ຄ ປ ບປ ງການກ ສ າງຄ ໃຫ ມ ຄ ນນະພາບ ສປປ.ລາວ ແມ່ນຢູ່ໃນກຸ່ມປະເທດທີ່ມີຄົນຕິດພະຍາດ Covid-19 ດ້ວຍຈຳນວນໜ້ອຍ

ປັດຈຸບັນ ທົ່ວປະເທດ ລາວ ມີສູນຈໍາກັດບໍລິເວນ ທີ່ຍັງເປີດຢູ່ທັງໝົດ 42 ສູນ, ມີຜູ້ຖືກຈຳກັດບໍລິເວນຢສູນ 2.920 ຄົນ, ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

Link: https://huunghivietlao.thoidai.com.vn/detail-article-7230.html

In bài biết