ຫວຽດນາມຫວັງວ່າ ຍີ່ປຸ່ນຈະແມ່ນຄູ່ຮ່ວມມືດ້ານການລົງທຶນ, ການຄ້າ ແລະການທ່ອງທ່ຽວອັນດັບໜຶ່ງ ຂອງຫວຽດນາມ
![]() |
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ (ພາບ: TTXVN) |
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ແຈ້ງວ່າຫວຽດນາມໃຫ້ຄຳໝັ້ນສັນຍາຮ່ວມມືກັບຝ່າຍຍີ່ປຸ່ນໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ຕາມຄຳຮຽກຮ້ອງຂອງ ຍີ່ປຸ່ນ; ສືບຕໍ່ພັດທະນາພື້ນຖານໂຄງລ່າງ; ອຸດສາຫະກຳລົດໂອໂຕ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ ການລົງທືນ, ການຄ້າແລະການທ່ອງທ່ຽວຂອງ ຍີ່ປຸ່ນ ຈະບື່ນຕົວຂຶ້ນລະດັບສູງສຸດຢູ່ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ກໍ່ໃຫ້ຮູ້ວ່າ, ຫວຽດນາມ ພວມກະກຽມເປີດສາຍການບິນສາກົນ, ໃນນັ້ນບຸລິມະສິດເຂົ້າເມືອງໃຫ້ແກ່ບັນດາເປົ້າໝາຍຄື: ຜູ້ຊ່ຽວຊານ, ຜູ້ຈັດການ, ກຳມະກອນທີ່ມີສີມື, ນັກລົງທຶນ. ຫວຽດນາມສືບຕໍ່ຊຸກຍູ້ແລະສ້າງທຸກເງື່ອນໄຂເພື່ອໃຫ້ການປະຕິບັດສັນຍາການຄ້າເສລີເປັນຢ່າງດີ.
ສ່ວນຜູ້ຕາງໜ້າວິສາຫະກິດຍີ່ປຸ່ນຢາກໃຫ້ລັດຖະບານຂະຫຍາຍບຸລິມະສິດໃຫ້ແກ່ເຕັກໂນໂລຢີທີ່ກ້າວໜ້າ, ການລົງທຶນຂະໜາດໃຫຍ່, ແລະ ບຸລິມະສິດໃຫ້ແກ່ລະບົບຜະລິດ; ບຸລິມະສິດໃຫ້ແກ່ບັນດາໂຄງການພະລັງງານຕາມຮູບການຮ່ວມມືພາກລັດ, ເອກະຊົນ.
![]() | ສະມາຄົມຊາວໜຸ່ມ, ນັກສຶກສາຫວຽດນາມ ຢູ່ ຍີ່ປຸ່ນ ໄດ້ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບໂຮງຮຽນອອນລາຍ ຍສໝ - ຕອນບ່າຍວັນທີ 5 ກັນຍາ, ສະມາຄົມຊາວໜຸ່ມ ແລະນັກສຶກສາຫວຽດນາມຢູ່ຍີ່ປຸ່ນ (VYSA) ໄດ້ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບໂຮງຮຽນອອນລາຍ (VYSA School Fair 2020). |
![]() | ສະຖານທູດຫວຽດນາມ ໄດ້ຈັດພິທີມອບຂອງຂວັນໃຫ້ແກ່ນັກເຝິກງານຫວຽດນາມ ທີ່ຍີ່ປຸ່ນ ຍສໝ - ຜູ້ຕາງໜ້າບໍລິສັດ AEON ຈຳກັດ ໄດ້ສະແດງຄວາມດີໃຈທີ່ໄດ້ສະໜັບສະໜູນ ໂຄງການສົ່ງເສີມການສຶກສາຂອງສະຖານທູດຫວຽດນາມປະຈຳ ຍີ່ປຸ່ນ. |
![]() | ນັກສຶກສາດ່ານັງ 282 ຄົນ ໄດ້ຜ່ານຮອບການສຳພາດທີ່ "ງານວາງສະແດງວຽກເຮັດງານທຳຍີ່ປຸ່ນ 2020" ຍສໝ - ນັກສຶກສາຫຼາຍກວ່າ 400 ຄົນ ໃນ 11 ວິຊາການຝຶກອົບຮົມທີ່ມະຫາວິທະຍາໄລດົງອາ ລົງທະບຽນເຂົ້າສຳ ພາດທີ່ຫ້ອງການຮັບສະໝັກພະນັກງານບໍ່ວ່າທາງກົງ ຫລື ທາງອິນເຕີເນັດ ຢູ່ເຮືອນ ໂດຍຜ່ານລະບົບອອນລາຍ ທີ່ຄຸ້ນເຄີຍເຊິ່ງຖືກນຳໃຊ້ເຂົ້າໃນຂະບວນການຮຽນຮູ້ ອອນລາຍກ່ອນໜ້ານັ້ນ. |
ບຸນຄົງ