ນາຍົກລັດຖະມົນຕີ ຫວຽດນາມ: ປະຕິບັດວິໄສທັດປະຊາຄົມ ອາຊຽນ 2025
ຫວຽດນາມ ສາມາດປິ່ນປົວຜູ້ຕິດເຊື້ອພະຍາດ Covid – 19 ຫາຍດີໄດ້ 868/1054 ຄົນ | |
ແຕ່ລະປີ ແຂວງແທງຮວາ ສສ.ຫວຽດນາມ ໄດ້ດຶງດູດເງິນຊ່ວຍເຫລືອຈາກອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ປະມານ 10 ລ້ານ ໂດລາສະຫະລັດ |
![]() |
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ. ພາບ:baoquocte. |
ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 53 (AMM-53) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໄດ້ໄຂຂຶ້ນໃນວັນທີ 09 ກັນຍາ ຢູ່ ຮ່າໂນ້ຍ. ນີ້ແມ່ນບັນດາກອງປະຊຸມທີ່ມີຄວາມສຳຄັນທີ່ສຸດໃນປີປະທານ ອາຊຽນ 2020 ຂອງ ຫວຽດນາມ. AMM-53 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງມີການເຂົ້າຮ່ວມຂອງ 27 ຄະນະຜູ້ແທນ (ລວມມີບັນດາປະເທດສະມາຊິກ ອາຊຽນ, ບັນດາປະເທດຄູ່ຮ່ວມມື ແລະ ນັກສັງເກດການ ອາຊຽນ) ທີ່ມາຈາກ 4 ທະວີບໃນໂລກ. ໄປຄຽງຄູ່ກັບບັນດາເນື້ອໃນຕົ້ນຕໍຂອງກອງປະຊຸມ ຄືສຳຫລວດກວດຄືນສະພາບການຮ່ວມມື ແລະ ສ້າງປະຊາຄົມ ອາຊຽນ, ຜັນຂະຫຍາຍບຸລິມະສິດຂໍ້ລິເລີ່ມໃຫຍ່ ເຊິ່ງໄດ້ຮັບການເຫັນດີເປັນເອກະພາບໃຫ້ປີ 2020, ການຮ່ວມມືເພື່ອຮັບມືກັບໂລກລະບາດໂຄວິດ-19, AMM-53 ຍັງຜັນຂະຫຍາຍບາງເນື້ອໃນອື່ນໆ ຄືພິຈາລະນາການສ້າງຕັ້ງສາຍພົວພັນກັບບັນດາຄູ່ຮ່ວມມືໃໝ່, ຊຸກຍູ້ບົດບາດຂອງແມ່ຍິງສຳລັບສັນຕິພາບ ແລະ ຄວາມໝັ້ນຄົງແບບຍືນຍົງ, ສິດທິມະນຸດ, ພັດທະນາອະນຸພາກພື້ນ.
ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ, ປະທານ ອາຊຽນ 2020 ໄດ້ເນັ້ນໜັກວ່າ: ໂລກລະບາດກໍ່ຄືສະພາບແວດລ້ອມທາງການເມືອງ, ພູມສາດເສດຖະກິດພາກພື້ນ ລວມມີທັງທະເລຕາເວັນອອກ ພວມມີບັນດາການຜັນປ່ຽນຢ່າງແຮງ, ສົ່ງຜົນກະທົບຕໍ່ສັນຕິພາບ, ສະຖຽນລະພາບຂອງພາກພື້ນ. ເພື່ອສືບທອດບັນດາໝາກຜົນ ເຊິ່ງອາຊຽນບັນລຸໄດ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີວ່າ: “ຄວນສືບຕໍ່ຍົກສູງຄວາມສາມັກຄີ, ຮັກສາຄວາມເປັນເອກະພາບໃຫ້ໝັ້ນຄົງ, ຜັນຂະຫຍາຍບັນດາແຜນການສັງລວມໃຫ້ສຳເລັດຜົນ, ປະຕິບັດວິໄສທັດປະຊາຄົມ ອາຊຽນ 2025; ສຸມໃສ່ຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ, ຊ່ວຍເຫຼືອປະຊາຊົນສ້າງຊີວິດການເປັນຢູ່ໃຫ້ເປັນປົກກະຕິໂດຍໄວ, ໜູນຊ່ວຍວິສາຫະກິດ, ຟື້ນຟູການຜະລິດ. ພ້ອມກັນນັ້ນ ແມ່ນເສີມຂະຫຍາຍບົດບາດເປັນໃຈກາງຂອງ ອາຊຽນ ໃຫ້ມີປະສິດທິຜົນ. ແກ້ໄຂບັນດາການຂັດແຍ້ງກັນ, ຄວາມແຕກໂຕນກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, UNCLOS 1982 ແລະ ເນື້ອໃນຈິດໃຈບັນດາເອກະສານກຳນົດມາດຕະຖານຂອງ ອາຊຽນ ກ່ຽວກັບການປະພຶດລວມຢູ່ພາກພື້ນ.”
