14:18 | 30/06/2026

ງານບຸນດອກບົວ ຮ່າໂນ້ຍ ປະຈຳປີ 2026 ດຶງດູດນັກທ່ອງທ່ຽວໄດ້ປະມານ 300.000 ເທື່ອຄົນ

ພິທີມິດຕິງເພື່ອສະໜັບສະໜູນ ເດືອນແຫ່ງການເຄື່ອນໄຫວປ້ອງກັນ ແລະ ຕ້ານຢາເສບຕິດ ປະຈຳປີ 2026
ປີ 2026, ຈະສູ້ຊົນໃຫ້ບັນລຸເປົ້າໝາຍຈັດສົ່ງແຮງງານປະມານ 112.000 ຄົນ ໄປເຮັດວຽກຢູ່ຕ່າງປະເທດ

ອັດລົງພາຍຫຼັງ 3 ວັນແຫ່ງການດຳເນີນໄປຢ່າງຟົດຟື້ນ (ແຕ່ວັນທີ 26/6 - 28/6) ຢູ່ທີ່ບໍລິເວນ ທະເລສາບຕາເວັນຕົກ (Hồ Tây), ຕອນບ່າຍວັນທີ 28 ມິຖຸນາ, ງານບຸນດອກບົວ ຮ່າໂນ້ຍ ປະຈຳປີ 2026 ໄດ້ສິ້ນສຸດລົງ ໂດຍໄດ້ຝາກຄວາມປະທັບໃຈຢ່າງຫຼວງຫຼາຍ ດ້ວຍບັນດາກິດຈະກຳວັດທະນະທຳ, ສິລະປະ, ການທົດລອງຕົວຈິງ ແລະ ການໂຄສະນາການທ່ອງທ່ຽວອັນເປັນເອກະລັກ, ປະກອບສ່ວນໂຄສະນາພາບພົດຂອງ ຮ່າໂນ້ຍ - ຈຸດໝາຍປາຍທາງທີ່ປ່ຽມລົ້ນໄປດ້ວຍເອກະລັກ, ປອດໄພ, ສະໜິດສະໜົມ ແລະ ດຶງດູດໃຈ.

ງານບຸນດອກບົວ ຮ່າໂນ້ຍ ປະຈຳປີ 2026 ດຶງດູດນັກທ່ອງທ່ຽວໄດ້ປະມານ 300.000 ເທື່ອຄົນ
ນັກທ່ອງທ່ຽວມີຄວາມສະໜຸກສະໜານ ແລະ ຈັບອົກຈັບໃຈກັບເມນູຊານົມ Shansen ຢູ່ທີ່ງານບຸນ. ພາບ: ດຶກແອງ/VOV5

ງານບຸນດອກບົວ ຮ່າໂນ້ຍ ໄດ້ກາຍເປັນຈຸດພົ້ນເດັ່ນດ້ານວັດທະນະທຳ - ການທ່ອງທ່ຽວອັນເປັນເອກະລັກ ຂອງນະຄອນຫຼວງ, ປະກອບສ່ວນອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າມໍລະດົກ ແລະ ໂຄສະນາພາບພົດຂອງ ຮ່າໂນ້ຍ.

ຕາມຂໍ້ມູນຈາກພະແນກທ່ອງທ່ຽວ ຮ່າໂນ້ຍ, ງານບຸນດອກບົວ ຮ່າໂນ້ຍ ປະຈຳປີ 2026 ໄດ້ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ປະມານ 300.000 ເທື່ອຄົນ ເຂົ້າມາຢ້ຽມຢາມ, ທົດລອງຕົວຈິງ ຢູ່ທີ່ສວນດອກໄມ້ ລີຕືຈ້ອງ (Lý Tự Trọng) ຄຽງຄູ່ກັບບັນດາເນື້ອທີ່ວັດທະນະທຳ, ການທ່ອງທ່ຽວ ບົນບໍລິເວນຕາແສງ ເຕີຍໂຮ່ (Tây Hồ) ແລະ 16 ຕາແສງ, ເມືອງ ທີ່ມີການປູກດອກບົວ ຂອງນະຄອນ ຮ່າໂນ້ຍ.

