ຫວຽດນາມ ກໍ່ສ້າງລະບົບຊັບສິນທາງປັນຍາ ທີ່ທັນສະໄໝ, ໂປ່ງໃສ ແລະ ມີປະສິດທິຜົນ
| ຮັດແໜ້ນການຮ່ວມມື ຫວຽດນາມ - ລາວ ພາຍໃນວຽກງານຊາວຕ່າງດ້າວ | |
| ຊ່ວຍເຫຼືອລ້າກວ່າ 3,74 ຕື້ດົ່ງ ເພື່ອຊ່ວຍເຫຼືອປະຊາຊົນ ດານັງ ຟື້ນຟູຊີວິດການເປັນຢູ່ພາຍຫຼັງໄພພິບັດທຳມະຊາດ |
![]() |
| ທ່ານ ຫວູຫາຍກວນ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກ່າວຄຳປາໄສຜ່ານວິດີໂອທີ່ບັນທຶກໄວ້ ເພື່ອອວຍພອນກອງປະຊຸມສະມັດຊາໃຫຍ່. |
ກອງປະຊຸມປະຈຳປີ ຂອງສະມັດຊາໃຫຍ່ ບັນດາປະເທດສະມາຊິກ ອົງການຊັບສິນທາງປັນຍາໂລກ (WIPO) ຄັ້ງທີ 68 ໄດ້ດຳເນີນໄປໃນລະຫວ່າງວັນທີ 07-15 ກໍລະກົດ 2026, ຢູ່ທີ່ສຳນັກງານໃຫຍ່ WIPO, ນະຄອນ ເຈນີວາ, ປະເທດ ສະວິດ.
ກ່າວຄຳປາໄສຜ່ານວິດີໂອທີ່ບັນທຶກໄວ້ ເພື່ອອວຍພອນກອງປະຊຸມສະມັດຊາໃຫຍ່, ທ່ານ ຫວູຫາຍກວັນ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ແບ່ງປັນບັນດາທິດທາງໃຫຍ່ຂອງ ຫວຽດນາມ ພາຍໃນຂົງເຂດຊັບສິນທາງປັນຍາ, ພ້ອມທັງຢືນຢັນເຖິງຄວາມໝາຍໝັ້ນຂອງ ຫວຽດນາມ ພາຍໃນການກໍ່ສ້າງລະບົບຊັບສິນທາງປັນຍາ ທີ່ທັນສະໄໝ, ໂປ່ງໃສ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ.
ແຈ້ງຂໍ້ມູນກ່ຽວກັບບັນດາແນວທາງ, ນະໂຍບາຍໃໝ່ຂອງ ຫວຽດນາມ ພາຍໃນວຽກງານຊັບສິນທາງປັນຍາ, ທ່ານລັດຖະມົນຕີໃຫ້ຮູ້ວ່າ ໃນວັນທີ 17 ມິຖຸນາ 2026, ກົມການເມືອງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ອອກມະຕິຕົກລົງ (Kết luận) ສະບັບເລກທີ 51-KL/TW ໂດຍໄດ້ວາງທິດທາງໃຫຍ່ຕ່າງໆ ກ່ຽວກັບຊັບສິນທາງປັນຍາ.
ອີງຕາມທິດທາງດັ່ງກ່າວ, ຫວຽດນາມ ຈະສຸມໃສ່ປັບປຸງລະບອບລະບຽບການດ້ານຊັບສິນທາງປັນຍາ ໃຫ້ສົມບູນແບບ ໄປຕາມທິດທາງທີ່ທັນສະໄໝ, ເປັນເອກະພາບ ແລະ ສອດຄ່ອງກັບພື້ນຖານເສດຖະກິດດິຈິຕອນ; ຊຸກຍູ້ການຂຸດຄົ້ນ ແລະ ການຫັນຊັບສິນທາງປັນຍາໃຫ້ເປັນສິນຄ້າ; ຍົກສູງປະສິດທິຜົນໃນການຈັດຕັ້ງປະຕິບັດ ແລະ ປົກປ້ອງສິດທິຊັບສິນທາງປັນຍາ; ກໍ່ສ້າງວັດທະນະທຳແຫ່ງການເຄົາລົບສິດທິຊັບສິນທາງປັນຍາ; ພ້ອມທັງຍູ້ແຮງການເຊື່ອມໂຍງເຂົ້າກັບ sາກົນ ແລະ ຈັດຕັ້ງປະຕິບັດບັນດາພັນທະສາກົນ ພາຍໃນຂົງເຂດນີ້ຢ່າງມີປະສິດທິຜົນ.
