13:28 | 13/07/2026

ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ສະແດງຄວາມຮູ້ບຸນຄຸນຕໍ່ຊາວຫວຽດນາມຕ່າງດ້າວ ທີ່ມີຄຸນງາມຄວາມດີຢູ່ Phuket

ກຳນົດບາດກ້າວໃໝ່ໃຫ້ແກ່ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ໄທ
ອົງການ​ຜູ້ຕາງໜ້າ ຫວຽດນາມ ປະຈຳ ມຽນມາ ​ແລະ ​ໄທ ຕິດຕາມ​ສະພາບ​ການ​ຂອງ​ພົນລະ​ເມືອງ​ຢູ່​ເຂດແຜ່ນດິນ​ໄຫວ​ຢ່າງ​ໃກ້ຊິດ

ການຮັກສາມູນເຊື້ອຮັກຊາດຜ່ານບັນດາຄົນຮຸ່ນຕ່າງໆ

ແນໃສ່ການສະເຫຼີມສະຫຼອງ ວັນທະຫານເສຍອົງຄະ - ສະຫຼະຊີບເພື່ອຊາດ (27 ກໍລະກົດ), ຄະນະປະຕິບັດງານ ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ປະເທດໄທ ໂດຍແມ່ນທ່ານເອກອັກຄະລັດຖະທູດ ຟາມຫວຽດຮຸ່ງ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມບັນດາຄອບຄົວຊາວຫວຽດນາມຕ່າງດ້າວ ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ທີ່ພວມດຳລົງຊີວິດຢູ່ແຂວງ Phuket, ພາກໃຕ້ຂອງປະເທດໄທ.

ຕາມສຳນັກຂ່າວສານ ຫວຽດນາມ (TTXVN) ໃຫ້ຮູ້ວ່າ, ຢູ່ທີ່ຄອບຄົວຂອງເພິ່ນ ຟາມວັນຟາດ, ທ່ານເອກອັກຄະລັດຖະທູດ ຟາມຫວຽດຮຸ່ງ ແລະ ຄະນະປະຕິບັດງານ ໄດ້ພົບປະກັບບັນດາລູກຫຼານຂອງເພິ່ນ, ຮັບຟັງການເລົ່າຄືນກ່ຽວກັບບັນດາການປະກອບສ່ວນຂອງຄອບຄົວ ຕໍ່ກັບການປະຕິວັດ ຫວຽດນາມ.

ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ສະແດງຄວາມຮູ້ບຸນຄຸນຕໍ່ຊາວຫວຽດນາມຕ່າງດ້າວ ທີ່ມີຄຸນງາມຄວາມດີຢູ່ Phuket
ທ່ານເອກອັກຄະລັດຖະທູດ ຟາມຫວຽດຮຸ່ງ (ທ່ານທີ 6 ຈາກເບື້ອງຊ້າຍ, ແຖວທີ 2) ຢ້ຽມຢາມບັນດາລູກຫຼານ ຂອງເພິ່ນ ຟາມວັນຟາດ ຢູ່ທີ່ແຂວງ Phuket, ປະເທດໄທ. (ພາບ: TTXVN)

ເພິ່ນ ຟາມວັນຟາດ ເຄີຍເຮັດໜ້າທີ່ເປັນພະນັກງານຕິດຕໍ່ສື່ສານໃຫ້ແກ່ການປະຕິວັດ ພາຍໃນຊຸມປີແຫ່ງການຕໍ່ສູ້ກູ້ຊາດ ແລະ ເຄີຍຖືກຈັບຕົວ, ຄຸມຂັງ. ພາຍໃນປີ 2010, ເພິ່ນໄດ້ຮັບການໄວ້ອາໄລຍົກຍ້ອງສັນລະເສີນ ແລະ ປະດັບຫຼຽນກາ "ຕໍ່ຕ້ານກູ້ຊາດ" ຊັ້ນສອງ ຈາກທ່ານປະທານປະເທດ ຍ້ອນບັນດາການປະກອບສ່ວນພາຍໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ເພິ່ນ ຟາມວັນຟາດ ແລະ ພັນລະຍາ ເພິ່ນນາງ ຮ່າທິທິ ແມ່ນໄດ້ເສຍຊີວິດແລ້ວ. ບັນດາຄົນຮຸ່ນລູກຮຸ່ນຫຼານຂອງເພິ່ນທັງສອງ ແມ່ນຍັງຄົງສືບຕໍ່ຮັກສາວັດທະນະທຳ ຫວຽດນາມ, ເຂົ້າຮ່ວມບັນດາການເຄື່ອນໄຫວຂອງຊຸມຊົນຊາວຫວຽດນາມ ຢູ່ທີ່ປະເທດໄທ.

