ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເລືອງຕາມກວາງ ຕ້ອນຮັບເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຝຣັ່ງ ປະຈຳ ຫວຽດນາມ
| ຫວຽດນາມ ແລະ ຝຣັ່ງ ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ | |
| ສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ຝຣັ່ງ ຢູ່ທີ່ນະຄອນ ໂຮ່ຈີມິນ |
ໃນວັນທີ 14 ກໍລະກົດ, ຢູ່ທີ່ຮ່າໂນ້ຍ, ກ່າວຄຳປາໄສໃນພິທີຕ້ອນຮັບທ່ານ Olivier Brochet ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ຝຣັ່ງ ປະຈຳ ຫວຽດນາມ ທີ່ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານ, ທ່ານພົນໂທ ເລືອງຕາມກວາງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຮັບຮູ້ ແລະ ຕີລາຄາສູງຕໍ່ກັບບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານເອກອັກຄະລັດຖະທູດ ພາຍໃນການຊຸກຍູ້ສາຍພົວພັນ ຫວຽດນາມ - ຝຣັ່ງ ເວົ້າຮ່ວມ, ກໍຄືສາຍພົວພັນຮ່ວມມືລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ກັບບັນດາອົງການບັງຄັບໃຊ້ກົດໝາຍຂອງຝຣັ່ງ ເວົ້າສະເພາະ.
![]() |
| ພາບລວມຂອງການຕ້ອນຮັບ. |
ທ່ານລັດຖະມົນຕີ ເລືອງຕາມກວາງ ມຸ່ງຫວັງວ່າ ສອງຝ່າຍຈະສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນ, ຍົກສູງປະສິດທິຜົນການປະສານງານພາຍໃນການສະກັດກັ້ນ ແລະ ຕ້ານອາດຊະຍາກຳປະເພດຕ່າງໆ ພ້ອມທັງການແກ້ໄຂບັນດາສິ່ງທ້າທາຍທາງດ້ານຄວາມໝັ້ນຄົງແບບໃໝ່ (ຄວາມໝັ້ນຄົງທີ່ບໍ່ແມ່ນແບບດັ້ງເດີມ); ໃນຂະນະດຽວກັນ ກໍຫວັງວ່າ ທ່ານເອກອັກຄະລັດຖະທູດ Olivier Brochet ຈະສືບຕໍ່ສະແດງຄວາມຮັກແພງຕໍ່ກັບ ຫວຽດນາມ ແລະ ມີບັນດາຂໍ້ລິເລີ່ມ ທີ່ປະກອບສ່ວນຊຸກຍູ້ສາຍພົວພັນ ຫວຽດນາມ - ຝຣັ່ງ ໃຫ້ຂະຫຍາຍຕົວຢ່າງແຂງແຮງຍິ່ງໆຂຶ້ນໃນຕໍ່ໜ້າ.
| ການແລກປ່ຽນລະຫວ່າງປະຊາຊົນ ສືບຕໍ່ຖະນຸຖະໜອມສາຍພົວພັນ ຫວຽດນາມ - ຝຣັ່ງ ຍສໝ - ໃນຕອນເຊົ້າວັນທີ 7 ກໍລະກົດ, ຢູ່ທີ່ນະຄອນໂຮ່ຈີມິນ, ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນ (HUFO) ປະສານງານກັບ ສະຖາບັນແລກປ່ຽນວັດທະນະທຳກັບຝຣັ່ງ (IDECAF) ຈັດຕັ້ງພິທີພົບປະສະເຫຼີມສະຫຼອງວັນຊາດຝຣັ່ງ (14/7/1789 - 14/7/2026), ສະແດງໃຫ້ເຫັນເຖິງມິດຕະພາບລະຫວ່າງປະຊາຊົນນະຄອນໂຮ່ຈີມິນ ກັບປະຊາຊົນຝຣັ່ງ. |
| ເຊີດຊູມໍລະດົກ ປະທານ ໂຮ່ຈີມິນ ຢູ່ທີ່ ຝຣັ່ງ ຍສໝ - ວັນທີ 27 ມິຖຸນາ, ຢູ່ທີ່ນະຄອນ Montreuil (ຝຣັ່ງ), ເຂດປູຊະນີຍະສະຖານ ປະທານ ໂຮ່ຈີມິນ ຢູ່ທຳນຽບປະທານປະເທດ ໄດ້ສົມທົບກັບ ສະຖານທູດ ຫວຽດນາມ ແລະ ສູນວັດທະນະທຳ ຫວຽດນາມ ປະຈຳ ຝຣັ່ງ ຈັດລະດັບກິດຈະກຳວັດທະນະທຳ - ວິທະຍາສາດ ແນໃສ່ເຊີດຊູມໍລະດົກ ຂອງປະທານ ... |
