ສະພາແຫ່ງຊາດຫວຽດນາມ ໄດ້ມອບອຸປະກອນການແພດ ໃຫ້ແກ່ບັນດາລັດຖະສະພາສາກົນ
ນາຍົກລັດຖະມົນຕີ: ປະເທດຫວຽດນາມ ບໍ່ມີການຕິດເຊື້ອ COVID -19 ໃນຊຸມຊົນ | |
45 ປີແຫ່ງການພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍຫວຽດນາມ - ເມັກຊິໂກ |
ຕາມນັ້ນແລ້ວ, ສະພາແຫ່ງຊາດຫວຽດນາມ ໄດ້ມອບເຄື່ອງອຸປະກອນການແພດໃຫ້ບັນດາລັດຖະສະພາສາກົນ ແລະ ອົງການຮ່ວມລັດຖະສະພາສາກົນ ຈຳນວນ 33 ອົງການ, ເຊິ່ງລວມມີ: ລາວ, ສະຫະພັນລັດເຊຍ, Azerbaijan, Kazakhstan, Belarus, ສະຫະພາບເອີຣົບ (ອີຢູ), ເບວຢ້ຽມ, Bulgaria, ເຊັກ, ຝຣັ່ງ, ຮົງກາລີ, ອີຕາລີ, ເນເທີແລນ, ໂຣມາເນຍ, ສະເປນ, Turkey, ອັງກິດ, ກຳປູເຈຍ, ອິນໂດເນເຊຍ, ສິງກະໂປ, ຟີລິບປິນ, ມາເລເຊຍ, ຍີ່ປຸ່ນ, ອິນເດຍ, ອົດສະຕາລີ, ນິວຊີແລນ, ກູບາ, Brazil, ອາເຈນຕິນາ, ເມັກຊິໂກ, Chile, ເວເນຊູເອລາ, Morocco.
![]() |
ທ່ານ ຫງວຽນແຮງຟຸກ - ເລຂາທິການໃຫຍ່ສະພາແຫ່ງຊາດຫວຽດນາມ ໄດ້ມອບເຄື່ອງອຸປະກອນການແພດໃຫ້ ທ່ານPier Giorgio Aliberti - ຫົວໜ້າຄະນະຜູ້ແທນ EU ປະຈຳຫວຽດນາມ. (ພາບ: VGP) |
ກ່າວຄຳເຫັນທີ່ພິທີມອບອຸປະກອນການແພດ, ທ່ານ ຫງວຽນແຮງຟຸກ - ເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ ໄດ້ຕີລາຄາສູງການພັດທະນາອັນດີງາມ ຂອງການພົວພັນຫວຽດນາມ ກັບບັນດາປະເທດໃນໄລຍະຜ່ານມາ, ໂດຍສະເພາະ ແມ່ນການພັດທະນາຕັ້ງໜ້າ ໃນການຮ່ວມມືລັດຖະສະພາ ລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ລັດຖະສະພາຂອງບັນດາປະເທດ ຕາມແງ່ມຸມສອງຝ່າຍ ແລະ ຫຼາຍຝ່າຍ.
ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນໃນການແລກປ່ຽນຄະນະຜູ້ແທນເປັນປະຈຳ, ການສຳຜັດ, ປຶກສາຫາລື, ແລະ ສະໜັບສະໜູນ ຢູ່ບັນດາເວທີປາໄສລັດຖະສະພາສາກົນ ແລະ ພາກພື້ນ.
ໂດຍປະເຊີນໜ້າກັບສະພາບການທີ່ສັບສົນ ຂອງການລະບາດພະຍາດ Covid-19 ໃນຂອບເຂດທົ່ວໂລກ, ທ່ານ ຫງວຽນແຮງຟຸກ - ເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ ຢືນຢັນວ່າ ຫວຽດນາມແມ່ນສະມາຊິກທີ່ມີຄວາມຮັບຜິດຊອບ ຂອງປະຊາຄົມສາກົນ, ໄດ້ພ້ອມແລ້ວທີ່ ຈະປະສານງານແລກປ່ຽນປະສົບການ ແລະ ສົມທົບຊຶ່ງກັນ ແລະ ກັນໃນການປະຕິບັດມາດຕະການຕ່າງໆ ເພື່ອປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19 ກັບປະເທດອື່ນໆ.