ຈາກບັນດາທິດທາງດັ່ງກ່າວ, ຫວຽດນາມ ມຸ່ງໄປສູ່ຮູບແບບການພັດທະນາເສດຖະກິດ - ສັງຄົມ ບົນພື້ນຖານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ, ເຊິ່ງໃນນັ້ນ ຊັບສິນທາງປັນຍາ ແມ່ນເສົາຄ້ຳທີ່ມີຄວາມສຳຄັນເປັນພິເສດ. ພ້ອມດຽວກັນນັ້ນ, ຫວຽດນາມ ກໍຢືນຢັນເຖິງຄວາມໝາຍໝັ້ນ ທີ່ຈະກໍ່ສ້າງລະບົບຊັບສິນທາງປັນຍາ ທີ່ມີຄວາມໂປ່ງໃສ, ມີປະສິດທິຜົນ, ຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງທຸກໆພາກສ່ວນທີ່ກ່ຽວຂ້ອງ.
![]() |
| ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງທີ 68 ຂອງສະມັດຊາໃຫຍ່ ອົງການຊັບສິນທາງປັນຍາໂລກ (WIPO). |
ສືບຕໍ່ຮ່ວມເດີນທາງກັບ WIPO ເພື່ອຊຸກຍູ້ການສ້າງສັນນະວັດຕະກຳໃນທົ່ວໂລກ
ເມື່ອອ້າງເຖິງບົດບາດຂອງ WIPO ທີ່ມີຕໍ່ກັບການພັດທະນາລະບົບຊັບສິນທາງປັນຍາທົ່ວໂລກ, ທ່ານລັດຖະມົນຕີ ຫວູຫາຍກວັນ ໄດ້ຕີລາຄາສູງຕໍ່ບັນດາຂໍ້ລິເລີ່ມທີ່ WIPO ໄດ້ຜັນຂະຫຍາຍພາຍໃນອາຍຸການຜ່ານມາ ແນໃສ່ຊຸກຍູ້ການສ້າງສັນນະວັດຕະກຳ ແລະ ພັດທະນາລະບົບຊັບສິນທາງປັນຍາໃນຂອບເຂດທົ່ວໂລກ.
ທ່ານລັດຖະມົນຕີ ໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃນອາຍຸການຈະມາເຖິງ, WIPO ຈະສືບຕໍ່ເສີມຂະຫຍາຍບົດບາດນຳພາ, ເຮັດໃຫ້ຊັບສິນທາງປັນຍາກາຍເປັນເຄື່ອງມືອັນສຳຄັນ ທີ່ຊ່ວຍຍົກສູງສະມັດຖະພາບການແຂ່ງຂັນຂອງບັນດາປະເທດ, ປະກອບສ່ວນຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ - ສັງຄົມ ແບບຍືນຍົງ.
ເນື່ອງໃນໂອກາດນີ້, ຫວຽດນາມ ກໍໄດ້ຈົດຈຳ ແລະ ຕີລາຄາສູງຕໍ່ກັບການຮ່ວມມື ແລະ ການຊ່ວຍເຫຼືອອັນມີປະສິດທິຜົນ ທີ່ WIPO ໄດ້ມອບໃຫ້ແກ່ ຫວຽດນາມ ຕະຫຼອດຫຼາຍປີຜ່ານມາ, ໂດຍສະເພາະແມ່ນພາຍໃນບັນດາການເຄື່ອນໄຫວ ຍົກສູງຂີດຄວາມສາມາດໃນການຄຸ້ມຄອງລັດ ກ່ຽວກັບຊັບສິນທາງປັນຍາ, ການຊ່ວຍເຫຼືອວິສາຫະກິດ, ການບຳລຸງສ້າງຊັບພະຍາກອນມະນຸດ ແລະ ການຊຸກຍູ້ການຫັນຊັບສິນທາງປັນຍາໃຫ້ເປັນສິນຄ້າ.
ເພື່ອຢັ້ງຢືນເຖິງຄວາມຮັບຜິດຊອບຂອງ ຫວຽດນາມ ຕໍ່ກັບລະບົບຊັບສິນທາງປັນຍາສາກົນ, ທ່ານລັດຖະມົນຕີ ຫວູຫາຍກວັນ ໃຫ້ຄຳໝັ້ນສັນຍາວ່າ ຫວຽດນາມ ຈະປະຕິບັດບັນດາພັນທະສາກົນ ກ່ຽວກັບຊັບສິນທາງປັນຍາ ຢ່າງຄົບຖ້ວນ ຕາມບັນດາສົນທິສັນຍາຫຼາຍຝ່າຍ ແລະ ສອງຝ່າຍ ທີ່ຫວຽດນາມ ເປັນພາຄີ.
ພ້ອມດຽວກັນນັ້ນ, ຫວຽດນາມ ມຸ່ງຫວັງຢາກສືບຕໍ່ເພີ່ມທະວີການຮ່ວມມືກັບ WIPO ແລະ ບັນດາປະເທດສະມາຊິກ ແນໃສ່ຮ່ວມກັນກໍ່ສ້າງລະບົບຊັບສິນທາງປັນຍາທົ່ວໂລກ ໄປຕາມທິດທາງທີ່ທັນສະໄໝ, ມີຄວາມສົມດຸນ ແລະ ມີປະສິດທິຜົນ, ປະກອບສ່ວນຊຸກຍູ້ການສ້າງສັນນະວັດຕະກຳ ເພື່ອການພັດທະນາຮ່ວມກັນ.