ຄະນະປະຕິບັດງານ ຍັງໄດ້ໄປຢ້ຽມຢາມເພິ່ນນາງ ດາວທິເທີ, ອາຍຸ 90 ປີ, ເຊິ່ງເປັນຊາວຫວຽດນາມຕ່າງດ້າວໜຶ່ງທ່ານ ທີ່ມີການປະກອບສ່ວນຫຼາກຫຼາຍໃຫ້ແກ່ພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ. ພາຍໃນປີ 1971, ເພື່ອຂານຕອບຂະບວນການ “ທຸກສິ່ງທຸກຢ່າງເພື່ອແນວໜ້າ”, ຄອບຄົວຂອງເພິ່ນນາງ ຢູ່ທີ່ແຂວງ ໜອງຄາຍ (Nong Khai) ໄດ້ສົ່ງເງິນຈຳນວນ 70.000 ບາດ ກັບຄືນສູ່ບ້ານເກີດເມືອງນອນ ເພື່ອປະກອບສ່ວນໃຫ້ແກ່ການຕໍ່ຕ້ານກູ້ຊາດ ແລະ ໄດ້ຮັບໃບຢັ້ງຢືນຊົມເຊີຍ ຈາກລັດຖະບານ ຫວຽດນາມ.

ລູກທັງ 9 ທ່ານ ຂອງເພິ່ນນາງ ດາວທິເທີ ປະຈຸບັນມີຊີວິດການເປັນຢູ່ທີ່ໝັ້ນຄົງ, ຮັກສາການຕິດຕໍ່ກັບຊຸມຊົນ ແລະ ຍາມໃດກໍຫັນໜ້າມາສູ່ບ້ານເກີດເມືອງນອນເປັນປະຈຳ.

ທ່ານເອກອັກຄະລັດຖະທູດ ຟາມຫວຽດຮຸ່ງ ໄດ້ຮັບຮູ້ ແລະ ຍົກຍ້ອງການທີ່ບັນດາຄອບຄົວຊາວຫວຽດນາມຕ່າງດ້າວ ເຖິງວ່າຈະດຳລົງຊີວິດຫ່າງໄກຈາກບ້ານເກີດເມືອງນອນເປັນເວລາຫຼາຍປີ ແຕ່ກໍຍັງຄົງຮັກສາແບບແຜນການດຳລົງຊີວິດ, ເອກະລັກວັດທະນະທຳ ແລະ ມູນເຊື້ອຮັກຊາດ. ທ່ານເອກອັກຄະລັດຖະທູດ ມຸ່ງຫວັງວ່າ ບັນດາກຸ່ມຄອບຄົວຈະສືບຕໍ່ມີຊີວິດການເປັນຢູ່ທີ່ໝັ້ນຄົງ, ເຊື່ອມໂຍງເຂົ້າກັບສັງຄົມປະເທດເຈົ້າພາບ ແລະ ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ - ໄທ.

