08:44 | 24/09/2020

ມະຫາວິທະຍາໄລ ດ່ານັງ ໄດ້ເຊັນບົດບັນທຶກກ່ຽວກັບການບຳລຸງສ້າງຊັບພະຍາກອນມະນຸດໃຫ້ແກ່ລາວແລະ ກຳປູເຈຍ

ມະຫາວິທະຍາໄລ ວິງ ໄດ້ຮັບຫຼຽນໄຊແຮງງານຊັ້ນສາມຂອງ ລັດ ສປປ.ລາວ
ມະຫາວິທະຍາໄລ ຟ້າມວັນດົງ (ແຂວງ ກ໋ວາງ ຫງ໋າຍ) ມອບໃບປະກາດຈົບຊຸດຮຽນພາສາຫວຽດໃຫ້ນັກສຶກສາ ລາວ ຈຳນວນ 113 ຄົນ

ໃນວັນທີ 22 ກັນຍາ, ພະແນກການຕ່າງປະເທດນະຄອນ ແລະ ມະຫາວິທະຍາໄລດານັງ ໄດ້ຈັດພິທີເຊັນບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມືໃນການບຳລຸງສ້າງຊັບພະຍາກອນມະນຸດ ໃຫ້ແກ່ລາວ ແລະ ກຳປູເຈຍພາຍໃຕ້ໂຄງການທຶນການສຶກສາຂອງຄະນະກຳມະການປະຊາຊົນນະຄອນ.

ຕາມນັ້ນແລ້ວ, ການລົງນາມໃນບົດບັນທຶກຊ່ວຍຈຳການບຳລຸງສ້າງຊັບພະຍາກອນມະນຸດ ໃຫ້ແກ່ລາວ ແລະ ກຳປູເຈຍ ແມ່ນເງື່ອນໄຂເບື້ອງຕົ້ນສຳລັບການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຊ່ວຍໃຫ້ທ້ອງຖິ່ນກໍ່ສ້າງ ແລະ ພັດທະນາເສດຖະກິດ - ສັງຄົມ. ຄຽງຂ້າງນັ້ນ, ເພີ່ມທະວີນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງຫວຽດນາມ, ລາວ ແລະ ກຳປູເຈຍ.

ມະຫາວິທະຍາໄລ ດ່ານັງ ໄດ້ເຊັນບົດບັນທຶກກ່ຽວກັບການບຳລຸງສ້າງຊັບພະຍາກອນມະນຸດໃຫ້ແກ່ລາວແລະ ກຳປູເຈຍ

ພິທີເຊັນບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມືໃນການບຳລຸງສ້າງຊັບພະຍາກອນມະນຸດ ໃຫ້ແກ່ລາວ ແລະ ກຳປູເຈຍ. (ພາບ: thoidai.com.vn)

ຕາມທ່ານ ຫ່ວຍດຶກເຈຶ່ອງ - ຫົວໜ້າພະແນກການຕ່າງປະເທດ ນະຄອນດ່ານັງ ແລ້ວ, ບົດບັນທຶກຊ່ວຍຈຳທີ່ໄດ້ລົງນາມ ຈະມີຜົນບັງຄັບໃຊ້ໃນສົກຮຽນຕໍ່ໄປ, ໂດຍສັນຍາວ່າຈະນຳເອົາຜົນປະໂຫຍດຕົວຈິງຫຼາຍຢ່າງ ໃນການຍົກສູງຄຸນນະພາບການຄັດເລືອກ, ການຝຶກອົບຮົມ ແລະ ການຄຸ້ມຄອງນັກສຶກສາຕ່າງປະເທດ.

ນອກຈາກນີ້ ຍັງເປັນການສະແດງໃຫ້ເຫັນເຖິງການພັດທະນາການຮ່ວມມື ດ້ານການຝຶກອົບຮົມຊັບພະຍາກອນມະນຸດ ໃຫ້ມີຄວາມຫຼາຍຮູບຫຼາຍແບບ ແລະ ສົມບູນກວ່າເກົ່າສຳລັບບັນດາແຂວງຂອງລາວ ແລະ ກຳປູເຈຍ.

ທ່ານເລກວາງເຊີນ - ຮອງຜູ້ອຳນວຍການມະຫາວິທະຍາໄລດານັງ ໄດ້ກ່າວວ່າ:“ ດ້ວຍເນື້ອໃນຕົວຈິງຂອງບົດບັນທຶກຊ່ວຍຈຳດັ່ງກ່າວ, ຂ້າພະເຈົ້າຫວັງວ່າການຝຶກອົບຮົມຊັບພະຍາກອນມະນຸດ ໃຫ້ແກ່ລາວ ແລະ ກຳປູເຈຍຈະໄດ້ບັນລຸຄຸນນະພາບສູງຂື້ນກວ່າເກົ່າ ແລະ ກວ້າງຂວາງ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງສອງປະເທດລາວ ແລະ ກຳປູເຈຍ, ແລະ ເພີ່ມທະວີຄວາມສາມັກຄີລະຫວ່າງປະຊາຊົນ”.

ມາຮອດປັດຈຸບັນ, ມີນັກສຶກສາຕ່າງປະເທດລາວປະມານ 170 ຄົນທີ່ກຳລັງຮຽນຢູ່ມະຫາວິທະຍາໄລດານັງ ພາຍໃຕ້ໂຄງການໃຫ້ທຶນການສຶກສາຂອງນະຄອນ.

5 ມະຫາວິທະຍາໄລ ໄດ້ອອກໃບຢັ້ງຢືນພາສາຫວຽດໃຫ້ຄົນຕ່າງປະເທດ

ກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ຫາກໍ່ປະກາດໃຊ້ຂໍ້ຕົກລົງມອບໝາຍໜ້າທີ່ບໍາລຸງ, ຕີລາຄາ ແລະອອກໃບຢັ້ງຢືນພາສາຫວຽດໃຫ້ຄົນຕ່າງປະເທດ.

ມະຫາວິທະຍາໄລ ວິງ ໄດ້ຮັບຫຼຽນໄຊແຮງງານຊັ້ນສາມຂອງ ລັດ ສປປ.ລາວ

ຍສໝ - ວັນທີ 19 ພະຈິກ 2019, ມະຫາວິທະຍາໄລ ວິງ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູຫວຽດນາມຄົບຮອບ 37 ປີ ແລະ ໄດ້ຮັບຫຼຽນໄຊແຮງງານຊັ້ນສາມຂອງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ.

ມະຫາວິທະຍາໄລ ແພດການຢາ ຖ໋າຍບິິ່ງ ມອບໃບປະກາດ ໃຫ້ນັກສຶກສາລາວ ແລະ ກໍາປູເຈຍ ຈຳນວນ 44 ຄົນ: ບັນດາທ່ານຫມໍ ຈາກນ້ຳໃຈມິດຕະພາບ

ຍສໝ - ໃນຕອນເຊົ້າວັນທີ 18 ມິຖຸນາ, ຢູ່ທີ່ມະຫາວິທະຍາໄລ ແພດການຢາ ຖ໋າຍບິິ່ງ ໄດ້ຈັດພິທີມອບໃບປະກາດ ໃຫ້ແກ່ນັກສຶກສາລາວ 17 ຄົນ ແລະ ນັກສຶກສາກໍາປູເຈຍ 27 ຄົນ ທີ່ຮຽນຈົບ ຄະນະ ແພດສາດ ແລະ ແພດສາທາລະນະ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-6903.html

In bài biết