ສະຫະພັນບັນດາອົງການມິດຕະພາບແຂວງ ຢາລາຍ ໄດ້ມອບຂອງຂວັນໃຫ້ນັກສຶກສາຫວຽດນາມ ຢູ່ແຂວງ Ratanakiri
ເອກອັກຄະລັດຖະທູດບຣາຊິນປະຈຳ ຫວຽດນາມ ຕີລາຄາສູງການປ້ອງກັນ ແລະ ຄວບຄຸມການລະບາດຂອງ COVID-19 ຂອງຫວຽດນາມ | |
ພິທີສະເຫຼີມສະຫຼອງວັນຊາດສາທາລະນະລັດອິນໂດເນເຊຍ ຄົບຮອບ 75 ປີ |
ຕາມໜັງສືພິມແຂວງ ຢາລາຍ ແລ້ວ, ຢູ່ດ່ານຊາຍແດນສາກົນ ເລ້ແທັງ (ເມືອງ ດຶກເກີ), ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບແຂວງ ຢາລາຍ ໄດ້ອະນຸມັດໃຫ້ສະມາຄົມຂະແມ - ຫວຽດນາມ ປະຈໍາ Ratanakiri ໄດ້ຈັດຕັ້ງພິທີມອບຂອງຂວັນໃຫ້ນັກຮຽນຊາວຫວຽດນາມຢູ່ແຂວງ Ratanakiri (ລາຊະອານາຈັກກຳປູເຈຍ).
![]() |
ສະຫະພັນບັນດາອົງການມິດຕະພາບແຂວງ ຢາລາຍ ໄດ້ມອບຂອງຂວັນໃຫ້ນັກສຶກສາຫວຽດນາມ ຢູ່ແຂວງ Ratanakiri. (ພາບ: baogialai) |
ກ່າວຄຳເຫັນທີ່ພິທີ, ທ່ານຟ້າມວັນນິງ - ປະທານສະມາຄົມຂະແມ - ຫວຽດນາມ - ສາຂາ Ratanakiri ໃຫ້ຮູ້ວ່າ, ຊີວິດການເປັນຢູ່ຂອງປະຊາຄົມຊາວຫວຽດນາມຢູ່ແຂວງ Ratanakiri ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ສະນັ້ນ, ເພື່ອສະແດງຄວາມເຫັນອົກເຫັນໃຈກັບສະພາບຄວາມຫຍຸ້ງຍາກຂອງນັກຮຽນຫວຽດນາມຫຼາຍຄົນ, ໃນຫຼາຍປີຜ່ານມາ, ບັນດາອົງການ, ໜ່ວຍງານ, ຫົວໜ່ວຍວິສາຫະກິດ, ຜູ້ມີໃຈບຸນ ແລະ ກອນຕູມ ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ແລະ ເພີ່ມທະວີສ້າງເງື່ອນໄຂໃຫ້ນັກຮຽນຫວຽດນາມໄດ້ອຸ່ນອ່ຽນໃຈເຂົ້າໂຮງຮຽນ.
ຕາງໜ້າຄະນະຜູ້ແທນ, ທ່ານ ເລີມເທໂຕງ - ປະທານສະຫະພັນອົງການມິດຕະພາບແຂວງ ຢາລາຍ ໄດ້ສະແດງຄວາມແບ່ງປັນ ກ່ຽວກັບຄວາມຫຍຸ້ງຍາກຂອງຊາວຫວຽດນາມອາໄສຢູ່ແຂວງ Ratanakiri. ພ້ອມກັນນັ້ນ, ຜ່ານບັນດາຕົວແທນຂອງສະມາຄົມຂະແມ - ຫວຽດນາມ, ທ່ານ ເລີມເທໂຕງ - ປະທານສະຫະພັນອົງການມິດຕະພາບແຂວງ ຢາລາຍ ໄດ້ສົ່ງຄຳຢ້ຽມຢາມຖາມຂ່າວ ແລະ ປຸກລະດົມໃຫ້ແກ່ປະຊາຊົນ ເພື່ອພະຍາຍາມສ້າງທຸກເງື່ອນໄຂໃຫ້ລູກຫຼານຂອງພວກເຂົາ ໄດ້ໄປໂຮງຮຽນເພື່ອຊີວິດທີ່ດີຂື້ນໃນອະນາຄົດ.
ເນື່ອງໃນໂອກາດນີ້, ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບແຂວງ ຢາລາຍ ໄດ້ມອບຂອງຂວັນຈຳນວນ 47 ຢ່າງ ໃຫ້ນັກຮຽນຊາວຫວຽດນາມ ທີ່ກຳລັງຮຽນຢູ່ໂຮງຮຽນສອນພາສາຫວຽດນາມ (ເມືອງບານລູງ, ແຂວງ Ratanakiri) ດ້ວຍມູນຄ່າທັງໝົດແມ່ນ 20 ລ້ານດົງ.
![]() | ເປີດ“ສັບປະດາ ວັດທະນະທຳ ຍີ່ປຸ່ນ ຢູ່ແຂວງ ກວາງນາມ” ພິທີໄຂຊຸມວັນວັດທະນະທຳ ຍີ່ປຸ່ນ ຢູ່ແຂວງ ກວາງນາງ ໄດ້ດຳເນີນໃນຕອນຄ່ຳວັນທີ 17 ສິງຫາ ທີ່ນະຄອນ ໂຫ້ຍອານ, ແຂວງ ກວາງນາມ. |
![]() | ຫວຽດນາມ ຍັງຄົງສືບຕໍ່ ມອບເງິນຊ່ວຍເຫລືອ ໃຫ້ແກ່ຜູ້ປະສົບໄພ ຢູ່ແຂວງ ອັດຕະປື ໃນວັນທີ 15-16 ສິງຫາ 2018, ທີ່ສະຖານທູດລາວ ປະຈຳ ສສ ຫວຽດນາມ, ທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ. ຫວຽດນາມ ໄດ້ຮັບເງິນຊ່ວຍເຫລືອ ຈາກບັນດາອົງການ ແລະ ບໍລິສັດຂອງ ... |
![]() | ກະຊວງປ້ອງກັນປະເທດຫວຽດນາມ ມອບເງິນຊ່ວຍເຫລືອຜູ້ປະສົບໄພ ຢູ່ແຂວງ ອັດຕະປື ໃນວັນທີ 3 ສິງຫາ 2018, ທີ່ ສະຖານທູດລາວ ປະຈຳ ສສ ຫວຽດນາມ ໄດ້ຮັບເງິນຊ່ວຍເຫລືອ ຈາກກະຊວງປ້ອງກັນປະເທດຫວຽດນາມ 50.000 ໂດລາສະຫະລັດ, ມອບໂດຍ ທ່ານ ພົທ ເຈິ່ນເດີນ ຮອງລັດຖະມົນຕີ ກະຊວງປ້ອງກັນ ປະເທດຫວຽດນາມ ... |
ຄຳຮຸ່ງ