15:56 | 17/07/2026

ງານວາງສະແດງການຄ້າ ຫວຽດນາມ - ລາວ 2026 ຊຸກຍູ້ການຮ່ວມສຳພັນຍຸດທະສາດ

ແບ່ງປັນຂໍ້ມູນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຫວຽດນາມ - ບຣາຊິນ ພາຍໃນ 6 ເດືອນຕົ້ນປີ 2026
ວັດທະນະທຳຊາ ຫວຽດນາມ ສ້າງຂີດໝາຍຢູ່ທີ່ງານວາງສະແດງ BEYOND FOOD EXPO 2026

ນີ້ແມ່ນກິດຈະກຳສົ່ງເສີມການຄ້າປະຈຳປີ ທີ່ມີຄວາມໝາຍອັນຕັ້ງໜ້າ ພາຍໃນການປະກອບສ່ວນເພີ່ມທະວີສາຍພົວພັນທາງດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ, ທັງກາຍເປັນຂົວຕໍ່ທີ່ມີປະສິດທິຜົນ ສໍາລັບບັນດາອົງການຈັດຕັ້ງທາງການຄ້າ, ຜູ້ຜະລິດ ແລະ ຜູ້ລົງທຶນ ຂອງ ຫວຽດນາມ ແລະ ລາວ ໄດ້ພົບປະ, ແລກປ່ຽນບົດຮຽນ, ຖ່າຍທອດເຕັກໂນໂລຊີ, ຮ່ວມມືດ້ານການລົງທຶນ ແລະ ຮ່ວມທຶນຮ່ວມສຳພັນນຳກັນ.

ງານວາງສະແດງການຄ້າ ຫວຽດນາມ - ລາວ 2026 ຊຸກຍູ້ການຮ່ວມສຳພັນຍຸດທະສາດ
ບັນດາຜູ້ແທນຂອງທັງສອງປະເທດ ຫວຽດນາມ - ລາວ ຮ່ວມກັນຕັດແຖບຜ້າເປີດງານວາງສະແດງການຄ້າ ຫວຽດນາມ - ລາວ 2026 ຢ່າງເປັນທາງການ.

ເຂົ້າຮ່ວມໃນພິທີເປີດງານວາງສະແດງການຄ້າ ຫວຽດນາມ-ລາວ 2026 ມີ ທ່ານ ຫງວຽນມິງເຕິມ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ; ທ່ານ ພູທະວັນ ນັນທະວົງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ລາວ; ບັນດາການນຳກົມ, ພະແນກການ ຂຶ້ນກັບກະຊວງອຸດສາຫະກຳ ແລະ ການຄ້າ ຂອງທັງສອງປະເທດ; ຕາງໜ້າບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ; ພ້ອມດ້ວຍບັນດາສະມາຄົມ ແລະ ວິສາຫະກິດຂອງສອງປະເທດ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ກ່າວຄຳປາໄສຢູ່ທີ່ພິທີ, ທ່ານ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ລາວ ພູທະວັນ ນັນທະວົງ ໄດ້ເນັ້ນໜັກວ່າ, ຕະຫຼອດຫຼາຍປີຜ່ານມາ, ສອງພັກ, ສອງລັດ ລາວ ແລະ ຫວຽດນາມ ໄດ້ສືບຕໍ່ຮັກສາ ແລະ ເພີ່ມທະວີສາຍພົວພັນຮ່ວມມື, ຊ່ວຍເຫຼືອເຊິ່ງກັນແລະກັນ ຢ່າງຮອບດ້ານ ພາຍໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ. ສາຍພົວພັນຮ່ວມມືທາງດ້ານເສດຖະກິດ - ການຄ້າ ລະຫວ່າງ ສອງປະເທດ ນັບມື້ນັບໄດ້ຮັບການພັດທະນາເຂົ້າສູ່ລວງເລິກ ແລະ ຍາດໄດ້ຜົນສຳເລັດອັນພົ້ນເດັ່ນຫຼາຍປະການ.