ທີ່ພິທີ, ຜູ້ຕາງໜ້າບັນດາອົງການການຕ່າງປະເທດ ໄດ້ຕີລາຄາສູງປະສິດທິຜົນຂອງການປ້ອງກັນ ແລະ ຄວບຄຸມ COVID-19 ຢູ່ຫວຽດນາມ ໃນໄລຍະຜ່ານມາ, ແລະ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ຄວາມຮັກແພງ ແລະ ການຊ່ວຍເຫຼືອທີ່ລ້ຳຄ່າ ເຊິ່ງສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ ທີ່ໄດ້ສະຫງວນໃຫ້ແກ່ລັດຖະສະພາ ແລະ ປະຊາຊົນຂອງປະເທດຕ່າງໆ. ບັນດາເອກອັກຄະລັດຖະທູດ ໄດ້ຫວັງວ່າ ການພົວພັນຮ່ວມມືຮອບດ້ານທີ່ດີ ລະຫວ່າງຫວຽດນາມ ແລະ ບັນດາປະເທດ, ພິເສດແມ່ນ ການຮ່ວມມືລັດຖະສະພາ ລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ລັດຖະສະພາຂອງປະເທດຕ່າງໆ ເຊິ່ງໄດ້ນັບມື້ນັບພັດທະນາຢ່າງຕັ້ງໜ້າ, ບັນລຸຜົນສຳເລັດຫຼາຍຢ່າງ ໃນຂອບເຂດພາກພື້ນ ແລະ ສາກົນ.
![]() | ນາຍົກລັດຖະມົນຕີ: ປະເທດຫວຽດນາມ ບໍ່ມີການຕິດເຊື້ອ COVID -19 ໃນຊຸມຊົນ ຍສໝ - ໃນວັນທີ 16 ພຶດສະພາ ສະຫລຸບການປະຊຸມຄະນະກຳມະການປະຈຳລັດຖະບານ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ກ່າວວ່າ ປະເທດຫວຽດນາມບໍ່ມີການຕິດເຊື້ອພະຍາດ COVID -19 ຢູ່ໃນຊຸມຊົນ. ແຕ່ວ່າ, ຄວນຍົກສູງສະຕິລະວັງຕົວ ໃນເມື່ອທີ່ພະຍາດຍັງມີການລະຍາດ ໃນຫຼາຍປະເທດ ແລະ ຍັງບໍ່ມີຢາວັກຊີນ, ຢາປິ່ນປົວສະເພາະ. |
![]() | ໜັງສືພິມອົດສະຕາລີ: “ຜົນສຳເລັດໃນການສະກັດກັ້ນພະຍາດ Covid-19 ຂອງຫວຽດນາມ ແມ່ນສົມຄວນໃຫ້ມຸ່ງຫວັງ” ຍສໝ - ເມື່ອບໍ່ດົນມານີ້, ໜັງສືພິມ ABC ຂອງອົດສະຕາລີ ໄດ້ລົງພິມບົດຂຽນ ກ່ຽວກັບຂະບວນການປ້ອງກັນ ແລະ ຕ້ານການລະບາດພະຍາດ Covid-19 ຂອງຫວຽດນາມ ທີ່ປະສົບຜົນສຳເລັດ. ມາຮອດປະຈຸບັນ, ຫວຽດນາມ ໄດ້ຮັກສາຈຳນວນກໍລະນີທີ່ຕິດເຊື້ອຕ່ຳກວ່າ 300 ຄົນ ແລະ ຍັງບໍ່ມີຄົນເສຍຊີວິດ. |
![]() | ທ່ານຟ້າມບິ່ງມິງ: ການປະຕິບັດຕາມກົດໝາຍສາກົນ ມີຄວາມສຳຄັນຕໍ່ການຮັກສາສະຖຽນລະພາບ ແລະ ສັນຕິພາບ ຍສໝ - ໂດຍໄດ້ຮັບຕາມຄຳເຊີນຂອງທ່ານ Urmas Reinsalu - ລັດຖະມົນຕີການຕ່າງປະເທດ Estonian, ໃນວັນທີ 8 ພຶດສະພາ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມອອນລາຍລະດັບສູງ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບຫົວຂໍ້ “75 ປີຫຼັງຈາກການສົງຄາມໂລກຄັ້ງທີ 2 ໃນເອີຣົບ - ບົດຮຽນທີ່ໄດ້ຮັບເພື່ອສະກັດກັ້ນພາບອັນເສົ້າສະຫຼົດໃຈໃນອະນາຄົດ, ຄວາມຮັບຜິດຊອບຂອງສະພາຄວາມໝັ້ນຄົງ”. |
ຄຳຮຸ່ງ