ພາຍໃຕ້ຂອບເຂດຂອງງານບຸນ, ເນື້ອທີ່ຈັດສະແດງ “ດອກບົວ - ສິ່ງຍອດຍ້ຽມ ແລະ ຊີວິດການເປັນຢູ່” ໄດ້ແນະນຳ, ໂຄສະນາບັນດາຜະລິດຕະພັນ OCOP (ໂຄງການແຫ່ງຊາດ ແຕ່ລະຕາແສງໜຶ່ງຜະລິດຕະພັນ), ຊາດອກບົວ, ແພໄໝໃຍບົວ ຄຽງຄູ່ກັບຫຼວງຫຼາຍຜະລິດຕະພັນໝູ່ບ້ານອາຊີບມູນເຊື້ອຂອງ ຮ່າໂນ້ຍ ແລະ ບັນດາທ້ອງຖິ່ນໃນທົ່ວປະເທດ.

จุดໃໝ່ຂອງງານບຸນໃນປີນີ້ ແມ່ນການປະຍຸກໃຊ້ເຕັກໂນໂລຊີດິຈິຕອນ ເຂົ້າພາຍໃນກິດຈະກຳການຈັດສະແດງ, ແນະນຳກ່ຽວກັບດອກບົວ.

ເວທີປາໄສອະນາຄົດອາຊຽນ ປະຈຳປີ 2026: ຫວຽດນາມ ຊຸກຍູ້ການເຈລະຈາ ເພື່ອອາຊຽນ ທີ່ມີຄວາມຜູກພັນ ແລະ ກວມລວມກວ່າເກົ່າ ເວທີປາໄສອະນາຄົດອາຊຽນ ປະຈຳປີ 2026: ຫວຽດນາມ ຊຸກຍູ້ການເຈລະຈາ ເພື່ອອາຊຽນ ທີ່ມີຄວາມຜູກພັນ ແລະ ກວມລວມກວ່າເກົ່າ

ຍສໝ - AFF 2026 ແມ່ນຕິດພັນຢ່າງສະໜິດແໜ້ນກັບຫົວຂໍ້ທີ່ໄດ້ລະບຸໄວ້ພາຍໃດວິໄສທັດປະຊາຄົມອາຊຽນ ຮອດປີ 2045 ແລະ ສະທ້ອນໃຫ້ແຫັນເຖິງບຸລິມະສິດການຮ່ວມມືຂອງອາຊຽນ ບົນພື້ນຖານ 3 ເສົາຄ້ຳຄື: ການເມືອງ-ຄວາມໝັ້ນຄົງ, ເເສດຖະກິດ ແລະ ວັດທະນະທຳ-ສັງຄົມ.

ເວທີປາໄສແມ່ຍິງຫວຽດນາມ ຢູ່ເອີຣົບ ສ້າງຜົນງານອັນພົ້ນເດັ່ນ ຢູ່ທີ່ກອງປະຊຸມສຸດຍອດແມ່ຍິງທົ່ວໂລກ ປະຈຳປີ 2026 ເວທີປາໄສແມ່ຍິງຫວຽດນາມ ຢູ່ເອີຣົບ ສ້າງຜົນງານອັນພົ້ນເດັ່ນ ຢູ່ທີ່ກອງປະຊຸມສຸດຍອດແມ່ຍິງທົ່ວໂລກ ປະຈຳປີ 2026

ຍສໝ - ບໍ່ດົນມານີ້, ຄະນະຜູ້ແທນເວທີປາໄສແມ່ຍິງຫວຽດນາມ ຢູ່ເອີຣົບ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກ ປະຈຳປີ 2026 (Global Summit of Women 2026) ທີ່ຖືກຈັດຂຶ້ນຢູ່ທີ່ Istanbul, ປະເທດ ຕວກກີ.

Link: https://huunghivietlao.thoidai.com.vn/detail-article-22268.html

In bài biết