ເລັ່ງດ່ວນກວດກາອັດຕະລັກອັດຖິເສຍສະຫຼະຊີວິດເພື່ອຊາດ ດ້ວຍວິທີກວດຊິວະພັນ ຢູ່ ແຂວງ ເລິມດົ່ງ
| ປັບປຸງການຈັດຕັ້ງຊຸມຊົນຄົນຫວຽດນາມ ຢູ່ 18 ແຂວງ, ນະຄອນ ຂອງລາວ | |
| ຟົດຟື້ນການແຂ່ງຂັນເຕະບານຮັດແໜ້ນຄວາມສາມັກຄີຂອງຊຸມຊົນຄົນຫວຽດນາມ ຢູ່ ແຂວງ ອີຊິກາວະ (ປະເທດຍີ່ປຸ່ນ) |
ປະຕິບັດບັ້ນຮົບ 500 ວັນແລະຄືນ ຊຸກຍູ້ການຊອກຫາ, ທ້ອນໂຮມ ແລະ ກວດກາອັດຕະລັກອັດຖິເສຍສະຫຼະຊີວິດເພື່ອຊາດ, ແຂວງ ເລິມດົ່ງ ພວມເລັ່ງດ່ວນຈັດຕັ້ງການເກັບຕົວຢ່າງຊິວະພັນ ຢູ່ ປ່າຊ້າເສຍສະຫຼະຊີວິດເພື່ອຊາດ ໃນທົ່ວທ້ອງຖິ່ນ ເພື່ອກວດກາອັດຕະລັກອັດຖິເສຍສະຫຼະຊີວິດເພື່ອຊາດ.
![]() |
| ການເຂົ້າເຖິງອັດຖິ ຢູ່ ບັນດາຂຸມຝັງສົບເສຍສະຫຼະຊີວິດເພື່ອຊາດ ແມ່ນໄດ້ຮັບການປະຕິບັດຢ່າງລະມັດລະວັງ. |
ປະຈຸບັນ, ແຂວງ ເລິມດົ່ງ ໄດ້ສຳເລັດການເກັບຕົວຢ່າງຊິວະພັນ ຢູ່ 9 ໃນຈຳນວນ 11 ປ່າຊ້າ. ນັບແຕ່ວັນທີ 13 - 16 ກໍລະກົດ, ບັນດາກຳລັງພວມສຸມໃສ່ເກັບຕົວຢ່າງ ຢູ່ ປ່າຊ້າເສຍສະຫຼະຊີວິດເພື່ອຊາດ ດ່າລາດ (Đà Lạt), ເຊິ່ງເປັນບ່ອນທີ່ມີ 651 ຂຸມຝັງສົບ ທີ່ຢູ່ໃນເກນຕ້ອງເກັບຕົວຢ່າງຊິວະພັນ ເພື່ອຮັບໃຊ້ການກວດ ADN. ຄາດວ່າ ວຽກງານຈະສຳເລັດໃນວັນທີ 19 ກໍລະກົດ, ຫຼັງຈາກນັ້ນ, ບັນດາກົມກອງຈະຍົກຍ້າຍໄປປະຕິບັດຢູ່ ປ່າຊ້າເສຍສະຫຼະຊີວິດເພື່ອຊາດ ແຂວງ ບິ່ງທ້ວນ (Bình Thuận) ແຫ່ງເກົ່າ ທີ່ມີຂຸມຝັງສົບກວ່າ 3.400 ຂຸມ ທີ່ຕ້ອງເກັບຕົວຢ່າງ.