![]() |
ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 53. ພາບ:baoquocte. |
ດ້ວຍໂຄງການດໍາເນີນງານທີ່ດໍາເນີນໃນ 3 ວັນ, ກອງປະຊຸມ AMM-53 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງມີຄວາມໝາຍສໍາຄັນໃນສະພາບການບັນດາສິ່ງທ້າທາຍພວມພົ້ນເດັ່ນຂຶ້ນຮຽກຮ້ອງໃຫ້ມີບັນດາການປັບປຸງເພື່ອຮັບມື. ທີ່ບັນດາເວທີປາໄສຮ່ວມມືນີ້, ບັນດາລັດຖະມົນຕີການຕ່າງປະເທດອາຊຽນ ຈະແລກປ່ຽນ, ສຳຫຼວດກວດຄືນ, ປະສານງານກ່ຽວກັບວິວັດການສ້າງປະຊາຄົມອາຊຽນຢູ່ທັງ 3 ເສົາຄໍ້າ (ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທໍາ-ສັງຄົມ) ແລະຜັນຂະຫຍາຍບັນດາບຸລິມະສິດໃນປີອາຊຽນ 2020. ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ບັນດາລັດຖະມົນຕີປຶກສາຫາລືກ່ຽວກັບກໍານົດທິດຮ່ວມມືໃນອະນາຄົດ, ການພົວພັນຕ່າງປະເທດຂອງອາຊຽນ, ເຫັນດີເປັນເອກະພາບທັດສະນະລວມຂອງອາຊຽນ ສໍາລັບບັນດາບັນຫາສາກົນ ແລະພາກພື້ນ.
ເຖິງວ່າການເຄື່ອນໄຫວຮ່ວມມືຂອງ ອາຊຽນ ຖືກຜົນສະທ້ອນຫລາຍຢ່າງຍ້ອນການກະທົບຂອງໂລກລະບາດໂຄວິດ-19 ກໍ່ຕາມ, ແຕ່ເມື່ອຫວນຄືນທັງຂະບວນວິວັດນັບແຕ່ຕົ້ນປີມາຮອດປະຈຸບັນ, ຫວຽດນາມ ໄດ້ ແລະ ພວມພະຍາຍາມປະຕິບັດໜ້າທີ່ເປັນປະທານ ອາຊຽນ ໃຫ້ສຳເລັດຢູ່ໃນລະດັບສູງສຸດ. ຫວຽດນາມ ໄດ້ສະເໜີຫລາຍຂໍ້ລິເລີ່ມ, ຮັກສາ ແລະ ຊຸກຍູ້ການຮ່ວມມືທັງໃນການປ້ອງກັນ, ສະກັດກັ້ນໂລກລະບາດ ກໍ່ຄືການກໍ່ສ້າງປະຊາຄົມ, ຍູ້ແຮງການພົວພັນຄູ່ຮ່ວມມືຂອງ ອາຊຽນ, ປັບປຸງບົດບາດເປັນໃຈກາງຂອງ ອາຊຽນ. ຕີລາຄາກ່ຽວກັບບົດບາດຂອງ ຫວຽດນາມ, ການນຳຫລາຍປະເທດກໍ່ຄືຫາງສຽງສາກົນ ລ້ວນແຕ່ມີຂໍ້ສັງເກດລວມວ່າ ຫວຽດນາມ ໄດ້ສຳເລັດໜ້າທີ່ປະທານ ອາຊຽນ ໃນຊຸມເດືອນຜ່ານມາໄດ້ເປັນຢ່າງດີ.
![]() | ລົງນາມໃນຂໍ້ຕົກລົງການຮ່ວມມື ລະຫວ່າງ ຫໍພິພິທະພັນໂຮຈິມິນ ແລະ ສະຖາບັນມໍລະດົກ Ben Gurion (ອິດສະຣາເອນ) ຍສໝ - ລົງນາມໃນຂໍ້ຕົກລົງການຮ່ວມມື ລະຫວ່າງ ຫໍພິພິທະພັນໂຮຈິມິນ ແລະ ສະຖາບັນມໍລະດົກ Ben Gurion (ອິດສະຣາເອນ). |
![]() | ຫວຽດນາມ ໄດ້ສືບຕໍ່ຢັ້ງຢືນບົດບາດ ແລະ ທີ່ຕັ້ງຂອງຕົນໃນການເຊື່ອມໂຍງເຂົ້າກັບສາກົນ ຍສໝ - ບັນດາການປະກອບສ່ວນຢ່າງແທດຈິງ ແລະ ມີປະສິດທິຜົນຂອງສະພາແຫ່ງຊາດຫວຽດນາມ ໃນປີປະທານ AIPA ຈະແມ່ນພື້ນຖານເພື່ອໃຫ້ຫວຽດນາມ ໄດ້ສືບຕໍ່ຢັ້ງຢືນບົດບາດ ແລະ ທີ່ຕັ້ງຂອງຕົນໃນການເຊື່ອມໂຍງເຂົ້າກັບສາກົນຢ່າງແໜ້ນແຟ້ນ. |
![]() | ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍກວ່າ 27,28 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 887.278 ຄົນ ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ, ດ້ວຍຜູ້ຕິດເຊື້ອພະຍາດໂຄວິດ- 19 ຈຳນວນກວ່າ 6.46 ລ້ານຄົນ. |
ໄຊພອນ