ພາຍໃຕ້ຂອບເຂດຂອງກອງປະຊຸມສະມັດຊາໃຫຍ່ WIPO ຄັ້ງທີ 68, ຄະນະຜູ້ແທນ ຫວຽດນາມ ໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວທາງການທູດສອງຝ່າຍ ແລະ ຫຼາຍຝ່າຍ ຢ່າງຫຼວງຫຼາຍ ແນໃສ່ຮັດແໜ້ນສາຍພົວພັນຮ່ວມມືກັບບັນດາຄູ່ຮ່ວມມືສາກົນ, ຍາດແຍ່ງແຫຼ່ງພະລັງງານຊ່ວຍເຫຼືອທາງດ້ານເຕັກນິກ ແລະ ຊຸກຍູ້ການຮ່ວມມືພາຍໃນຂົງເຂດຊັບສິນທາງປັນຍາ.
ຈຸດທີ່ໜ້າສົນໃຈ: ກົມຊັບສິນທາງປັນຍາ ຫວຽດນາມ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມື ກັບອົງການສິດທິບັດ ແລະ ເຄື່ອງໝາຍການຄ້າ ແອັດສະປາຍ (Spain), ເປີດໂອກາດການຮ່ວມມືໃໝ່ໆ ພາຍໃນການເຄື່ອນໄຫວຄຸ້ມຄອງ ແລະ ພັດທະນາລະບົບຊັບສິນທາງປັນຍາ.
ການເຮັດວຽກຕົວຈິງ: ຄະນະປະຕິບັດງານຂອງ ຫວຽດນາມ ໄດ້ພົບປະເຮັດວຽກຮ່ວມກັບ ບັນດາໜ່ວຍງານວິຊາສະເພາະຂອງ WIPO ກ່ຽວກັບເນື້ອໃນຕ່າງໆ ເຊັ່ນ: ການຫັນຊັບສິນທາງປັນຍາໃຫ້ເປັນສິນຄ້າ, ການຊ່ວຍເຫຼືອວິສາຫະກິດຂຸດຄົ້ນຊັບສິນທາງປັນຍາ, ການຫັນອົງການຊັບສິນທາງປັນຍາໃຫ້ທັນສະໄໝ ແລະ ການຍົກສູງປະສິດທິຜົນໃນການສະໜອງການບໍລິການສາທາລະນະ ພາຍໃນຂົງເຂດນີ້.
ການແລກປ່ຽນກັບ UPOV: ຄະນະຜູ້ແທນ ຫວຽດນາມ ກໍໄດ້ມີການແລກປ່ຽນກັບ ພັນທະມິດສາກົນເພື່ອປົກປ້ອງພັນພືດໃໝ່ (UPOV) ກ່ຽວກັບຄວາມສາມາດໃນການເປີດກວ້າງການຮ່ວມມື ພາຍໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ປະກອບສ່ວນຊຸກຍູ້ການສ້າງສັນນະວັດຕະກຳພາຍໃນຂະແໜງກະສິກຳ ແລະ ຍົກສູງປະສິດທິຜົນໃນການປົກປ້ອງສິດທິຕໍ່ກັບພັນພືດ.
| ນະຄອນ ເກີນເທີ ເພີ່ມພູນຄູນສ້າງໄມຕີຈິດມິດຕະພາບ ຫວຽດນາມ - ຟີລິບປິນ ຍສໝ - ໃນຕອນຄ່ຳວັນທີ 15 ກໍລະກົດ, ນະຄອນ ເຄິ່ນເທີ ໄດ້ຈັດຕັ້ງແຜນງານພົບປະສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ຟີລິບປິນ ຄົບຮອບ 50 ປີ (12/7/1976 - 12/7/2026) ຢ່າງສະຫງ່າຜ່າເຜີຍ. |
| ນັບຕັ້ງແຕ່ການປັບປຸງສະຖາບັນ ໄປຈົນຮອດການຈັດຕັ້ງປະຕິບັດນະໂຍບາຍ ທາງດ້ານວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ ຍສໝ - ພາຍຫຼັງທີ່ໄດ້ປັບປຸງລະບົບສະຖາບັນ ສໍາລັບວຽກງານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນ ເປັນປູມພື້ນຖານແລ້ວ, ຈຸດສຸມໃນປັດຈຸບັນແມ່ນການແກ້ໄຂບັນດາຈຸດອຸດຕັນ (ຂໍ້ຄົງຄ້າງ) ພາຍໃນຂະບວນການຈັດຕັ້ງປະຕິບັດ, ເພື່ອນຳເອົາບັນດາກົນໄກ ແລະ ນະໂຍບາຍຕ່າງໆ ເຂົ້າສູ່ຊີວິດການເປັນຢູ່ຕົວຈິງຢ່າງວ່ອງໄວ, ແນໃສ່ສ້າງແຮງຂັບເຄື່ອນໃຫ້ແກ່ການພັດທະນາ. |