![]() |
| ການເກັບຕົວຢ່າງຊິວະພັນອັດຖິເສຍສະຫຼະຊີວິດເພື່ອຊາດ ຢູ່ ປ່າຊ້າເສຍສະຫຼະຊີວິດເພື່ອຊາດ ດ່າລາດ, ແຂວງ ເລິມດົ່ງ. |
ທ່ານພັນໂທ ຈິ່ນແທັງເຊີນ, ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ ເລິມດົ່ງ, ສະມາຊິກຄະນະຊີ້ນຳກ່ຽວກັບການຊອກຫາ, ທ້ອນໂຮມ ແລະ ກວດກາອັດຕະລັກອັດຖິເສຍສະຫຼະຊີວິດເພື່ອຊາດຂອງແຂວງ (ຄະນະຊີ້ນຳ 515), ໃຫ້ຮູ້ວ່າ: "ເລິມດົ່ງ ມີຄວາມມຸ່ງໝັ້ນຕັດສິນໃຈຜັນຂະຫຍາຍບັນດາກຳລັງ ເພື່ອປະຕິບັດໃຫ້ສຳເລັດການເກັບຕົວຢ່າງຊິວະພັນ ກ່ອນວັນທີ 15 ພະຈິກ 2026. ນອກຈາກວຽກງານຂຸດຄົ້ນ ເພື່ອເກັບຕົວຢ່າງຊິວະພັນໄປກວດ ADN ແລ້ວ, ຍັງໄດ້ຜັນຂະຫຍາຍແຜນການເກັບກຳຂໍ້ມູນ ເພື່ອຊອກຫາ ແລະ ທ້ອນໂຮມອັດຖິເສຍສະຫຼະຊີວິດເພື່ອຊາດ. ພວກຂ້າພະເຈົ້າ ໄດ້ເປັນເສນາທິການໃຫ້ ຄະນະຊີ້ນຳ 515 ອອກຈົດໝາຍເປີດຊ່ອງ ສົ່ງເຖິງທຸກອົງການຈັດຕັ້ງການເມືອງ-ສັງຄົມ, ບັນດາກະຊວງ, ຂະແໜງການ, ຄະນະ, ພາກສ່ວນ ແລະ ໂດຍສະເພາະແມ່ນ ປະຊາຊົນ ເພື່ອສະໜອງຂໍ້ມູນ, ເບາະແສ ກ່ຽວກັບຂຸມຝັງສົບເສຍສະຫຼະຊີວິດເພື່ອຊາດ, ຈາກນັ້ນ ພວກຂ້າພະເຈົ້າຈະມີ ທີມຊອກຫາ ແລະ ທ້ອນໂຮມ ເພື່ອລົງໄປກວດກາຂໍ້ມູນ, ຊອກຫາ ແລະ ທ້ອນໂຮມອັດຖິເສຍສະຫຼະຊີວິດເພື່ອຊາດ”.
| ບຸນເຕັດພື້ນເມືອງບຸນປີໃໝ່ ແລະ Chol Chnam Thmay ໄດ້ຮັບການຈັດຕັ້ງຢູ່ຫຼາຍແຂວງ, ນະຄອນຢູ່ ຫວຽດນາມ ຍສໝ - ເດືອນເມສາ, ເນື່ອງໃນໂອກາດບຸນເຕັດພື້ນເມືອງ (ລາວ) ແລະ Chol Chnam Thmay (ກຳປູເຈຍ), ມີຫຼາຍຫຼາຍການພົບປະແລກປ່ຽນ, ພົບປະກັບນັກສຶກສາ ລາວ ແລະ ກຳປູເຈຍ ໄດເດຳເນີນຢູ່ບັນດາແຂວງ ໄທງວຽນ, ດົ່ງນາຍ, ແທງຮວ໋າ. ການເຄື່ອນໄຫວປະກອບສ່ວນເຂົ້າໃນການເພີ່ມທະວີການພົບປະແລກປ່ຽນ, ການຕິດພັນ, ຄວາມສາມັກຄີ ແລະ ມິດຕະພາບລະຫວ່າງ 3 ... |
| ທ່ຽວໃນທ້າຍລະດູຮ້ອນຢູ່ບັນດາຈຸດໝາຍປາຍທາງຢູ່ແຂວງ ດົ່ງນາຍ ຍສໝ - ດົ່ງນາຍ ພວມດຶງດູດນັກທ່ອງທ່ຽວໄວໜຸ່ມເລືອກເຟັ້ນໄປທ່ອງທ່ຽວໄລຍະສັ້ນໃນທ້າຍລະດູຮ້ອນ. |
ແທັງຮັ່ງ