ເພີ່ມທະວີຄວາມສາມັກຄີ, ເຊື່ອມຕໍ່ຊຸມຊົນ

ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຟາມຫວຽdtຮຸ່ງ ໄດ້ພົບປະກັບຊາວຫວຽດນາມຕ່າງດ້າວເກືອບ 100 ທ່ານ ທີ່ພວມດຳລົງຊີວິດ, ເຮັດວຽກຢູ່ ພູເກັດ. ເຂົ້າຮ່ວມມີ ຕາງໜ້າສະມາຄົມຊາວຫວຽດນາມ ປະຈຳ ປະເທດໄທ, ສະມາຄົມຊາວຫວຽດນາມ ປະຈຳ ບາງກອກ ແລະ ເຂດປົດອ້ອມ ພ້ອມກັບບັນດາອົງການຈັດຕັ້ງສະມາຄົມ, ນັກທຸລະກິດຊາວຫວຽດນາມ ຢູ່ທີ່ ພູເກັດ.

ຕາມໜັງສືພິມປະຊາຊົນ ໃຫ້ຮູ້ວ່າ, ຢູ່ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ໄດ້ແຈ້ງຂໍ້ມູນກ່ຽວກັບສະພາບການຂະຫຍາຍຕົວຂອງ ຫວຽດນາມ ແລະ ສາຍພົວພັນຂອງສອງປະເທດ; ເນັ້ນໜັກວ່າ ປີ 2026 ແມ່ນຂີດໝາຍ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ໄທ. ສາຍພົວພັນລະຫວ່າງສອງປະເທດ ໄດ້ສ້າງເງື່ອນໄຂໃຫ້ແກ່ຊຸມຊົນຊາວຫວຽດນາມ ຢູ່ທີ່ປະເທດໄທ ດຳລົງຊີວິດ, ຮໍ່າຮຽນ, ດຳເນີນທຸລະກິດ, ປະກອບສ່ວນໃຫ້ແກ່ສັງຄົມປະເທດເຈົ້າພາບ ແລະ ຫັນໜ້າມາສູ່ບ້ານເກີດເມືອງນອນ.

ຊຸມຊົນຊາວຫວຽດນາມ ຢູ່ທີ່ ພູເກັດ ປະຈຸບັນມີປະມານ 160 ຄອບຄົວ ໂດຍມີພົນລະເມືອງເກືອບ 700 ຄົນ. ຊາວຫວຽດນາມຕ່າງດ້າວຫຼາກຫຼາຍທ່ານ ແມ່ນເຄື່ອນໄຫວພາຍໃນຂົງເຂດ ຮ້ານອາຫານ, ໂຮງແຮມ, ການບໍລິການເບິ່ງແຍງສຸຂະພາບ ແລະ ການດຳເນີນທຸລະກິດຢູ່ຕາມບັນດາເຂດຕະຫຼາດ.

ຕາມທ່ານນາງ ໂດທິເຕີນ, ຕາງໜ້າສະມາຄົມຊາວໄທເຊື້ອສາຍຫວຽດນາມ ແຂວງ ພູເກັດ ໃຫ້ຮູ້ວ່າ, ສະມາຄົມຮັກສາການຈັດຕັ້ງບັນດາການເຄື່ອນໄຫວຫັນໜ້າມາສູ່ບ້ານເກີດເມືອງນອນ, ຮັກສາເອກະລັກຂອງຊາດ ແລະ ເຂົ້າຮ່ວມບັນດາຂະບວນການສະຫວັດດີການສັງຄົມຢູ່ທ້ອງຖິ່ນ. ຊາວຫວຽດນາມຕ່າງດ້າວ ເຄີຍໄດ້ຮ່ວມກັນບໍລິຈາກຊ່ວຍເຫຼືອຜູ້ຜະເຊີນກັບຄວາມຫຍຸ້ງຍາກ, ໃນຂະນະດຽວກັນກໍປະກອບສ່ວນງົບປະມານເພື່ອຊື້ເຄື່ອງຈັກ, ອຸປະກອນໃຫ້ແກ່ໂຮງໝໍຂອງແຂວງ ພູເກັດ.