ຕາມທ່ານ ຮອງລັດຖະມົນຕີ ພູທະວັນ ນັນທະວົງ ແລ້ວ, ງານວາງສະແດງການຄ້າ ຫວຽດນາມ-ລາວ 2026 ແມ່ນຂີດໝາຍອັນສຳຄັນ ທີ່ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່, ການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນສາຍພົວພັນຮ່ວມມືຮອບດ້ານ ລະຫວ່າງ ລັດຖະບານ ແລະ ປະຊາຊົນສອງປະເທດ, ໂດຍສະເພາະແມ່ນພາຍໃນຂົງເຂດການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ. ກິດຈະກຳດັ່ງກ່າວ ບໍ່ພຽງແຕ່ປະກອບສ່ວນເຂົ້າໃນພາລະກິດແຫ່ງການກໍ່ສ້າງ, ພັດທະນາເສດຖະກິດ - ສັງຄົມ ຢ່າງຍືນຍົງຂອງແຕ່ລະປະເທດເທົ່ານັ້ນ, ແຕ່ຍັງຊ່ວຍຮັດແໜ້ນສາຍພົວພັນມູນເຊື້ອພິເສດ ຕາມທິດທາງ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການຮ່ວມສຳພັນຍຸດທະສາດ”.

ກ່າວຄຳປາໄສພາຍໃນພິທີ, ທ່ານ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕິມ ໄດ້ຢັ້ງຢືນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການຮ່ວມສຳພັນຍຸດທະສາດ ລະຫວ່າງ ຫວຽດນາມ ແລະ ລາວ ແມ່ນໄດ້ຮັບການເພີ່ມພູນຄູນສ້າງ ຈາກບັນດາການນຳຮຸ່ນຕ່າງໆ ແລະ ປະຊາຊົນສອງປະເທດ ຢ່າງບໍ່ຮູ້ອິດຮູ້ເມື່ອຍ, ກາຍເປັນມໍລະດົກຮ່ວມອັນລ້ຳຄ່າຂອງທັງສອງຊາດ. ໃນນັ້ນ, ການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ນັບມື້ນັບຢັ້ງຢືນເຖິງບົດບາດເປັນເສົາຄ້ຳອັນສຳຄັນ, ແມ່ນພື້ນຖານອັນໜັກແໜ້ນ ເພື່ອຊຸກຍູ້ເນື້ອໃນແຫ່ງ “ການຮ່ວມສຳພັນຍຸດທະສາດ” ລະຫວ່າງ ສອງປະເທດ ໃຫ້ກ້າວເຂົ້າສູ່ພາກປະຕິບັດຕົວຈິງຢ່າງແທ້ຈິງ.

ງານວາງສະແດງໃນຄັ້ງນີ້ ບໍ່ພຽງແຕ່ແມ່ນສະຖານທີ່ຈັດສະແດງ, ແນະນຳບັນດາຜະລິດຕະພັນທີ່ມີຄຸນນະພາບສູງ ພາຍໃຕ້ເຄື່ອງໝາຍການຄ້າແຫ່ງຊາດ ຂອງ ຫວຽດນາມ ແລະ ລາວ ເທົ່ານັ້ນ, ແຕ່ຍັງແມ່ນຊ່ອງທາງເສດຖະກິດທີ່ມີຄວາມເຄື່ອນໄຫວຢ່າງມີຊີວິດຊີວາ, ເປີດໂອກາດການຮ່ວມມືໃໝ່ໆ ຢ່າງຫຼວງຫຼາຍ ໃຫ້ແກ່ຊຸມຊົນວິສາຫະກິດ.

ຕາມທ່ານ ເອກອັກຄະລັດຖະທູດ ຫງວຽນມິງເຕິມ ແລ້ວ, ພາຍໃຕ້ສະພາບການຂອງໂລກ ແລະ ພາກພື້ນ ທີ່ມີການຜັນແປຢ່າງສັບສົນ, ການທີ່ສອງປະເທດເພີ່ມທະວີການເຊື່ອມໂຍງເສດຖະກິດພາຍໃນ, ນຳໃຊ້ທ່າແຮງທາງດ້ານພູມສາດ, ໂຄງລ່າງພື້ນຖານຊາຍແດນ ແລະ ບັນດາສັນຍາການຄ້າສອງຝ່າຍ, ຫຼາຍຝ່າຍ ແມ່ນຄວາມຕ້ອງການທີ່ມີລັກສະນະຍຸດທະສາດ.

ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມເຊື່ອໝັ້ນຢ່າງເລິກເຊິ່ງວ່າ, ດ້ວຍການເຂົ້າຮ່ວມຢ່າງຂຸ້ນຂ້ຽວຂອງທັງສອງຝ່າຍ, ເປົ້າໝາຍໃນການຊຸກຍູ້ມູນຄ່າການຄ້າສອງຝ່າຍ ໃຫ້ບັນລຸ 4 ຕື້ໂດລາສະຫະລັດ ພາຍໃນປີ 2026 ແລະ ກ້າວໄປຮອດຕົວເລກ 10 ຕື້ໂດລາສະຫະລັດ ພາຍໃນປີ 2030 ແມ່ນສາມາດບັນລຸໄດ້ຢ່າງແນ່ນອນ.

ບັນດາຕົວເລກການເຕີບໂຕອັນພົ້ນເດັ່ນ:

ອີງຕາມຄະນະຈັດຕັ້ງງານວາງສະແດງ, ການຮ່ວມມືທາງດ້ານເສດຖະກິດສອງຝ່າຍ ຫວຽດນາມ-ລາວ ພວມບັນລຸໄດ້ບັນດາຕົວເລກການເຕີບໂຕຢ່າງໜ້າປະທັບໃຈ:

ໂຄງການລົງທຶນ: ປັດຈຸບັນ ຫວຽດນາມ ມີ 289 ໂຄງການ ຢູ່ທີ່ປະເທດ ລາວ ດ້ວຍມູນຄ່າການຈົດທະບຽນທັງໝົດ 6,7 ຕື້ໂດລາສະຫະລັດ.

ການເຕີບໂຕໃນ 6 ເດືອນຕົ້ນປີ 2026: ມູນຄ່າການລົງທຶນທັງໝົດຂອງ ຫວຽດນາມ ເຂົ້າໃນ ລາວ ບັນລຸເກືອບ 600 ລ້ານໂດລາສະຫະລັດ, ເພີ່ມຂຶ້ນຫຼາຍກວ່າ 4,2 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໂດຍສຸມໃສ່ບັນດາຂົງເຂດຫຼັກ ເຊັ່ນ: ໄຟຟ້ານ້ຳຕົກ, ການຂຸດຄົ້ນບໍ່ແຮ່, ກະສິກຳເຕັກໂນໂລຊີສູງ ແລະ ໂທລະຄົມມະນາຄົມ (Unitel). ບັນດາໂຄງການດັ່ງກ່າວ ໄດ້ດຳເນີນງານຢ່າງມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນງົບປະມານ ແລະ ວຽກງານສະຫວັດດີການສັງຄົມຂອງ ລາວ.

ຂະໜາດລວມ: ມີທັງໝົດ 250 ຮ້ານວາງສະແດງມາດຕະຖານ, ໂດຍມີວິສາຫະກິດເຂົ້າຮ່ວມຫຼາຍກວ່າ 90 ແຫ່ງ. ໃນນັ້ນ, ຂົງເຂດວາງສະແດງຂອງ ຫວຽດນາມ ມີ 120 ຮ້ານ ຂອງເກືອບ 80 ວິສາຫະກິດ; ຝ່າຍ ລາວ ມີ 50 ວິສາຫະກິດ ດ້ວຍຮ້ານວາງສະແດງຫຼາຍກວ່າ 70 ຮ້ານ.