ທ່ານ ຫງວຽນວັນຕວານ, ປະທານສະມາຄົມນັກທຸລະກິດຊາວໄທເຊື້ອສາຍຫວຽດນາມ ແຂວງ ພູເກັດ, ໃຫ້ຮູ້ວ່າ ນັກທຸລະກິດຊາວຫວຽດນາມຕ່າງດ້າວ ຍັງຄົງຮັກສານ້ຳໃຈສາມັກຄີ, ຊ່ວຍເຫຼືອເຊິ່ງກັນແລະກັນ ພາຍໃນຊີວິດການເປັນຢູ່ ແລະ ການດຳເນີນທຸລະກິດ; ໃນຂະນະດຽວກັນ ກໍມຸ່ງຫວັງຢາກເພີ່ມທະວີການເຊື່ອມຕໍ່ກັບບັນດາວິສາຫະກິດພາຍໃນປະເທດ ເພື່ອຊອກຫາສອກຄົ້ນກາລະໂອກາດຮ່ວມມື.

ພາຍໃຕ້ກອບການຢ້ຽມຢາມປະຕິບັດງານ, ຄະນະປະຕິບັດງານ ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ປະເທດໄທ ຍັງໄດ້ໄປຢ້ຽມຢາມບັນດາສະຖານທີ່ດຳເນີນທຸລະກິດໂຮງແຮມ, ຮ້ານຄ້າ ຂອງຊາວຫວຽດນາມຕ່າງດ້າວ ຢູ່ທີ່ ພູເກັດ, ຊອກຫາຂໍ້ມູນກ່ຽວກັບສະພາບການທຳມາຫາກິນ, ຊີວິດການເປັນຢູ່ ແລະ ຄວາມຕ້ອງການເຊື່ອມຕໍ່ຂອງຊຸມຊົນ.

ສະຖານທູດ ຫວຽດນາມ ປະຈຳ ໄທ ກ່າວເຕືອນໃຫ້ພົນລະເມືອງຕ້ອງລະວັງພາຍຫຼັງເຫດແຜ່ນດິນໄຫວ ສະຖານທູດ ຫວຽດນາມ ປະຈຳ ໄທ ກ່າວເຕືອນໃຫ້ພົນລະເມືອງຕ້ອງລະວັງພາຍຫຼັງເຫດແຜ່ນດິນໄຫວ

ຍສໝ - ກ່ຽວ​ຂ້ອງ​ເຫດ​ແຜ່ນ​ດິນ​ໄຫວ​ຢູ່​ໄທ ​ທີ່​ເກີດ​ຂຶ້ນ​ໃນ​ວັນ​ທີ 28 ມີນາ, ສະຖານທູດ​ ຫວຽດນາມ ປະຈຳ ​ໄທ ​ໄດ້​ອອກ​ຄຳ​ເຕືອນໃຫ້​ພົນລະ​ເມືອງ ​ຫວຽດນາມ.

ວິສາຫະກິດ ຫວຽດນາມ ຢູ່ ຍີ່ປຸ່ນ - ໄທ - ຫວຽດນາມ ເຊື່ອມຕໍ່ ແລະ ຮ່ວມມື ວິສາຫະກິດ ຫວຽດນາມ ຢູ່ ຍີ່ປຸ່ນ - ໄທ - ຫວຽດນາມ ເຊື່ອມຕໍ່ ແລະ ຮ່ວມມື

ຍສໝ - ຕອນເຊົ້າວັນທີ 15 ມີນາ, ຢູ່ ອຸດອນ ທານີ (ໄທ), ສະຖານກົງສູນໃຫຍ່ ຫວຽດນາມ ປະຈໍາ Fukuoka, ປະເທດ ຍີ່ປຸ່ນ ໄດ້ສົມທົບກັບສະຖານກົງສູນໃຫຍ່ ຫວຽດນາມ ປະຈໍາ ແຂວງ ຂອນແກ່ນ, ປະເທດ ໄທ ໄດ້ຈັດຕັ້ງເວທີປາໄສ “ເຊື່ອມຕໍ່ການຄ້າ ແລະ ...

Link: https://huunghivietlao.thoidai.com.vn/detail-article-22324.html

In bài biết