ຄວາມຫຼາກຫຼາຍຂອງສິນຄ້າ: ນອກຈາກບັນດາກຸ່ມສິນຄ້າມູນເຊື້ອທີ່ມີທ່າແຮງ ເຊັ່ນ: ກະສິກຳ - ປ່າໄມ້ - ສັດນ້ຳ, ຕຳແຜ່ນຕັດຫຍິບ, ເຄື່ອງເຟີນີເຈີໄມ້ ແລະ ສິນຄ້າບໍລິໂພກແລ້ວ, ງານວາງສະແດງການຄ້າ ຫວຽດນາມ-ລາວ 2026 ຍັງໄດ້ສ້າງບາດກ້າວບຸກທະລຸ ໂດຍການເປີດກວ້າງພື້ນຖານອັນໃຫຍ່ຫຼວງ ໃຫ້ແກ່ບັນດາຂະແໜງສິນຄ້າທີ່ມີເຕັກນິກສູງ, ສອດຄ່ອງກັບທິດທາງການຫັນເປັນທັນສະໄໝຂອງ ລາວ ລວມມີ: ໄຟຟ້າ - ເອເລັກໂຕຣນິກ, ເຄື່ອງຈັກອຸດສາຫະກຳ, ອຸປະກອນການແພດ ແລະ ຢາປົວພະຍາດຄຸນນະພາບສູງ. ກິດຈະກຳໃນຄັ້ງນີ້ ຍັງມີການເຂົ້າຮ່ວມຂອງບັນດາເຄື່ອງໝາຍການຄ້າແຫ່ງຊາດຊັ້ນນຳຂອງ ຫວຽດນາມ ແລະ ຂົງເຂດຮ້ານວາງສະແດງຜະລິດຕະພັນພິເສດ OCOP ຂອງບັນດາທ້ອງຖິ່ນຈາກ ຫວຽດນາມ.

ທັນທີພາຍຫຼັງພິທີເປີດງານວາງສະແດງການຄ້າ ຫວຽດນາມ-ລາວ 2026, ໄດ້ມີການລົງນາມໃນເອກະສານຮ່ວມມື 03 ສະບັບ ລະຫວ່າງ ວິສາຫະກິດຂອງສອງປະເທດ, ເຊິ່ງເປັນການຢັ້ງຢືນວ່າ ການຮ່ວມມືຜ່ານຊ່ອງທາງວິສາຫະກິດ ຈະສືບຕໍ່ປະກອບສ່ວນຊຸກຍູ້ການຫັນເນື້ອໃນແຫ່ງ “ການຮ່ວມສຳພັນຍຸດທະສາດ” ໃຫ້ປາກົດຜົນເປັນຈິງ ຕາມທີ່ການນຳຂັ້ນສູງຂອງສອງປະເທດ ຫວຽດນາມ-ລາວ ໄດ້ຕົກລົງເຫັນດີຮ່ວມກັນ.

ທ່ານນາຍົກແຫ່ງ ສປປ ລາວ ສອນໄຊ ສີພັນດອນ ສິ້ນສຸດການຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມ AFF 2026 ທ່ານນາຍົກແຫ່ງ ສປປ ລາວ ສອນໄຊ ສີພັນດອນ ສິ້ນສຸດການຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມ AFF 2026

ຍສໝ - ໃນຕອນຄ່ຳວັນທີ 9/6, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ເດີນທາງອອກຈາກຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ (AFF) ຄັ້ງທີ 3 ແຕ່ວັນທີ 7 ...

ເວທີປາໄສອະນາຄົດອາຊຽນ ປະຈຳປີ 2026: ຫວຽດນາມ ຊຸກຍູ້ການເຈລະຈາ ເພື່ອອາຊຽນ ທີ່ມີຄວາມຜູກພັນ ແລະ ກວມລວມກວ່າເກົ່າ ເວທີປາໄສອະນາຄົດອາຊຽນ ປະຈຳປີ 2026: ຫວຽດນາມ ຊຸກຍູ້ການເຈລະຈາ ເພື່ອອາຊຽນ ທີ່ມີຄວາມຜູກພັນ ແລະ ກວມລວມກວ່າເກົ່າ

ຍສໝ - AFF 2026 ແມ່ນຕິດພັນຢ່າງສະໜິດແໜ້ນກັບຫົວຂໍ້ທີ່ໄດ້ລະບຸໄວ້ພາຍໃດວິໄສທັດປະຊາຄົມອາຊຽນ ຮອດປີ 2045 ແລະ ສະທ້ອນໃຫ້ແຫັນເຖິງບຸລິມະສິດການຮ່ວມມືຂອງອາຊຽນ ບົນພື້ນຖານ 3 ເສົາຄ້ຳຄື: ການເມືອງ-ຄວາມໝັ້ນຄົງ, ເເສດຖະກິດ ແລະ ວັດທະນະທຳ-ສັງຄົມ.

Link: https://huunghivietlao.thoidai.com.vn/detail-article-22355.html

In bài biết